Skip to main content

ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈັດແຂ່ງຂັນສິລະປະ ປະຈໍາປີ 2024

ສະຖາບັນຣັຕະນະ ບໍລິຫານທຸລະກິດ ຈັດແຂ່ງຂັນສິລະປະ ປະຈໍາປີ 2024 ເມື່ອວັນທີ 5 ເມສາ ຜ່ານມາ ທີ່ສະຖາດັ່ງກ່າວ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ປອ ສົມເພັດ ຣັຕະນະສິມ ປະທານສະພາບໍລິຫານ ສະຖາບັນຣັຕະນະ ບໍລິຫານທຸລະກິດ ແລະ ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອໍານວຍການ ສະຖາບັນຣັຕະນະ ບໍລິຫານທຸລະກິດ, ມີຄະນະອໍານວຍການ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ກໍາມະການຕັດສິນຈາກວິທະຍາໄລສິລະປະດົນຕີແຫ່ງຊາດ, ຄູອາຈານ, ນັກສຶກສາ, ນັກຮຽນມັດທະຍົມປາຍ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ໂອກາດນີ້, ທ່ານ ປອ ບຸນເທືອງ ມູນລາສີ ກ່າວວ່າ:...

Continue reading

ສລດ ຖອດຖອນບົດຮຽນການປະຕິບັດໂຄງການສົ່ງເສີມວຽກງານການເງິນ-ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດໂຄງການສົ່ງເສີມວຽກງານທາງດ້ານການເງິນ ແລະ ສັງຄົມ ສໍາລັບຊັ້ນມັດທະຍົມສຶກສາ ໄລຍະ II ເມື່ອວັນທີ 3 ເມສາ 2024 ທີ່ສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອໍານວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ທ່ານ ສົມພອນ ສີແສງລັດ ຜູ້ອໍານວຍການ ສະຖາບັນການເງິນຈຸລະພາກ, ພ້ອມດ້ວຍບັນດາພະນັກງານ ແລະ...

Continue reading

ຊາວໜຸ່ມ ຮາກຖານ ສວສ ສ້າງຂະບວນການແຂ່ງຂັນກິລາເປຕັງ ມິດຕະພາບ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ IV ຢ່າງຟົດຟື້ນ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫຼື ສວສ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນການແຂ່ງຂັນກິລາເປຕັງປະເພດທີມປະສົມ ມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະມາຊິກຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ຕິດພັນກັບການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໂດຍສະເພາະແມ່ນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ (5 ເມສາ 1961-5 ເມສາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສໍາຄັນຍິ່ງຂຶ້ນ. ...

Continue reading

ຊາວໜຸ່ມກົມການເງິນ ສສກ ໄດ້ຮັບທຸງໄຊນຳໜ້າ ຂະບວນແຂ່ງຂັນ 4 ບຸກ 3 ປີ ຄັ້ງທີ I

ຊາວໜຸ່ມກົມການເງິນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບທຸງໄຊນຳໜ້າ ຂະບວນແຂ່ງຂັນ 4 ບຸກ 3 ປີ (2021-2023) ຄັ້ງທີ I ເມື່ອວັນທີ 3 ເມສາ 2024 ທີ່ຫ້ອງປະຊຸມກະຊວງດັ່ງກ່າວ (ຕຶກໄອຊີທີ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະພັກກະຊວງ, ເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ຄໍາໃບ ສໍສີສຸລິພົນ ຮອງເລຂາໜ່ວຍພັກຮາກຖານກົມການເງິນ ສສກ, ສະຫາຍ ບຸນໂຂງ ຈັກວົງສາ ເລຂາຊາວໜຸ່ມສຳນັກກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກຖືກເຊີນຈາກກົມອ້ອມຂ້າງ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນພາຍໃນກົມ, ຕະຫຼອດຮອດພະນັກງານ ແລະ ສະມາຊິກຊາວໜຸ່ມຢ່າງພ້ອມພຽງ. ...

Continue reading

ມສ ນໍ້າປາ ບຽດຊະນະ ມສ ຊົນເຜົ່າ 2-1 ຄວ້າແຊ໋ມ 2 ປີຊ້ອນ ເຕະບານຊາຍ ນັກຮຽນມັດທະຍົມສຶກສາ ທົ່ວແຂວງ ອັດຕະປື ຄັ້ງທີ VIII

ທັບນັກກິລາເຕະບານຊາຍ ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ນໍ້າປາ ເມືອງຊານໄຊ ດີກຣີແຊ໋ມເກົ່າ ສາມາດບຽດເອົາຊະນະ ທັບນັກກິລາໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງສາມັກຄີໄຊ ໄປໄດ້ 2-1 ປະຕູ ໃນນັດຊີງຊະນະເລີດ ຄວ້າຂັນແຊ໋ມໄປຄອງ ພ້ອມເງິນສົດ 5 ລ້ານກີບ ໄດ້ຢ່າງສົມສັກສີ ໃນງານແຂ່ງຂັນກິລາເຕະບານຊາຍ ລະດັບນັກຮຽນຊັ້ນມັດທະຍົມສຶກສາທົ່ວແຂວງ ອັດຕະປື ຄັ້ງທີ VIII ປະຈໍາສົກຮຽນ 2023-2024. ງານແຂ່ງຂັນກິລາເຕະບານຊາຍ...

Continue reading

ຫຼວງພະບາງ ຫາລືກະກຽມຄວາມພ້ອມໃນການຈັດສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈຳປີ 2024

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຢູ່ແຕ່ລະສູນຂອງສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2024 ເມື່ອວັນທີ 1 ເມສາ 2024 ນີ້ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ນາງ ດາລາ ພະກອນຄໍາ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ, ຄະນະກໍາມະການ...

Continue reading

ສົກ 2023-2024 ຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິຫານ ມີຜົນສຳເລັດຫຼາຍດ້ານ

ໃນສົກຮຽນ 202-2023 ຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິການ ແຂວງສະຫວັນນະເຂດ ສາມາດຈັດຕັ້ງປະຕິບັດວຽກງານການສຶກສາ-ກິລາ ມີຜົນສຳເລັດຫຼາຍດ້ານ ຄື: ຕົວຊີ້ບອກຂອງການສຶກສາເດັກກ່ອນໄວຮຽນ; ຕົວຊີ້ບອກຂອງການສຶກສາຊັ້ນປະຖົມສຶກສາ; ຕົວຊີ້ບອກຂອງການສຶກສາຊັ້ນມັດທະຍົມຕອນຕົ້ນ ແລະ ຕົວຊີ້ບອກຂອງການສຶກສາຊັ້ນມັດທະຍົມຕອນປາຍ ເຫຼົ່ານີ້ເປັນຕົ້ນ. ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິຫານ ໄດ້ໃຫ້ສຳພາດຕໍ່ທີມງານສື່ມວນຊົນຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກຊະວງສຶກສາທິການ ແລະ ກິລາ ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງການດັ່ງກ່າວ ວ່າ:...

Continue reading

ກຳມະບານ ກົມແຜນການ ສສກ ສະຫຼຸບວຽກງານໄລຍະ 5 ປີ ພ້ອມເລືອກໄດ້ຄະນະ ຊຸດໃໝ່

ກຳມະບານຮາກຖານ ກົມແຜນການ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ໄລຍະ 5 ປີຜ່ານມາ (2019-2024) ແລະ ວາງແຜນການ 5 ປີຕໍ່ໜ້າ (2025-2029) ພ້ອມທັງເລືອກໄດ້ຄະນະບໍລິຫານງານສະຫະພັນກໍາມະບານຮາກຖານກົມແຜນການຊຸດໃໝ່ ໂດຍແມ່ນ ສະຫາຍ ບຸນລໍ້າ ແກ້ວມະນີວົງ ໄດ້ເປັນປະທານກໍາມະບານຮາກຖານກົມແຜນການຄືເກົ່າ. ກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານກຳມະບານໄລຍະ 5 ປີຜ່ານມາ (2019-2024) ແລະ ວາງແຜນການ 5 ປີຕໍ່ໜ້າ (2025-2029) ຂອງສະຫະພັນກຳມະບານຮາກຖານກົມແຜນການ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງ ສສກ (ຕຶກກິລາ)...

Continue reading