Skip to main content

ກຳມະບານ ກົມແຜນການ ສສກ ສະຫຼຸບວຽກງານໄລຍະ 5 ປີ ພ້ອມເລືອກໄດ້ຄະນະ ຊຸດໃໝ່

03/04/2024

ກຳມະບານຮາກຖານ ກົມແຜນການ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ໄລຍະ 5 ປີຜ່ານມາ (2019-2024) ແລະ ວາງແຜນການ 5 ປີຕໍ່ໜ້າ (2025-2029) ພ້ອມທັງເລືອກໄດ້ຄະນະບໍລິຫານງານສະຫະພັນກໍາມະບານຮາກຖານກົມແຜນການຊຸດໃໝ່ ໂດຍແມ່ນ ສະຫາຍ ບຸນລໍ້າ ແກ້ວມະນີວົງ ໄດ້ເປັນປະທານກໍາມະບານຮາກຖານກົມແຜນການຄືເກົ່າ.

ກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານກຳມະບານໄລຍະ 5 ປີຜ່ານມາ (2019-2024) ແລະ ວາງແຜນການ 5 ປີຕໍ່ໜ້າ (2025-2029) ຂອງສະຫະພັນກຳມະບານຮາກຖານກົມແຜນການ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມກະຊວງ ສສກ (ຕຶກກິລາ) ໂດຍພາຍໃຕ້ການເປັນປະທານຮ່ວມຂອງສະຫາຍ ປອ ບຸນປັນ ໄຊມຸນຕີ ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກກົມ ທັງເປັນຫົວໜ້າກົມແຜນການ, ສະຫາຍ ອຸ່ນຄຳ ອວນສະຫວັນ ຮອງປະທານສະຫະພັນກຳມະບານກະຊວງ ທັງເປັນຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີທ່ານ ບຸນລ້ໍາ ແກ້ວມະນີວົງ ປະທານກຳມະບານຮາກຖານກົມແຜນການ ພ້ອມດ້ວຍສະມະຊິກກຳມະບານກົມດັ່ງກ່າວເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ບຸນລ້ໍາ ແກ້ວມະນີວົງ ໄດ້ກ່າວໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຄະນະບໍລິຫານງານກຳມະບານຮາກຖານກົມແຜນການຕະຫຼອດ 5 ປີຜ່ານມາ ພາຍໃຕ້ທິດຊີ້ນໍາລວມຂອງສະຫະພັນກໍາມະບານກະຊວງສຶກສາທິການ ແລະ ກິລາ ແລະ ການຊີ້ນໍາຂອງຄະນະໜ່ວຍພັກກົມ ເຫັນວ່າມີຫຼາຍຜົນງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນວຽກງານຂະບວນການ, ລົງຢ້ຽມຢາມສະມາຊິກກໍາມະບານເວລາເຈັບເປັນ, ເກີດລູກ, ຍາດພີ່ນ້ອງຂອງສະມາຊິກກໍາມະບານເສຍຊິວິດ ແລະ ເຂົ້າຮ່ວມຂະບວນການໃນວັນສໍາຄັນຕ່າງໆຂອງຊາດ ແລະ ຂອງພັກ, ປະຕິບັດໜ້າທີ່ວິຊາສະເພາະຂອງຕົນຮັບຜິດຊອບໄດ້ຢ່າງລ້ອນໜ້າທີ່ ແລະ ມີຜົນສຳເລັດຕາມເປົ້າໝາຍ.

ສໍາລັບແຜນການ 5 ປີຕໍ່ໜ້າ, ຄະນະກໍາມະບານຮາກຖານຂອງກົມແຜນການ ຈະສືບຕໍ່ເອົາໃຈໃສ່ໃນການຊີ້ນໍານໍາພາສ້າງແບບແຜນວິທີເຮັດວຽກ-ວິທີນໍາພາຂອງອົງການຈັດຕັ້ງກໍາມະບານໃຫ້ສອດຄ່ອງກັບຄວາມເປັນຈິງ, ຮ່ວມກັບ 2 ອົງການຈັດຕັ້ງມະຫາຊົນ ເອົາໃຈໃສ່ຕິດຕາມ, ຊຸກຍູ້ກັນປະຕິບັດຂໍ້ແຂ່ງຂັນ 3 ດີ, 4 ບຸກ ແລະ 5 ເປັນເຈົ້າ ໃຫ້ປະຕິບັດໄດ້ຢ່າງເຂັ້ມງວດ, ມີຈຸດສຸມ ແລະ ເປັນຂະບວນການ, ສືບຕໍ່ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກ, ກໍາແໜ້ນຂໍ້ແຂ່ງຂັນ ແລະ ສົ່ງເສີມບົດບາດ ຍິງ-ຊາຍ ແລະ ເອົາໃຈໃສ່ວຽກງານຕິດຕາມ ກວດກາຂອງສະມາຊິກກໍາມະບານ ແລະ ຮ່ວມກັບ 2 ອົງການພາຄີໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມະຊິກຢ່າງໃກ້ຊິດ ແລະ ປະຕິບັດໜ້າທີ່ຮັບຜິດຊອບວຽກງານວິຊາສະເພາະທີ່ຖືກມອບໝາຍໃຫ້ມີຜົນສຳເລັດ ແລະ ມີປະສິດທິຜົນ.

ນອກຈາກນັ້ນ, ໃນພິທີຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະສະຫະພັນກໍາມະບານຮາກຖານກົມແຜນການຊຸດໃໝ່ ໂດຍສາມາດເລືອກໄດ້ ສະຫາຍ ບຸນລ້ຳ ແກ້ວມະນີວົງ ເປັນປະທານກໍາມະບານຮາກຖານກົມແຜນການ, ສະຫາຍ ເພັດສະຫວັນ ສິລິບູນ ເປັນຮອງປະທານ ແລະ ສະຫາຍ ວັນແສງ ພົມມະເທບ ເປັນຜູ້ກວດກາກໍາມະບານຮາກຖານກົມແຜນການ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ