Skip to main content

ສົກ 2023-2024 ຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິຫານ ມີຜົນສຳເລັດຫຼາຍດ້ານ

04/04/2024

ໃນສົກຮຽນ 202-2023 ຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິການ ແຂວງສະຫວັນນະເຂດ ສາມາດຈັດຕັ້ງປະຕິບັດວຽກງານການສຶກສາ-ກິລາ ມີຜົນສຳເລັດຫຼາຍດ້ານ ຄື: ຕົວຊີ້ບອກຂອງການສຶກສາເດັກກ່ອນໄວຮຽນ; ຕົວຊີ້ບອກຂອງການສຶກສາຊັ້ນປະຖົມສຶກສາ; ຕົວຊີ້ບອກຂອງການສຶກສາຊັ້ນມັດທະຍົມຕອນຕົ້ນ ແລະ ຕົວຊີ້ບອກຂອງການສຶກສາຊັ້ນມັດທະຍົມຕອນປາຍ ເຫຼົ່ານີ້ເປັນຕົ້ນ.
ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິຫານ ໄດ້ໃຫ້ສຳພາດຕໍ່ທີມງານສື່ມວນຊົນຈາກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກຊະວງສຶກສາທິການ ແລະ ກິລາ ເມື່ອບໍ່ດົນຜ່ານມານີ້ ທີ່ຫ້ອງການດັ່ງກ່າວ ວ່າ: ສໍາລັບການຈັດຕັ້ງປະຕິບັດວຽກງານການສຶກສາ-ກິລາ ປະຈໍາສົກ 2023-2024 ໂດຍສືບຕໍ່ຜັນຂະຫຍາຍຜົນສໍາເລັດຂອງສົກຮຽນຜ່ານມາ ກໍຄືມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈໍາປີ 2023 ຕິດພັນກັບແຜນພັດທະນາການສຶກສາ 5 ປີ (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ VIII ຂອງນະຄອນໄກສອນພົມວິຫານ ທາງຫ້ອງການສຶກສາທິການ ແລະ ກິລານະຄອນໄກສອນພົມວິຫານ ສາມາດຍາດໄດ້ຜົນສໍາເລັດຄື: ຕົວຊີ້ບອກຂອງການສຶກສາເດັກກ່ອນໄວຮຽນປະຕິບັດໄດ້ ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 0-2 ປີປະຕິບັດໄດ້ 18,29% ທຽບໃສ່ສົກຜ່ານມາເພີ່ມຂຶ້ນ 0,17%, ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 3-4 ປີ ປະຕິບັດໄດ້ 99,3% ທຽບໃສ່ສົກຜ່ານມາຫຼຸດລົງ 0,7%, ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 5 ປີ ປະຕິບັດໄດ້ 100% ທຽບໃສ່ສົກຜ່ານມາເທົ່າເດີມ, ອັດຕາເຂົ້າຮຽນຂອງເດັກໃນເກນອາຍຸ 3-5 ປີ ປະຕິບັດໄດ້ 99,6% ທຽບໃສ່ສົກຜ່ານມາຫຼຸດລົງ 0,4%; ຕົວຊີ້ບອກຂອງການສຶກສາຊັ້ນປະຖົມສຶກສາ ປະຕິບັດໄດ້ ອັດຕາເລື່ອນຂັ້ນ ແລະ ຈົບຊັ້ນປະຖົມປະຕິບັດໄດ້ 96,8% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 0,4 %, ອັດຕາຄ້າງຫ້ອງປະຖົມປະຕິບັດໄດ້ 0,1 % ທຽບໃສ່ປີຜ່ານມາຫຼຸດລົງ 0,4 %, ອັດຕາປະລະຊັ້ນປະຖົມປະຕິບັດໄດ້ 3,1% ທຽບໃສ່ປີຜ່ານມາເທົ່າເດີມ, ອັດຕາເຂົ້າຮຽນໃໝ່ສຸດທິຂອງເດັກ 6 ປີປະຕິບັດໄດ້ 100% ທຽບໃສ່ປີຜ່ານມາເທົ່າເດີມ, ອັດຕາເຂົ້າຮຽນລວມຊັ້ນປະຖົມ 105,6% (ທຽບໃສ່ປີຜ່ານມາເພີ່ມຂື້ນ0,4%), ອັດຕາເຂົ້າຮຽນສຸດທິຊັ້ນປະຖົມປະຕິບັດໄດ້100% (ທຽບໃສ່ປີຜ່ານມາເທົ່າເດີ່ມ), ອັດຕາເຂົ້າຮຽນລວມ ປ.5 ປະຕິບັດໄດ້ 100% ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 0,4%, ອັດຕາຫຼອດເຫຼືອຊັ້ນປະຖົມປະຕິບັດໄດ້ 85,6% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 0,6%.

ທ່ານ ນາງ ພອນໄຊ ຊະນະວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນພົມວິຫານ

ຕົວຊີ້ບອກຂອງການສຶກສາຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ ອັດຕາເລື່ອນຂັ້ນ ແລະ ຈົບຊັ້ນມັດທະຍົມຕົ້ນປະຕິບັດໄດ້ 89,3% ທຽບໃສ່ປີຜ່ານມາຫຼຸດລົງ 3,3%, ອັດຕາເຂົ້າຮຽນລວມ ມ.ຕົ້ນ ປະຕິບັດໄດ້ 98,8% ທຽບໃສ່ສົກຜ່ານມາແມ່ນຫຼຸດລົງ 2,2%, ອັດຕາເຂົ້າຮຽນສຸດທິຊັ້ນມັດທະຍົມຕົ້ນ ປະຕິບັດໄດ້90,1%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 4,4%, ອັດຕາຄ້າງຫ້ອງມັດທະຍົມຕົ້ນປະຕິບັດໄດ້ 0,3% ທຽບໃສ່ປີຜ່ານມາຫຼຸດລົງ 0,3%, ອັດຕາປະລະຊັ້ນມັດທະຍົມຕົ້ນປະຕິບັດໄດ້ 10,4% ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 3,6%, ອັດຕາລອດເຫຼືອຊັ້ນມັດທະຍົມຕົ້ນປະຕິບັດໄດ້ 64,0% ທຽບໃສ່ປີຜ່ານມາ ຫຼຸດລົງ 11,4%; ຕົວຊີ້ບອກຂອງການສຶກສາຊັ້ນມັດທະຍົມຕອນປາຍ ປະຕິບັດໄດ້ ອັດຕາເລື່ອນຂັ້ນ ແລະ ຈົບຊັ້ນມັດທະຍົມປາຍປະຕິບັດໄດ້ 86,5% ທຽບໃສ່ປີຜ່ານມາຫຼຸດລົງ 1,1%, ອັດຕາເຂົ້າຮຽນລວມມປາຍ ປະຕິບັດໄດ້ 68,7% ທຽບໃສ່ປີຜ່ານມາຫຼຸດລົງ 5,8%, ອັດຕາເຂົ້າຮຽນສຸດທິຊັ້ນມັດທະຍົມປາຍ ປະຕິບັດໄດ້ 55,4% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2,4%, ອັດຕາຄ້າງຫ້ອງປະຕິບັດໄດ້ 0,1%ທຽບໃສ່ປີຜ່ານມາຫຼຸດລົງ 1%, ອັດຕາປະລະປະຕິບັດໄດ້ 13,4% ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2,5%, ອັດຕາລອດເຫຼືອປະຕິບັດໄດ້ 65,1% ທຽບໃສປີຜ່ານມາຫຼຸດລົງ 4,6%.
ນອກນັ້ນ, ຍັງສໍາເລັດການຈັດຕັ້ງສອບເສັງ ປະຈໍາພາກຮຽນທີ I ຄື: ຊັ້ນປະຖົມ ສອບໄດ້ຄາດໝາຍ 96,21%, ຊັ້ນ ມ.ຕົ້ນ ສອບໄດ້ຄາດໝາຍ 97,92%, ຊັ້ນ ມ.ປາຍ ສອບໄດ້ຄາດໝາຍ 98,08%; ການສອບເສັງນັກຮຽນເກັ່ງຂັ້ນແຂວງ ຍາດໄດ້ຜົນງານ ຄື: ຊັ້ນປະຖົມ (ປ.5) ຍາດໄດ້ອັນດັບ 1 ແລະ2 ວິຊາ ວິທະຍາສາດສິ່ງແວດລ້ອມ (ຮຮ ທິບປັນຍາ, ຮຮ ສະຫວ່າງ ຫຼັກ 3), ຊັ້ນມັດທະຍົມຕົ້ນ (ມ.4) ຍາດໄດ້ ອັນດັບ 1, 2 ແລະ 3 ໃນວິຊາຄະນິດສາດ (ຮຮ ສາມັນມິດຕະພາບລາວ-ຫວຽດນາມ, ຮຮ ຈຸງເຕັກ), ອັນດັບ 1 ວິຊາພາສາລາວ-ວັນນະຄະດີ (ຮຮ ສາມັນມິດຕະພາບລາວ-ຫວຽດນາມ), ອັນດັບ 1 ແລະ 2 ວິຊາຟີຊິກສາດ (ຮຮ ສາມັນມິດຕະພາບລາວ-ຫວຽດນາມ), ອັນດັບ 1, 2 ແລະ 3 ວິຊາເຄມີສາດ (ຮຮ ສາມັນມິດຕະພາບລາວ-ຫວຽດນາມ, ຮຮ ມ.ຕົ້ນ ສຸນັນທາ), ຊັ້ນມັດທະຍົມປາຍ (ມ.7) ຍາດໄດ້ ອັນດັບ 1 ໃນວິຊາຄະນິດສາດ (ຮຮ ຈຸງເຕັກ), ອັນດັບ 3 ວິຊາພາສາລາວ-ວັນນະຄະດີ (ຮຮ ສາມັນມິດຕະພາບລາວ-ຫວຽດນາມ) ແລະ ອັນດັບ2 ວິຊາເຄມີສາດ (ຮຮ ຈຸງເຕັກ).
ທ້າຍຊື່ຫ້ອງການສຶກສາທິການ ແລະ ກິລາ ນະຄອນໄກສອນ ພົມວິຫານ

ຄຽງຄູ່ຜົນສໍາເລັດທີ່ຍາດມາໄດ້ນັ້ນ ຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍອັນທີ່ຍັງເປັນບັນຫາໃນການຈັດຕັ້ງປະຕິບັດວຽກງານດຕັ້ງປະຕິບັດວຽກງານການສຶກສາ-ກິລາໃນສົກຮຽນນີ້ ຍັງຄົງຖືກທ້າທາຍຈາກຫຼາຍບັນຫາທີ່ສົ່ງຜົນສະທ້ອນຕໍ່ຄຸນນະພາບການສຶກສາໂດຍກົງ ເປັນຕົ້ນແມ່ນ ບັນຫາຄູບໍ່ພຽງພໍ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດທີ່ເຮັດໃຫ້ເດັກຈໍານວນໜຶ່ງຕົກຫຼົ່ນ ແລະ ບໍ່ສາມາດເຂົ້າເຖິງການສຶກສາ ແລະ ປະລະການຮຽນໄປ, ຊຶ່ງບັນຫາດັ່ງກ່າວ ທາງຫ້ອງການໄດ້ມີວິທີແກ້ໄຂບັນຫາ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໄລຍະສັ້ນ ແລະ ໄລຍະຍາວ ມີຄື ເພື່ອເຮັດໃຫ້ແຜນພັດທະນາການສຶກສາ ແລະ ກິລາ ໃນສົກຮຽນ 2023-2024 ຂອງນະຄອນໄກສອນພົມວິຫານ ບັນລຸຕາມເປົ້າໝາຍທີ່ວາງໄວ້ ຊຶ່ງນັກຮຽນມັກຂາດຮຽນ ແລະ ນັກຮຽນອອກໂຮງຮຽນ ແມ່ນມອບໃຫ້ໂຮງຮຽນ ພົວພັນຜູ້ປົກຄອງ ແລະ ຄພສບ ເພື່ອຊອກຫາວິທີທາງຊ່ວຍລະດົມ-ຊຸກຍູ້ລູກຫຼານໃຫ້ມີກັບເຂົ້າມາຮຽນຄືນ ແລະ ມາໂຮງຮຽນເປັນປົກກະຕິບໍ່ຂາດ; ຄູສອນບໍ່ພຽງພໍ ໃນບາງໂຮງຮຽນ ແມ່ນໝູນໃຊ້ຄູສອນພາຍໃນກຸ່ມໂຮງຮຽນ ໄປສອນຊ່ວຍ, ການໂຮມຫ້ອງຮຽນ, ຍຸບຂັ້ນຮຽນໃນສະຖານສຶກສາ ທີ່ມີນັກຮຽນໜ້ອຍ ໃຫ້ໄປໂຮມກັບໂຮງຮຽນອື່ນທີ່ໃກ້ຄຽ ງ(ຈາກໂຮງຮຽນປະຖົມສົມບູນ ເປັນມູນລະປະຖົມ), ຈາກອະນຸບານເອກະລາດ ອາດຍຸບໃຫ້ເປັນອະນຸບານທີ່ຂຶ້້ນກັບປະຖົມ, ຈາກອະນຸບານຂຶ້ນກັບປະຖົມ ກໍ່ຍຸບເລີກ ແລ້ວສ້າງເປັນຫ້ອງກຽມປະຖົມແທນ,ຈັດຝຶກອົບຮົມ ວິທີສອນຫ້ອງຄວບໃຫ້ກັບຄູຜູ້ທີ່ສອນຫ້ອງຄວບຢ່າງທົ່ວເຖິງ.

ຂ່າວໂດຍ: ບົວລະພາ ອິນສີມະນີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ