Skip to main content

ຫຼວງພະບາງ ຫາລືກະກຽມຄວາມພ້ອມໃນການຈັດສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈຳປີ 2024

04/04/2024

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຢູ່ແຕ່ລະສູນຂອງສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ ປະຈໍາປີ 2024 ເມື່ອວັນທີ 1 ເມສາ 2024 ນີ້ທີ່ພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ນາງ ດາລາ ພະກອນຄໍາ ຫົວໜ້າກົມການເງິນ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ປອ ວົງເພັດ ອຸດົມລິດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ, ຄະນະກໍາມະການ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີ, ທ່ານ ປອ ວົງເພັດ ອຸດົມລິດ ໄດ້ລາຍງານການກະກຽມຄວາມພ້ອມວ່າ: ເພື່ອຈັດຕັ້ງປະຕິບັດຕາມຄຳແນະນຳຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 307/ສສກ, ລົງວັນທີ 29 ກຸມພາ 2024 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າການແບ່ງຕົວເລກ (ໂກຕາ) ແລະ ການກະກຽມສອບເສັງຄັດເລືອກ, ການຮັບ ແລະ ບັນຈຸລັດຖະກອນຄູໃໝ່ປະຈຳປີ 2024 ສະບັບເລກທີ 223/ຈຂ.ຫຼບ, ທົ່ວແຂວງຫຼວງພະບາງມີພະນັກງານລັດຖະກອນຄູ ແລະ ບໍລິຫານຂະແໜງການສຶກສາຈໍານວນ 4.050 ຄົນ, ຍິງ 2116 ຄົນ, ນອກນີ້ຍັງມີອາສາສະໝັກບໍລິຫານ ແລະ ຄູສອນແຕ່ປີ 2023-2024 ມີຈຳນວນ 476 ຄົນ, ໃນນີ້ບໍລິຫານ 9 ຄົນ. ຄະນະກຳມະການຮັບຜິດຊອບຂັ້ນພະແນກສຶກສາທິການ ແລະ ກິລາຄົ້ນຄວ້າຕົກລົງແບ່ງໂກຕາລັດຖະກອນຄູ 17 ຕົວເລກແບ່ງໃຫ້ເມືອງ, ນະຄອນຫຼວງພະບາງ ແລະ ໂຮງຮຽນອ້ອມຂ້າງຄື: ໂຮງຮຽນອ້ອມຂ້າງພະແນກໄດ້ຕົວເລກຄູຊັ້ນມັດທະຍົມ ຈຳນວນ 3 ໂກຕາ, ນະຄອນຫຼວງພະບາງຄູມັດທະຍົມຈຳນວນ 2 ໂກຕາ, ເມືອງຊຽງເງິນຄູອະນຸບານ 1 ໂກຕາ, ເມືອງຈອມເພັດຄູອະນຸບານ 1 ໂກຕາ, ເມືອງປາກອູ ຄູປະຖົມ 1 ໂກຕາ, ເມືອງນານ ຄູປະຖົມ 1 ໂກຕາ, ເມືອງພູຄູນ ຄູປະຖົມ 1 ໂກຕາ, ເມືອງໂພນໄຊ ຄູອະນຸບານ 1 ໂກຕາ, ເມືອງປາກແຊງ ຄູປະຖົມ 1 ໂກຕາ,ເມືອງນໍ້າບາກ ຄູປະຖົມ 1 ໂກຕາ, ເມືອງງອຍ ຄູອະນຸບານ 1 ໂກຕາ, ເມືອງວຽງຄໍາ ຄູມັດທະຍົມຈຳນວນ 1 ໂກຕາ ແລະ ເມືອງໂພນທອງ 2 ໂກຕາ ຄູປະຖົມ 1 ໂກຕ່າ ແລະ ຄູມັດທະຍົມ 1 ໂກຕ່າ.

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ການສອບເສັງຄັ້ງນີ້ວ່າ: ເພື່ອເຮັດໃຫ້ການສອບເສັງຄັດເລືອກບັນຈຸລັດຖະກອນຄູໃໝ່ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ດໍາເນີນໄປຢ່າງມີປະສິດທິຜົນ ແລະ ປາສະຈາກທຸກປະກົດການຫຍໍ້ທໍ້ຕ່າງໆ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ພ້ອມກັນເອົາໃຈ່ໃສ່ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ເຮັດຕາມຫຼັກການສະເໝີພາບ, ເປັນທຳ, ໂປ່ງໃສ ແລະ ສາມາດກວດສອບໄດ້ ເພື່ອຊອກໃຫ້ໄດ້ຄູສອນດີ-ສອນເກັ່ງ, ມີຄຸນສົມບັດດີ ໃນການປະກອບສ່ວນພັດທະນາບຸກຄະລາກອນໃຫ້ນັບມື້ມີຄຸນນະພາບດີຂື້ນ ແລະ ເປັນແບບຢ່າງທີ່ດີໃນສັງຄົມ.

ໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ