Skip to main content

ຊາວໜຸ່ມກົມການເງິນ ສສກ ໄດ້ຮັບທຸງໄຊນຳໜ້າ ຂະບວນແຂ່ງຂັນ 4 ບຸກ 3 ປີ ຄັ້ງທີ I

05/04/2024

ຊາວໜຸ່ມກົມການເງິນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບທຸງໄຊນຳໜ້າ ຂະບວນແຂ່ງຂັນ 4 ບຸກ 3 ປີ (2021-2023) ຄັ້ງທີ I ເມື່ອວັນທີ 3 ເມສາ 2024 ທີ່ຫ້ອງປະຊຸມກະຊວງດັ່ງກ່າວ (ຕຶກໄອຊີທີ) ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະພັກກະຊວງ, ເລຂາຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ຄໍາໃບ ສໍສີສຸລິພົນ ຮອງເລຂາໜ່ວຍພັກຮາກຖານກົມການເງິນ ສສກ, ສະຫາຍ ບຸນໂຂງ ຈັກວົງສາ ເລຂາຊາວໜຸ່ມສຳນັກກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກຖືກເຊີນຈາກກົມອ້ອມຂ້າງ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນພາຍໃນກົມ, ຕະຫຼອດຮອດພະນັກງານ ແລະ ສະມາຊິກຊາວໜຸ່ມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ລ້ານຄຳ ສົມສະຫວັນ ເລຂາຊາວໜຸ່ມຮາກຖານກົມການເງິນ ສສກ ໄດ້ຜ່ານການຈັດຕັ້ງ​ປະ​ຕິ​ບັດຂໍ້​ແຂ່ງ​ຂັນ 4 ບຸກ​ຂອງໜ່ວຍ​ຊາວ​ໜຸ່ມ​ຮາກ​ຖານກົມ​ການ​ເງິນ 3 ປີ ປະ​ຈຳ​ປີ 2021, 2022 ແລະ 2023 ວ່າ: ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ຜ່ານການ​ປະ​ເມີນຂໍ້ແຂ່ງຂັນ 4 ບຸກ ແຕ່ລະດ້ານຂອງໜ່ວຍຊາວໜຸ່ມກົມ​ການ​ເງິນ ສສກ ໃນ​ໄລ​ຍະ 3 ປີ ສາມາດບຸກ​ດ້ານ​ແນວ​ຄິດ ໂດຍລວມແລ້ວສະມາຊິກຊາວໜຸ່ມພາຍໃນໜ່ວຍມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການຊີ້​ນຳນຳພາຂອງພັກ-ລັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າພະນັກງານພາຍໃນກົມ ກໍຄືຄອບຄົວພະນັກງານໃນເວລາເຈັບເປັນ, ເກີດລູກ, ແຕ່ງງານ, ເສຍຊີວິດ ແລະ ອື່ນໆ; ບຸກ​ດ້ານ​ການ​ຝຶກ​ຝົນຫຼໍ່ຫຼອມຮ່ຳ​ຮຽນ ສະມາຊິກພາຍໃນໜ່ວຍຊາວໜຸ່ມ ໄດ້ມີຄວາມບຸກບືນ ຕັ້ງໜ້າເອົາໃຈໃສ່ຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງຢ່າງບໍ່ຢຸດຢັ້ງ ເຫັນໄດ້ຈາກການໄປຍົກລະດັບຄວາມຮູ້ ຊຶ່ງກຳລັງຮຽນຕໍ່ລະດັບປະລິນຍາໂທພາຍໃນປະເທດ 2 ສະຫາຍ ແລະ ຮຽນຕໍ່ລະດັບປະລິນຍາໂທຢູ່ຕ່າງປະເທດ 4 ສະຫາຍ, ໄດ້ເຂົ້າຮ່ວມຝຶກອົບຮົມຍົກລະດັບພາສາອັງກີດພາຍໃນປະເທດ 5 ສະຫາຍ​ ຫຼັງ​ຈາກ​ໄປ​ຍົກ​ລະ​ດັບ​ ແມ່ນໄດ້ເອົາມານໍາໃຊ້ເຂົ້າໃນໜ້າວຽກຂອງຕົນທີ່ໄດ້ຮັບການມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ; ບຸກ​ດ້ານ​ການ​ຈັດ​ຕັ້ງ ສະມາຊິກ ໄດ້ຮັບເຂົ້າເປັນສະມາຊິກພັກສົມບູນ 12 ສະຫາຍ ແລະ ເປັນເປົ້າໝາຍມະຫາຊົນຜູ້ກ້າວໜ້າ ທັງໝົດ 9 ສະຫາຍ, ໄດ້ດໍາ​ເນີນການປະເມີນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ​ຜ່ານ​ບົດ​ສຳຫຼວດ​ສະ​ມາ​ຊິກ​ຊາວ​ໜຸ່ມ​ກົມໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ​ຊາວ​ໜຸ່ມ​ລາວ ປະ​ຈຳ​ປີ 2021, 2022 ແລະ 2023 ຊຶ່ງແຕ່ລະສະຫາຍໄດ້ປະກອບຄໍາຄິດ-ຄຳເຫັນ, ຈິງໃຈຕຳນິເພື່ອກໍ່ສ້າງເຊິ່ງກັນ ແລະ ກັນ, ເຫັນໄດ້ວ່າສະມາຊິກທຸກສະຫາຍຈິງໃຈຮັບຟັງຄຳຕິຊົມຈາກໝູ່ເພື່ອນ ແລະ ພ້ອມປັບປຸງໂຕເອງໃຫ້ດີຂຶ້ນເທື່ອລະກ້າວ, ສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມປະຈໍາໄຕມາດ, ປະຈໍາປີ ແລະ ລາຍງານໃຫ້ຂັ້ນເທິງຮັບຊາບ ເປັນປົກກະຕິ ແລະ ບຸກດ້ານ​ວິ​ຊາ​ຊີບ-ສ້າ​ງວຽ​ກ​ເຮັດ​ງານ​ທໍາ ສະມາຊິກໃນໜ່ວຍນອກຈາກເຮັດວຽກປະຈໍາທີ່ມີເງິນເດືອນເປັນຫຼັກ ຍັງມີກິດຈະກຳເສີມພາຍໃນຄອບຄົວຂອງຕົນເອງດ້ວຍການປູກຝັງ ເຮັດສວນຄົວ, ລ້ຽງສັດ ເພື່ອຫຼຸດພາລະການໃຊ້ຈ່າຍພາຍໃນຄອບຄົວ, ບາງສະຫາຍ ຖືໂອກາດເວລາຫວ່າງສ້າງເສດຖະກິດຄອບຄົວ ດ້ວຍຮູບການຂາຍເຄື່ອງຫັດຖະກຳ, ງານສີມື ແລະ ຂາຍເຄື່ອງຜ່ານສື່ອອນລາຍ ເພື່ອເຮັດໃຫ້ການດໍາລົງຊີວິດພາຍໃນຄອບຄົວດີຂຶ້ນເທື່ອລະກ້າວ ແລະ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ.

ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມອບໃບຢັ້ງຢືນ ແລະ ຮັບຮອງ 4 ບຸກ ປະຈຳປີ 2023 ໃຫ້ຊາວໜຸ່ມຮາກຖານກົມ, ຢັ້ງຢືນ ແລະ ຮັບຮອງນາມມະຍົດທຸງໄຊນຳໜ້າ 4 ບຸກ 3 ປີ (2021, 2022 ແລະ 2023) ຄັ້ງທີ I, ມອບໃບຍ້ອງຍໍ 4 ບຸກ ປະຈຳປີ 2023 ໃຫ້ຮາກຖານຊາວໜຸ່ມກົມ, ມອບທຸງໄຊນຳໜ້າ 4 ບຸກ 3 ປີ, ມອບໃບຍ້ອງຍໍການຈັດຕັ້ງ ແລະ ຍ້ອງຍໍສະມາຊິກຊາວໜຸ່ມຮາກຖານກົມອີກດ້ວຍ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ