3 ອົງການຈັດຕັ້ງມະຫາຊົນ ອວຍພອນຄະນະພັກຮາກຖານ ສວສ ໂອກາດວັນສ້າງຕັ້ງພັກ ຄົບຮອບ 69 ປີ
3 ອົງການຈັດຕັ້ງມະຫາຊົນ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ອວຍພອນຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 69 ປີ (ວັນທີ 22 ມີນາ 1955-22 ມີນາ 2024) ເມື່ອວັນທີ 22 ມີນາ ຜ່ານມາ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ໂດຍໃຫ້ກຽດນຳພາຂອງສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ປະທານກຳມະບານຮາກຖານ ສວສ ແລະ ຕາງໜ້າຮັບຂອງສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຄະນະພັກຮາກຖານ, ປະທານກຳມະບານ, ແມ່ຍິງ ແລະ ເລຂາຊາວໜຸ່ມ ພ້ອມດ້ວຍຄະນະ, ຫົວໜ້າ-ຮອງຫົວໜ້າໜ່ວຍ...








