Skip to main content

ກົມສ້າງຄູ ສະເໝີ ສຳນັກພິມສຶກສາ-ກິລາ 7-7 ເຕະບານຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 114 ປີ ຢ່າງຟົດຟື້ນ

ກົມສ້າງຄູ ຮ່ວມກັບ ສຳນັກພຶມສຶກສາ ກະຊວງສຶກສາທິການ ແລະ ກິລາ ສ້າງຂະບວນການແຂ່ງຂັນກິລາເຕະບານມິດຕະພາບ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນເລິກເຊິ່ງ. ກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນແລງວັນທີ 4 ມີນາ 2024 ທີ່ສະໜາມກິລາຫຍ້າທຽມ ວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ສຸພີ ເພັດດາວົງ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ໄຊຍະເພັດ ຊາພິຈິດ ຮອງຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ວິລະພົງ ພົມມະສີ...

Continue reading

ນັກກິລາບ໋ອດເຊຍລາວ ສ້າງຜົນງານເດັ່ນ ຍາດໄດ້ 1 ຫຼຽນຄຳ ແລະ 4 ຫຼຽນເງິນ ລາຍການ ມາເລເຊຍ ໂອເພັນ 2024

ຄະນະນັກກິລາບ໋ອດເຊຍທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດມາໄດ້ເຖິງ 1 ຫຼຽນຄຳ ແລະ 4 ຫຼຽນເງິນ ໃນການເຂົ້າຮ່ວມແຂ່ງຂັນກິລາບ໋ອດເຊຍ ລາຍການ ມາເລເຊຍ ໂອເພັນ ປະຈຳປີ 2024 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເປັນເຈົ້າພາບ. ສະຫະພັນກິລາບ໋ອດເຊຍແຫ່ງຊາດລາວ ໄດ້ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 12 ຄົນ ໃນນີ້ແບ່ງເປັນນັກກິລາ 5 ຄົນ ເຂົ້າຮ່ວມການແຂ່ງຂັນກິລາບ໋ອດເຊຍ ລາຍການ ມາເລເຊຍ ໂອເພັນ ປະຈຳປີ 2024 ທີ່ນະຄອນຫຼວງກົວລາລຳເປີ...

Continue reading

ປະຖົມສົມບູນ ຫ້ວຍສະເຫງົ້າ ໄດ້ຮັບປື້ມແບບຮຽນຈາກໂຄງການອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ

ໂຮງຮຽນປະຖົມສົມບູນ ຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບປື້ມແບບຮຽນ ຂັ້ນ ປ.1 ແລະ ປ.2 ຈາກໂຄງການອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ເມື່ອວັນທີ 29 ກຸມພາ 2023 ທີ່ເດີ່ນໂຮງຮຽນປະຖົມສົມບູນດັ່ງກ່າວ ໂດຍໃຫ້ກຽດມອບຂອງທ່ານ ນາງ ແສັດເຕີ ວາເຮຍອາວາ ເອກອັກຄະລັດຖະທູດປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ແຂວງ, ເມືອງ, ອົງການຊ່ວຍເຫຼືອເດັກສາກົນປະຈໍາ ສປປ ລາວ, ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ...

Continue reading

ມັດທະຍົມ ເພຍວັດ-ມສ ເຈົ້າອານຸວົງ ໄດ້ຮັບປຶ້ມຕໍາລາຮຽນພາສາຣັດເຊຍ

ໂຮງຮຽນ ມັດທະຍົມ ເພຍວັດ ແລະ ໂຮງຮຽນ ມສ ເຈົ້າອານຸວົງ ໄດ້ຮັບປຶ້ມຕໍາລາຮຽນພາສາຣັດເຊຍ ຈາກເອກອັກຄະລັດຖະທູດ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ເພື່ອປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການຮຽນການສອນພາສາຣັດເຊຍ ໃນ ສປປ ລາວ ນັບມື້ນັບເພີ່ມຂຶ້ນ. ພິທີມອບ-ຮັບປຶ້ມຕໍາລາຮຽນດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງຮຽນ ມສ ເພຍວັດ ໂດຍໃຫ້ກຽດມອບຂອງທ່ານ ວາລາດີເມຍ ອານາໂຕລີວີ ກາລີນີນ ເອກອັກຄະລັດຖະທູດ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ແລະ ຮັບໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາເລັກຊານເດີ ວາຊີລີວີ ຣັດກອບ ຜູ້ອໍານວຍການ ສູນວິທະຍາສາດ ແລະ ວັດທະນະທໍາຣັດເຊຍ ປະຈໍາ ນະຄອນຫຼວງວຽງຈັນ,...

Continue reading

ເອັບຊີ ຕາລັນ ຄອງແຊ໋ມເຕະບານ ຢູ-15 ຊີງຂັນປະທານສະໂມສອນ ວຽງຈັນ ເອັບທີ 2024 ຂະນະທີ່ ວອນທະບິງ ຄວ້າແຊ໋ມ 2 ລາຍການ

ສະໂມສອນ ເອັບຊີ ຕາລັນ ຮຸ່ນອາຍຸບໍ່ເກີນ 15 ປີ ຫຼື ຢູ-15 ປະກາດສັກດາຄອງແຊ໋ມການແຂ່ງຂັນກິລາບານເຕະເຍົາວະຊົນ ຢູ-15 ລາຍການ 8 ຄົນ 7 ຮັບ 1 ຊີງຂັນປະທານສະໂມສອນ ວຽງຈັນ ເອັບຊີ ຫຼື ລາຍການ ວຽງຈັນ ເອັບທີ ຄັບ 2024 ເພື່ອສົ່ງເສີມເຍົາວະຊົນລາວ ກໍຄື ນະຄອນຫຼວງວຽງຈັນ ກ້າວສູ່ທີມຊາດໃນອະນາຄົດ. ຂະນະທີ່ ສະໂມສອນ ວອນທະບິງ ຈາກແຂວງຫຼວງພະບາງ ຄວ້າແຊ໋ມສອງລາຍການ ຮຸ່ນອາຍຸ 11 ປີ ແລະ 13 ປີ. ການແຂ່ງຂັນຄັ້ງນີ້ ຈັດຂຶ້ນລະຫວ່າງວັນທີ 2-3 ມີນາ 2024 ທີ່ສະໜາມກິລາສັບພະວິຊາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີທ່ານ ບຸນລັບ ເຄນກິຕິສັກ...

Continue reading

ຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຈັດກອງປະຊຸມ ສະໄໝທີ IV ປະຈໍາປີ 2023

ຄະນະບໍລິຫານງານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ຈັດກອງປະຊຸມ ສະໄໝທີ IV ປະຈໍາປີ 2023 ເພື່ອສະຫຼຸບຕີລາຄາຄືນວຽກງານທີ່ພົ້ນເດັ່ນ ໃນວັນທີ 1 ມີນາ 2024 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ, ທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ທັງເປັນຮອງປະທານ ຄອລ ພ້ອມດ້ວຍຄະນະບໍລິຫານງານ ຄພລ, ບັນດາປະທານ-ຮອງປະທານສະຫະພັນກິລາຄົນພິການແຫ່ງຊາດ ແລະ ແຂກຖືກເຊີນຢ່າງພ້ອມພຽງ. ...

Continue reading

ກຳມະບານຮາກຖານ ກົມປະກັນຄຸນນະພາບການສຶກສາ ສສກ ເປີດກອງປະຊຸມໃຫຍ່ ຄັ້ງທີ 1

ກໍາມະບານຮາກຖານກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ 1 ຂຶ້ນໃນວັນທີ 23 ກຸມພາ 2024 ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ (ເຂດສະໜາມກິລາເຈົ້າອານຸວົງ) ພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ປອ ສຳລານ ພັນຄະວົງ ຄະນະປະຈຳພັກ, ປະທານກວດກາພັກ, ເລຂາໜ່ວຍພັກຮາກຖານກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ອຸ່ນຄຳ ອວນສະຫວັນ ຮອງປະທານສະຫະພັນກຳມະບານກະຊວງສຶກສາທິການ ແລະ ກິລາ, ມີແຂກຖືກເຊີນຈາກກົມອ້ອມຂ້າງ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນ ກໍຄືຊາວໜຸ່ມ ແລະ ແມ່ຍິງ ຕະຫຼອດຮອດສະມາຊິກກຳມະບານພາຍໃນກົມ ຈຳນວນ 33 ສະຫາຍ...

Continue reading

ແມ່ຍິງ ສສກ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 114 ປີ

ສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 114 ປີ ( ວັນທີ 8 ມີນາ 1910-ວັນທີ 8 ມີນາ   2024) ເມື່ອວັນທີ 20 ກຸມພາ 2024 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຂັນທະລີ ສີຣິພົງພັນ ອະດີດການນໍາຂັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ນາງ ວຽງແກ້ວ ພົມມະວົງ ຄະນະປະຈໍາພັກ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ສະຫາຍ ນາງ ບົວຄໍາ ດາວສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະພັກ ສສກ, ປະທານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ,...

Continue reading