Skip to main content

ມັດທະຍົມ ເພຍວັດ-ມສ ເຈົ້າອານຸວົງ ໄດ້ຮັບປຶ້ມຕໍາລາຮຽນພາສາຣັດເຊຍ

04/03/2024

ໂຮງຮຽນ ມັດທະຍົມ ເພຍວັດ ແລະ ໂຮງຮຽນ ມສ ເຈົ້າອານຸວົງ ໄດ້ຮັບປຶ້ມຕໍາລາຮຽນພາສາຣັດເຊຍ ຈາກເອກອັກຄະລັດຖະທູດ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ເພື່ອປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການຮຽນການສອນພາສາຣັດເຊຍ ໃນ ສປປ ລາວ ນັບມື້ນັບເພີ່ມຂຶ້ນ.

ພິທີມອບ-ຮັບປຶ້ມຕໍາລາຮຽນດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ໂຮງຮຽນ ມສ ເພຍວັດ ໂດຍໃຫ້ກຽດມອບຂອງທ່ານ ວາລາດີເມຍ ອານາໂຕລີວີ ກາລີນີນ ເອກອັກຄະລັດຖະທູດ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ ແລະ ຮັບໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາເລັກຊານເດີ ວາຊີລີວີ ຣັດກອບ ຜູ້ອໍານວຍການ ສູນວິທະຍາສາດ ແລະ ວັດທະນະທໍາຣັດເຊຍ ປະຈໍາ ນະຄອນຫຼວງວຽງຈັນ, ມີບັນດາຜູ້ບໍລິຫານການສຶກສາ, ພະນັກງານ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ກ່າວ່າ: ໃນປີ 2023 ຜູ້ຕາງໜ້າຫ້ອງການການຮ່ວມມືຂອງຣັດເຊຍ ແລະ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກສະຖານທູດຣັດເຊຍ ປະຈໍາ ສປປ ລາວ ໄດ້ຮ່ວມກັນປະຕິບັດໂຄງການກ່ຽວກັບການນໍາໃຊ້ພາສາຣັດເຊຍໃນຖານະພາສາຕ່າງປະເທດເຂົ້າໃນລະບົບມັດທະຍົມສຶກສາ ທີ່ ສປປ ລາວ ແລະ ມາຮອດເດືອນຕຸລາ 2023 ພາສາຣັດເຊຍໄດ້ກັບຄືນສູ່ໂຮງຮຽນມັດທະຍົມຂອງລາວເຮົາ ຊຶ່ງຖືວ່າການສອນພາສາຣັດເຊຍບໍ່ໄດ້ຖືກຈັດຕັ້ງປະຕິບັດເປັນທາງການຕໍ່ເນື່ອງມາໄດ້ຫຼາຍກວ່າ 30 ປີຜ່ານມາ. ປັດຈຸບັນນີ້, ໂຮງຮຽນມັດທະຍົມສຶກສາ 2 ແຫ່ງ ທີ່ນະຄອນຫຼວງວຽງຈັນ ຄື: ໂຮງຮຽນມັດທະຍົມສຶກສາເພຍວັດ ແລະ ມັດທະຍົມສຶກສາສົມບູນເຈົ້າອານຸວົງ ໄດ້ເປີດຫ້ອງຮຽນພາສາຣັດເຊຍແລ້ວ, ໃນຫ້ອງຮຽນໜຶ່ງຂອງໂຮງຮຽນມັດທະຍົມ 2 ແຫ່ງ ຈະມີນັກຮຽນຫຼາຍກວ່າ 50 ຄົນຮຽນພາສາຣັດເຊຍ ຊຶ່ງນີ້ເປັນການຢັ້ງຢືນເຖິງຄວາມສົນໃຈປະເທດຣັດເຊຍຂອງຄົນລາວ ແນ່ນອນວ່າ ຈໍານວນຫ້ອງຮຽນ ແລະ ໂຮງຮຽນຈະເພີ່ມຂຶ້ນອີກໃນອະນາຄົດ, ສິ່ງສໍາຄັນການສອນພາສາຣັດເຊຍ ຄວນຂະຫຍາຍໄປສູ່ແຂວງຕ່າງໆຂອງລາວ, ຄຽງຄູ່ກັບການກໍ່ສ້າງບຸກຄະລາກອນທີ່ເປັນຄູສອນ/ອາຈານຄົນລາວທີ່ສອນພາສາຣັດເຊຍໃຫ້ເພີ່ມຂຶ້ນໃນອະນາຄົດ.

ທ່ານ ປອ ນາງ ສີສຸກ ວົງວິຈິດ ກ່າວອີກວ່າ: ການຂະຫຍາຍການສອນພາສາຣັດເຊຍ ໃນໂຮງຮຽນມັດທະຍົມ ແລະ ມະຫາວິທະຍາໄລຂອງ ສປປ ລາວ ເຫັນວ່າ ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມການຮ່ວມມືທາງດ້ານມະນຸດສະທໍາ ລະຫວ່າງ ສອງປະເທດ ແລະ ຍັງເຮັດໃຫ້ຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນລາວຕໍ່ສາທາລະລັດຣັດເຊຍ ແລະ ຄວາມເຂົ້າໃຈ ສປປ ລາວ ຂອງປະຊາຊົນຣັດເຊຍ ນັບມື້ນັບເພີ່ມຂຶ້ນ, ປະກອບສ່ວນໃຫ້ແກ່ການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ຣັດເຊຍ ໃນຂົງເຂດການສຶກສາ, ວິທະຍາສາດ, ວັດທະນະທໍາ ແລະ ຂົງເຂດອື່ນໆໃຫ້ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນສູ່ລະດັບໃໝ່ ພ້ອມທັງຂໍສະແດງຄວາມຂອບໃຈໄປຍັງລັດຖະບານຣັດເຊຍທີ່ໄດ້ມອບທຶນການສຶກສາ ຈໍານວນ 100 ທຶນໃຫ້ແກ່ນັກສຶກສາລາວ ເພື່ອສືບຕໍ່ຮຽນທີ່ສະຫະພັນຣັດເຊຍໃນແຕ່ລະປີ.

ສຳລັບປຶ້ມດັ່ງກ່າວ, ແມ່ນລວມທັງໝົດມີ 250 ຫົວ. ໃນນັ້ນ, ໂຮງຮຽນມັດທະຍົມເພຍວັດ 125 ຫົວ ແລະ ໂຮງຮຽນ ມສ ເຈົ້າອານຸວົງ 125 ຫົວ, ປະເພດປຶ້ມແມ່ນຕຳລາຮຽນທົ່ວໄປສຳລັບຫ້ອງຮຽນພາສາຣັດເຊຍ, ມີພາສາຣັດເຊຍ ແລະ ວັນນະຄະດີ ແລະ ພິເສດ ຍັງມີປຶ້ມກາບກອນ ທີ່ແປເປັນພາສາລາວອີກດ້ວຍ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ