Skip to main content

ປະຖົມສົມບູນ ຫ້ວຍສະເຫງົ້າ ໄດ້ຮັບປື້ມແບບຮຽນຈາກໂຄງການອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ

04/03/2024

ໂຮງຮຽນປະຖົມສົມບູນ ຫ້ວຍສະເຫງົ້າ ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບປື້ມແບບຮຽນ ຂັ້ນ ປ.1 ແລະ ປ.2 ຈາກໂຄງການອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ເມື່ອວັນທີ 29 ກຸມພາ 2023 ທີ່ເດີ່ນໂຮງຮຽນປະຖົມສົມບູນດັ່ງກ່າວ ໂດຍໃຫ້ກຽດມອບຂອງທ່ານ ນາງ ແສັດເຕີ ວາເຮຍອາວາ ເອກອັກຄະລັດຖະທູດປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ແຂວງ, ເມືອງ, ອົງການຊ່ວຍເຫຼືອເດັກສາກົນປະຈໍາ ສປປ ລາວ, ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ປອ ນາງ ສີສຸກ ວົງວິຈິດ ໄດ້ມີຄໍາເຫັນວ່າ: ໂຄງການຮຽນອ່ານແມ່ນໜຶ່ງໃນການປະກອບສ່ວນເຂົ້າໃນວຽກງານພັດທະນາການສຶກສາຂັ້ນພື້ນຖານ ຊຶ່ງອົງການຊ່ວຍເຫຼືອເດັກສາກົນ ປະຈຳ ສປປ ລາວ ໄດ້ຮັບທຶນ 1.420.000 ກວ່າໂດລາສະຫະລັດ, ເປັນທຶນຊ່ວຍເຫຼືອລ້າຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ຫຼື USAID ເພື່ອພິມປຶ້ມແບບຮຽນ ຄື: ວິຊາພາສາລາວ ແລະ ວິຊາວິທະຍາສາດ, ໂລກອ້ອມຕົວ ສຳລັບຂັ້ນ ປ.1 ແລະ ປ.2 ເພື່ອເດັກນ້ອຍນັກຮຽນມີປຶ້ມແບບຮຽນເປັນຂອງຕົນເອງ ສາມາດເອົາໄປໂຮງຮຽນ ແລະ ມີປຶ້ມຮຽນຢູ່ເຮືອນໄດ້ດ້ວຍຕົນເອງ ຊຶ່ງຈະເປັນການສົ່ງເສີມດ້ານການອ່ານ ແລະ ຮຽນຮູ້ກ່ຽວກັບລະເບີດທີ່ຍັງບໍ່ທັນແຕກ. ສະນັ້ນ, ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມຮ່ວມມືກັບຕ່າງປະເທດ ຮ່ວມກັບອົງການຊ່ວຍເຫຼືອເດັກສາກົນ ປະຈໍາ ສປປ ລາວ ໄດ້ມີແຜນຄາດຄະເນກິດຈະກຳ ແລະ ງົບປະມານພິມປຶ້ມຈໍານວນ 700.000 ຫົວ ເພື່ອຕອບສະໜອງໃຫ້ 148 ເມືອງໃນຂອບເຂດທົ່ວປະເທດ  ຊຶ່ງຕະຫຼອດໄລຍະຜ່ານມາ ພັກ ແລະ ລັດຖະບານລາວ ຍາມໃດກໍຖືເອົາການສຶກສາເປັນນະໂຍບາຍທີ່ສໍາຄັນ ແລະ ເດັກເປັນໜໍ່ແໜງ ເປັນກ້ອນທຶນອັນປະເສີດຂອງຊາດ ຊຶ່ງປັດຈຸບັນກຳລັງດຳເນີນການປະຕິຮູບລະບົບການສຶກສາແຫ່ງຊາດ ໂດຍໄດ້ເນັ້ນການປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ ຕິດພັນກັບແຜນພັດທະນາເສດຖະກິດຂອງລາວ ເພື່ອສືບຕໍ່ໃຫ້ບັນລຸເປົ້າໝາຍສະຫະຕະວັດ ເພື່ອການພັດທະນາ ຫຼື MDGs ແລະ ສານຕໍ່ເປົ້າໝາຍໃນການພັດທະນາແບບຍືນຍົງ ຫຼື SDGs ໂດຍສະເພາະເປົ້າໝາຍ 4 ທີ່ເນັ້ນວ່າ ຮັບປະກັນການສຶກສາໃຫ້ມີຄຸນນະພາບ, ເທົ່າທຽມກັນ ແລະ ທົ່ວເຖິງ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດສໍາລັບໝົດທຸກຄົນ.

ໂຄງການຮຽນອ່ານ ມີໄລຍະເວລາ 7 ປີ, ມີງົບປະມານທັງໝົດ 30 ລ້ານໂດລາສະຫະລັດທີ່ໄດ້ຮັບທຶນຈາກອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ ໃນການຈັດຕັ້ງປະຕິບັດໂດຍອົງການຊ່ວຍເຫຼືອເດັກສາກົນ, ອົງການຣູມທູຣີດ ແລະ ອົງການມະນຸດສະທຳ ແລະ ການມີສ່ວນຮ່ວມໃນໄລຍະ 5 ປີຜ່ານມາ, ໂຄງການຮຽນອ່ານ ໄດ້ສະໜັບສະໜູນໂຮງຮຽນລັດທັງໝົດ 16 ເມືອງເປົ້າໝາຍໃນແຂວງອັດຕະປື, ຈຳປາສັກ,  ວຽງຈັນ ແລະ ແຂວງ ຊຽງຂວາງ. ໂຄງການດັ່ງກ່າວ ໄດ້ແຈກຢາຍອຸປະກອນການຮຽນການສອນແບບຮຽນຮ່ວມ ແລະ ເໝາະສົມກັບໄວອາຍຸຫຼາຍກວ່າ 1.200.000 ຊຸດ ໃຫ້ແກ່ນັກຮຽນຫຼາຍກວ່າ 61.000 ຄົນ ໃນ 921 ໂຮງຮຽນ, ປື້ມຈຳນວນທັງໝົດຍັງໄດ້ສ້າງໃຫ້ຢູ່ໃນຮູບແບບວິດີໂອພາສາມື ແລະ ສຽງເວົ້າສໍາລັບເດັກນ້ອຍທີ່ມີຄວາມບົກຜ່ອງທາງດ້ານການໄດ້ຍິນ ແລະ ເບິ່ງເຫັນ. ໃນໄລຍະ 2 ປີຕໍ່ໜ້າ, ໂຄງການຮຽນອ່ານຈະແຈກຢາຍປື້ມແບບຮຽນໃຫ້ນັກຮຽນໂດຍກົງປະມານ 285.000 ຄົນ ໃນ 18 ແຂວງທົ່ວປະເທດລາວ.

ໂດຍ ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ