ແມ່ຍິງ ສສກ ສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 114 ປີ

ສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຄົບຮອບ 114 ປີ ( ວັນທີ 8 ມີນາ 1910-ວັນທີ 8 ມີນາ 2024) ເມື່ອວັນທີ 20 ກຸມພາ 2024 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ນາງ ຂັນທະລີ ສີຣິພົງພັນ ອະດີດການນໍາຂັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ນາງ ວຽງແກ້ວ ພົມມະວົງ ຄະນະປະຈໍາພັກ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ, ສະຫາຍ ນາງ ບົວຄໍາ ດາວສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຄະນະພັກ ສສກ, ປະທານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ 2 ອົງການຈັດຕັ້ງພາຄີ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະບໍດີ, ຜູ້ຕາງໜ້າຈາກກົມ, ຄະນະບໍລິຫານງານແມ່ຍິງ ແລະ ສະມາຊິກສະຫະພັນແມ່ຍິງທົ່ວກະຊວງເຂົ້າຮ່ວມ.
ການຈັດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (ວັນທີ 8 ມີນາ 1910-ວັນທີ 8 ມີນາ 2024) ເພື່ອເຮັດໃຫ້ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ ມີຄວາມໝາຍ, ມີເນື້ອໃນເລິກເຊິ່ງ ຕິດພັນກັບການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງສະຫະພັນແມ່ຍິງຮາກຖານ ທີ່ຂຶ້ນກັບສະຫະພັນແມ່ຍິງ ສສກ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ, ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດໃນວຽກງານພະນັກງານໃຫ້ປາກົດຜົນເປັນຈິງຢ່າງກວ້າງຂວາງ ແລະ ເປັນຂະບວນຟົດຟື້ນ.
ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການການເຜີຍແຜ່ເອກະສານ 4 ເນຶ້ອໃນ ຄື: ຄໍາສັ່ງວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ ແລະ ກິລາ, ຜົນຮ້າຍ ແລະ ຜົນກະທົບຈາກການຄ້າມະນຸດ, ຜົນຮ້າຍ ແລະ ຜົນກະທົບຂອງຢາເສບຕິດ ແລະ ບາງບົດຮຽນ ແລະ ປະສົບການແຫ່ງຜົນສໍາເລັດໃນການນໍາພາຂອງການນໍາທີ່ເປັນເພດຍິງ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ