Skip to main content

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ສສກ ເຄື່ອນໄຫວຊຸກຍູ້ວຽກງານການສຶກສາ ຢູ່ແຂວງຈຳປາສັກ ໂອກາດໄຂສົກຮຽນໃໝ່ 2026-2027

ໃນຕອນເຊົ້າວັນທີ 7 ກັນຍາ 2026 ນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ເດີນທາງລົງເຄື່ອນໄຫວຊຸກຍູ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ແຂວງຈຳປາສັກ ເນື່ອງໃນໂອກາດໄຂສົກຮຽນໃໝ່ ສົກຮຽນ 2026-2027 ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ສຸພາບ ທຳມະຮັກສາ ຮອງເລຂາຄະນະບໍລິຫານພັກແຂວງຈຳປາສັກ, ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ ພ້ອມດ້ວຍ ທ່ານພະແນກສຶກສາທິການ ແລະ ກິລາແຂວງ ຕະຫຼອດພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນຂັ້ນສູນກາງ ແລະ...

Continue reading

ສກຂ ສະຫວັນນະເຂດ ສະຫຼຸບວຽກງານບໍລິຫານການສຶກສາ ສົກຮຽນ 2025-2026 ແລະ ວາງທິດທາງ ສົກຮຽນ 2026-2027

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງສະຫວັນນະເຂດ ເພື່ອສະຫຼຸບປະຈຳສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກຮຽນ 2026-2027 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ກັນຍາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ໂດຍມີ ທ່ານ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ, ບັນດາທ່ານຮອງຫົວໜ້າພະແນກການໃນຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ...

Continue reading

ພີເອັມເອັດ ເທຄວັນໂດ ສ້າງປະຫວັດສາດ ຄອງຂັນຊະນະເລີດ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ ສະໄໝທຳອິດ

ສະໂມສອນ ພີເອັມເອັດ ເທຄວັນໂດ (PMS) ກວາດ 11 ຫຼຽນຄຳ ແລະ 11 ຫຼຽນທອງ ສ້າງຜົນງານປະຫວັດສາດໃນວົງການກິລາເທຄວັນໂດລາວ ຄອງຂັນຊະນະເລີດ ການແຂ່ງຂັນເທຄວັນໂດ ຊີງແຊ້ມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026 ສະໄໝທຳອີດ ຂະນະທີ່ ອັນດັບທີ 2 ຕົກເປັນນັກກິລາເທຄວັນໂດ ແຂວງຈຳປາສັກ ທີ່ສາມາດສ້າງຜົນງານຄວ້າ 9 ຫຼຽນຄຳ, 5 ຫຼຽນເງິນ ແລະ 6 ຫຼຽນທອງ. ການແຂ່ງຂັນເທຄວັນໂດ ຊີງແຊ້ມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026 ຈັດຂຶ້ນ ລະຫວ່າງວັນທີ 5-6 ກັນຍາ 2026 ທີ່ສູນການຄ້າ ພາກຊັນ...

Continue reading

ຄະນະຜູ້ແທນ ສສກ ເຂົ້າຮ່ວມສຳມະນາຍຸດທະສາດການຄຸ້ມຄອງແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້ ທີ່ອິນໂດເນເຊຍ

ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ນຳພາໂດຍ ທ່ານ ສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ທ່ານ ປອ ພອນສະຫວັນ ລັດດາວົງ ຫົວໜ້າພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ແລະ ທ່ານ ກິດຕິພອນ ເທື່ອມບຸນມີ ວິຊາການພະແນກຄຸ້ມຄອງຄວາມປອດໄພລັງສີ ແລະ ນິວເຄຼຍ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້: “ຍຸດທະສາດການຄຸ້ມຄອງ ແລະ ຈັດການແຫຼ່ງກຳເນີດລັງສີທີ່ໝົດອາຍຸການນຳໃຊ້ (Focus Group on Strategizing the End-Of-Life Management of Radioactive Sources East Asia Regional)” ທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 31 ສິງຫາ ຫາ 03 ກັນຍາ...

Continue reading

ຫ້ອງການກະຊວງ ສສກ ເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ຫ້ອງການ ພ້ອມມອບຫຼຽນກາລະນຶກ 50 ປີ

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານສຳຄັນຂອງພັກ ແລະ ວຽກງານຂອງຫ້ອງການ ພ້ອມທັງມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃນຕອນເຊົ້າວັນທີ 4 ກັນຍາ 2026 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ກິ່ງມະໂນ ພົມມະຫາໄຊ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາຫ້ອງການກະຊວງ, ມີສະຫາຍ ຮສ.ປອ ຫຼ້າວັນ ວົງຄຳສານ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍສະຫາຍຮອງເລຂາຄະນະພັກຮາກຖານຫ້ອງການ, ຄະນະພັກຮາກຖານ, ບັນດາເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກທີ່ຂຶ້ນກັບຫ້ອງການກະຊວງ...

Continue reading

ໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ ສສກ ດຳເນີນຊີວິດການເມືອງ ພ້ອມເລື່ອນສະມາຊິກພັກສຳຮອງຂຶ້ນເປັນສົມບູນ

ໜ່ວຍພັກຮາກຖານ ກົມແຜນການ ແລະ ການເງິນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມສະຫຼຸບວຽກງານ ແລະ ດຳເນີນຊີວິດການເມືອງ ພ້ອມທັງເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂຶ້ນໃນຕອນເຊົ້າວັນທີ 4 ກັນຍາ 2026 ທີ່ຫ້ອງປະຊຸມຕຶກ ICT ຊັ້ນ 4, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ນາງ ດາລາວອນ ກິດຕິພັນ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ສະຫາຍ ນາງ ກອງມະນີ ວາດຕະນາ ຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມແຜນການ ແລະ ການເງິນ, ພ້ອມດ້ວຍບັນດາສະຫາຍຄະນະໜ່ວຍພັກ, ແຂກຖືກເຊີນ, ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງ...

Continue reading

ເປີດແຂ່ງຂັນ ເທຄວັນໂດ ຊີງແຊ້ມປະເທດລາວ ຄັ້ງທີ 10 ປະຈຳປີ 2026 ມີຊີງໄຊ 135 ລາຍການ

ເປີດການແຂ່ງຂັນເທຄວັນໂດ ຊີງແຊ້ມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026 ໃນວັນທີ 5 ກັນຍາ 2026 ທີ່ສູນການຄ້າ ພາກຊັນ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມມີທ່ານ ອີຈອງເຮີບ ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ສປປ ລາວ, ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ແລະ ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ສະຫະພັນແຂວງ/ນະຄອນຫຼວງ ແລະ ບັນດາສະໂມສອນ ອ້ອມຂ້າງສູນກາງເຂົ້າຮ່ວມ. ...

Continue reading

ຕ້ອນຮັບຄູ ສ. ເກົາຫຼີ ທີ່ມາປະຈໍາການສອນໃນໂຮງຮຽນ 3 ແຫ່ງ ນວ ໄລຍະ 5 ເດືອນ ພາຍໃຕ້ “ໂຄງການແລກປ່ຽນຄູລາວ-ເກົາຫຼີ ປີ 2026”

ໃນລະຫວ່າງວັນທີ 2-4 ກັນຍາ 2026, ກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບສູນການສຶກສາເພື່ອຄວາມເຂົ້າໃຈສາກົນ ພາກພື້ນອາຊີ-ປາຊີຟິກ (APCEIU) ໄດ້ຈັດພິທີຕ້ອນຮັບ ແລະ ຝຶກອົບຮົມເພື່ອການປັບຕົວໃຫ້ແກ່ຄູສອນ 3 ທ່ານ ຈາກສາທາລະນະລັດ ເກົາຫຼີ ທີ່ເດີນທາງມາເຂົ້າຮ່ວມ “ໂຄງການແລກປ່ຽນຄູລາວ-ເກົາຫຼີ ປະຈຳປີ 2026” (The 2026 Korea-Lao PDR Teacher Exchange Programme) ໂດຍການເປັນປະທານຂອງ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງເລຂາທິການຄະນະກໍາມາທິການແຫ່ງຊາດລາວ ເພື່ອອຸຍແນສໂກ, ທັງເປັນຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຕາງໜ້າຈາກກົມທີ່ກ່ຽວຂ້ອງ,...

Continue reading