Skip to main content

ສະມາຄົມນັກທຸລະກິດຮ້ານອາຫານລາວ ສະຫຼຸບຜົນງານທີ່ພົ້ນເດັ່ນ ວຽກງານກິລາ-ການຊ່ວຍເຫຼືອສັງຄົມ

ສະມາຄົມນັກທຸລະກິດຮ້ານອາຫານລາວ (ສນຮລ) ສະຫຼຸບຕີລາຄາຄືນຜົນສໍາເລັດການເຄື່ອນໄຫວຽກຈັດກິດຈະກຳກິລາ ແລະ ການມີສ່ວນຮ່ວມໃນການຊ່ວຍເຫຼືອສັງຄົມ ຕະຫຼອດໄລຍະ 2 ປີຜ່ານມາ (2022-2023) ໂດຍຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງໄດ້ຮ່ວມກັນປຶກສາຫາລືເພື່ອວາງແຜນການເຄື່ອນໄຫວວຽກງານໃນ 2 ປີຕໍ່ໜ້າ (2024-2025) ແລະ ກໍຍັງໄດ້ມີການແຕ່ງຕັ້ງທີ່ປຶກສາ-ຄະນະບໍລິຫານງານ ສນຮລ ຊຸດໃໝ່ ພ້ອມທັງຄະນະຊ່ວຍວຽກຈໍານວນໜຶ່ງຕື່ມອີກ. ສະມາຄົມນັກທຸລະກິດຮ້ານອາຫານລາວ (ສນຮລ) ຈັດກອງປະຊຸມໃຫຍ່ ຄັ້ງທີ XI ຈັດຂຶ້ນເມື່ອວັນທີ 9 ກຸມພາ 2024 ຢູ່ສວນນໍ້າອິນແປງ...

Continue reading

ສະກັດຢຶດຢາບ້າໄດ້ 8 ລ້ານເມັດ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

 ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ອອກກວດກາລາດຕະເວນຂອບເຂດລະຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜິ້ງ ໃນວັນທີ 31 ມັງກອນ 2024 ໄດ້ພົບເຫັນລົດເປົ້າໝາຍ ແລ່ນມາແຕ່ທາງບ້ານດອນທາດ ມຸ່ງໜ້າໄປທາງບ້ານໃຫຍ່ສີເມືອງງາມ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ໄລ່ລົດຄັນດັ່ງກ່າວ ຊຶ່ງພໍມາຮອດບ້ານໃຫຍ່ສີເມືອງງາມ, ເຈົ້າທີ່ຈຶ່ງໄດ້ລັດທາງ ແຕ່ລົດຄັນດັ່ງກ່າວບໍ່ທັນແລ່ນມາຮອດຈຸດທີ່ເຈົ້າໜ້າທີ່ສະກັດລັດ ປະມານ 15-20 ແມັດ, ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ຈອດລົດ ແລ້ວໄດ້ຍົກປືນສັ້ນໃສ່ເຈົ້າໜ້າທີ່ ແລະ ໄດ້ເອົາຕົວຫຼົບໜີແລ່ນເຂົ້າປ່າ ໂດຍເປັນເພດຊາຍ ຈໍານວນ 1...

Continue reading

ສສກ ເລັ່ງປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ ພະນັກງານບໍານານ ແລະ ທະຫານຊາຍແດນ ທີ່ຊ່ວຍສອນ 4 ພັນກວ່າຄົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເລັ່ງປະຕິບັດນະໂຍບາຍຕໍ່ຄູອາສາສະໝັກ, ພະນັກງານບໍານານ ແລະ ທະຫານຊາຍແດນ ທີ່ສອນຊ່ວຍ ຕາມມະຕິ 09/ລບ, ລົງວັນທີ 17 ກໍລະກົດ 2023 ຊຶ່ງໃນສົກຮຽນ 2023-2024 ມີ ຈໍານວນ 4.608 ຄົນ. ຂະນະທີ່ປັດຈຸບັນ, ໄດ້ມີການອອກນິຕິກໍາຫຼາຍສະບັບ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າ ແລະ ປຶກສາຫາລື ກ່ຽວກັບການສ້າງນິຕິກຳໃນການປະຕິບັດນະໂຍບາຍດັ່ງກ່າວ. ຕາມບົດລາຍງານຂອງກົມຈັດຕັ້ງ ແລະ ພະນັກງານ ແລະ ກົມການເງິນ ໃນກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2023 ເມື່ອວັນທີ 7 ມັງກອນ 2024 ທີ່ສູນເຕັກໂນໂລຊີຂໍ້ມູນຂ່າວສານ...

Continue reading

ຊາວໜຸ່ມ ຮາກຖານ ວລ ເຕັກນິກ ປາກປ່າສັກ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານວິທະຍາໄລ (ວລ) ເຕັກນິກ ປາກປ່າສັກ ຈັດພິທີຮັບການປະດັບທຸງໄຊນຳໜ້ານາມມະຍົດ 4 ບຸກ ພ້ອມທັງທາບທາມຄັດເລືອກບຸກຄະລາກອນຜູ້ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານ 4 ບຸກຊາວໜຸ່ມລາວ ເຂົ້າເປັນ ຄຊປປລ ຮາກຖານວິທະຍາໄລເຕັກນິກປາກປ່າສັກ ສະໄໝທີ VII ຮອບເປີດກວ້າງ ຮອບທີ I ແລະ ຮອບທີ II ເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ກະຊວງ ສສກ, ສະຫາຍ ປອ ສາຍສະໝອນ ງາມສີ ເລຂາພັກຮາກຖານ, ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ແລະ ສະຫາຍ ສາຄອນ ອຳຄາວົງ...

Continue reading

ເປີດເປັນທາງການ ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈໍາປີ 2023

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2023 ເມື່ອວັນທີ 7 ມັງກອນ 2024 ທີ່ສູນເຕັກໂນໂລຊີຂໍ້ມູນຂ່າວສານ ການສື່ສານ ການສຶກສາ ແລະ ກິລາ (ຕຶກໄອຊີທີ) ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະລັດຖະມົນຕີ, ອະດີດລັດຖະມົນຕີ ແລະ ຮອງລັດຖະມົນຕີ, ອະທິການບໍດີ ແລະ ຮັກສາການອະທິການບໍດີມະຫາວິທະຍາໄລ, ຜູ້ຕາງໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ, ບັນດາຫ້ອງການຈາກກະຊວງອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ,...

Continue reading

ວີໄອພີ ໄອເອັມຊີ ຊະນະ ແສງສະຫວັນ 3-2 ຄວ້າແຊ໋ມ ເຕະບານ ມິດຕະພາບ 4 ມ່ວນ ໂອກາດຕ້ອນຮັບພີ່ນ້ອງເຊື້ອຊາດລາວ ຈາກສະຫະລັດອາເມຣິກາ

ທີມວີໄອພີ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຫຼື ໄອເອັມຊີ ຢູໄນເຕັດ ກະຊວງສຶກສາທິການ ແລະ ກິລາ ຄອງແຊ໋ມການເເຂ່ງຂັນເຕະບານ ມິດຕະພາບ 4 ພາກສ່ວນ ຫຼັງໃນຮອບຊີງຊະນະເລີດ ສາມາດບຽດເອົາຊະນະ ທີມວີໄອພີ ແສງສະຫວັນ ໄປໄດ້ແບບຫວຸດຫວິດ 3-2 ປະຕູ ເນື່ອງໃນໂອກາດຕ້ອນຮັບຂະບວນພີ່ນ້ອງຄົນເຊື້ອຊາດລາວ ຈາກສະຫະລັດອາເມຣິກາ ໄດ້ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ ແລະ ກັບຄືນມາເບິ່ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ເພື່ອເປັນຈິດໜຶ່ງໃຈດຽວກັນສ້າງສາພັດທະນາປະເທດຊາດອັນເເສນຮັກ ໃຫ້ມີຄວາມຈະເລີນຮຸ່ງເຮືອສີວິໄລ ທັງເປັນການແນໃສ່ກະຕຸ້ນເປີດປີທ່ອງທ່ຽວລາວ 2024...

Continue reading

ສອງອ້າຍນ້ອງພັນທະຈັກ ນັກກິລາເຍົາວະຊົນລາວ ສ້າງຜົນງານຄວ້າ 3 ຫຼຽນເງິນ ແລະ 4 ຫຼຽນທອງ ລອຍນໍ້າຊີງແຊ໋ມລະດັບໂຮງຮຽນຂົງເຂດອາຊີ

ນາງ ວິພະດາ ພັນທະຈັກ ຫຼື ນ້ອງ ວິນນີ້ ອາຍຸ 7 ປີ ແລະ ທ້າວ ສຸກພະໄຊ ພັນທະຈັກ (ນ້ອງ ວິນເນີ້) ອາຍຸ 9 ປີ ສອງອ້າຍນ້ອງນັກກິລາລອຍນໍ້າ ຕົວແທນຂອງໂຮງຮຽນນານາຊາດ ຮິດຟິວ (HIS) ນະຄອນຫຼວງວຽງຈັນ ສປປ ລາວ ສ້າງຜົນງານຢ່າງໂດດເດັ່ນ ຄວ້າ 3 ຫຼຽນເງິນ ແລະ 4 ຫຼຽນທອງ ໃນການແຂ່ງຂັນລອຍນໍ້າລະດັບໂຮງຮຽນ ຂົງເຂດອາຊີ ຫຼື ລາຍການ AITN Bangkok Asian Open International AQUATICE Championship 2024 ລະຫວ່າງວັນທີ 2-4 ກຸມພາ 2024 ທີ່ນະຄອນຫຼວງບາງກອກ ປະເທດໄທ. ການແຂ່ງຂັນລອຍນໍ້າລະດັບໂຮງຮຽນ ຂົງເຂດອາຊີໃນຄັ້ງນີ້ ມີນັກກິລາ 900 ກວ່າຄົນ ຈາກ 14 ປະເທດໃນຂົງເຂດອາຊີ...

Continue reading

ແຂ່ງຂັນເຕະບານ ມິດຕະພາບ ຕ້ອນຮັບພີ່ນ້ອງເຊື້ອຊາດລາວ ຈາກສະຫະລັດອາເມຣິກາ ຫວນຄືນບ້ານເກີດເມືອງນອນ

ກົມພົວພັນຄົນເຊື້ອຊາດລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະມາຄົມການສຶຶກສາພາກເອກະຊົນ ຈັດເເຂ່ງຂັນເຕະບານນັດພິເສດ ມິດຕະພາບ ເພື່ອຕ້ອນຮັບຂະບວນພີ່ນ້ອງຄົນເຊື້ອຊາດລາວຈາກສະຫະລັດອາເມຣິກາ ໄດ້ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນ, ກັບຄືນມາເບິ່ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ເພື່ອເປັນຈິດໜຶ່ງໃຈດຽວກັນສ້າງສາພັດທະນາປະເທດຊາດອັນເເສນຮັກ ແນໃສ່ກະຕຸ້ນເປີດປີທ່ອງທ່ຽວລາວ ໃຫ້ມີບັນຍາກາດຄຶກຄື້ນ. ການແຂ່ງຂັນກິລາເຕະບານ ມິດຕະພາບ ລະຫວ່າງ ສະມາຄົມການສຶກສາພາກເອກະຊົນ ພົບກັບ ທີມພີ່ນ້ອງເຊື້ອຊາດລາວ ທີ່ມາຈາກສະຫະລັດອາເມຣິກາ ຈັດຂຶ້ນໃນຕອນບ່າຍວັນທີ 4 ກຸມພາ 2024...

Continue reading