ເປີດເປັນທາງການ ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈໍາປີ 2023

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ເປີດກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2023 ເມື່ອວັນທີ 7 ມັງກອນ 2024 ທີ່ສູນເຕັກໂນໂລຊີຂໍ້ມູນຂ່າວສານ ການສື່ສານ ການສຶກສາ ແລະ ກິລາ (ຕຶກໄອຊີທີ) ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຄະນະລັດຖະມົນຕີ, ອະດີດລັດຖະມົນຕີ ແລະ ຮອງລັດຖະມົນຕີ, ອະທິການບໍດີ ແລະ ຮັກສາການອະທິການບໍດີມະຫາວິທະຍາໄລ, ຜູ້ຕາງໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ, ບັນດາຫ້ອງການຈາກກະຊວງອ້ອມຂ້າງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ, ຜູ້ອໍານວຍການລັດວິສາຫະກິດ, ພະແນກ, ເມືອງ, ປະທານ ແລະ ເລຂາຄະນະບໍລິຫານງານ 3 ອົງການຈັດຕັ້ງມະຫາຊົນ, ທີ່ປຶກສາທູດດ້ານສຶກສາ ແລະ ວັດທະນະທຳ, ປະທານສະມາຄົມການສຶກສາພາກເອກະຊົນ ແລະ ບັນດາວິທະຍາໄລອ້ອມຂ້າງເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວມີຄຳເຫັນໃນພິທີເປີດກອງປະຊຸມວ່າ: ການຈັດກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ປະຈຳປີ 2023 ໃນຄັ້ງນີ້, ແມ່ນຈະໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາ ປະຈໍາປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງຂະແໜງການຍ່ອຍ; ລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ ປະຈໍາປີ 2022; ລາຍງານຜົນການຈັດຕັ້ງປະຕິບັດມະຕິ 09/ລບ ລົງວັນທີ 17 ກໍລະກົດ 2023 ແລະ ການຜັນຂະຫຍາຍມະຕິລັດຖະບານ ເລກທີ 17/ລບ, ລົງວັນທີ 12 ທັນວາ 2023; ລາຍງານກ່ຽວກັບສາເຫດ, ທິດທາງ ແລະ ມາດຕະການແກ້ໄຂບັນຫາສະພາບການເຂົ້າຮຽນຫຼຸດລົງ ແລະ ການປະລະເພີ່ມຂຶ້ນ ໃນການສຶກສາຫຼັງຂັ້ນພື້ນຖານ ແລະ ການຜັນຂະຫຍາຍມະຕິລັດຖະບານ ເລກທີ 17/ລບ; ລາຍງານສະພາບກ່ຽວກັບວຽກງານການພັດທະນາກິລາມວນຊົນ ແລະ ແຜນການຈັດການແຂ່ງຂັນມະຫາກໍາກິລານັກຮຽນ ທີ່ແຂວງສາລະວັນ; ລາຍງານສະພາບກ່ຽວກັບວຽກງານການພັດທະນາກິລາລະດັບສູງ ແລະ ການຜັນຂະຫຍາຍມະຕິລັດຖະບານ ເລກທີ 17/ລບ; ລາຍງານສະພາບກ່ຽວກັບການພັດທະນາວຽກງານວິທະຍາສາດ ແລະ ການຜັນຂະຫຍາຍມະຕິລັດຖະບານ ເລກທີ 17/ລບ; ລາຍງານກ່ຽວກັບສະພາບການປະລະການຮຽນ, ສາເຫດທີ່ພາໃຫ້ນັກຮຽນປະລະການຮຽນ ສໍາລັບສົກຮຽນ 2023-2024 ແລະ ທິດທາງໃນການແກ້ໄຂ ໂດຍພະແນກສຶກສາທິການ ແລະ ກິລາແຂວງບໍ່ແກ້ວ; ລາຍງານກ່ຽວກັບຜົນການເກັບກໍາຂໍ້ມູນສະພາບການປະລະການຮຽນຂອງນັກຮຽນ, ສາເຫດທີ່ພາໃຫ້ນັກຮຽນປະລະການຮຽນ ສໍາລັບສົກຮຽນ 2023-2024 ແລະ ທິດທາງໃນການແກ້ໄຂ ໂດຍພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ; ລາຍງານກ່ຽວກັບສະພາບການປະລະການຮຽນ ແລະ ບົດຮຽນໃນການແກ້ໄຂການປະລະການຮຽນ ໂດຍພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ; ລາຍງານກ່ຽວກັບສະພາບການປະລະການຮຽນ, ສາເຫດທີ່ພາໃຫ້ນັກຮຽນປະລະການຮຽນ ສໍາລັບສົກຮຽນ 2023-2024 ແລະ ທິດທາງໃນການແກ້ໄຂ ໂດຍພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ.
ນອກຈາກນີ້, ຍັງໄດ້ຮັບຟັງການຜັນຂະຫຍາຍມະຕິຂອງລັດຖະບານ ສະບັບເລກທີ 17/ລບ, ລົງວັນທີ 12 ທັນວາ 2023 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ, ລົງວັນທີ 05 ກັນຍາ 2023 ເຂົ້າໃນວຽກສຶກສາ ວິທະຍາສາດ ແລະ ກິລາຕື່ມອີກ. ພ້ອມກັນນັ້ນ, ຍັງໄດ້ປະກອບຄໍາຄິດຄໍາເຫັນຮ່ວມກັນ ເພື່ອເຮັດໃຫ້ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ມີການພັດທະນາຂຶ້ນເລື້ອຍໆ.
ສຳລັບການຈັດກອງປະຊຸມໃນຄັ້ງນີ້, ຈະໄດ້ດຳເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 7-8 ມັງກອນ 2024 ຈຶ່ງຈະອັດລົງ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ