Skip to main content

ຊາວໜຸ່ມ ຮາກຖານ ວລ ເຕັກນິກ ປາກປ່າສັກ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ

08/02/2024

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຫຼື ຄຊປປລ ຮາກຖານວິທະຍາໄລ (ວລ) ເຕັກນິກ ປາກປ່າສັກ ຈັດພິທີຮັບການປະດັບທຸງໄຊນຳໜ້ານາມມະຍົດ 4 ບຸກ ພ້ອມທັງທາບທາມຄັດເລືອກບຸກຄະລາກອນຜູ້ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານ 4 ບຸກຊາວໜຸ່ມລາວ ເຂົ້າເປັນ ຄຊປປລ ຮາກຖານວິທະຍາໄລເຕັກນິກປາກປ່າສັກ ສະໄໝທີ VII ຮອບເປີດກວ້າງ ຮອບທີ I ແລະ ຮອບທີ II ເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ກະຊວງ ສສກ, ສະຫາຍ ປອ ສາຍສະໝອນ ງາມສີ ເລຂາພັກຮາກຖານ, ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ ແລະ ສະຫາຍ ສາຄອນ ອຳຄາວົງ ຄະນະບໍລິຫານງານ ຄຊປປລ ວິທະຍາໄລອ້ອມຂ້າງ ກະຊວງ ສສກ ທັງເປັນເລຂາ ຄຊປປລ ຮາກຖານວິທະຍາໄລເຕັກນິກປາກປ່າສັກ, ມີບັນດາຄະນະບໍລິຫານງານວິທະຍາໄລອ້ອມຂ້າງ, ພະນັກງານ ຄູອາຈານ ແລະ ນັກສຶກສາພາຍໃນວິທະຍາໄລເຂົ້າຮ່ວມ.

ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດຈັດພິທີປະກາດທຸງໄຊນຳໜ້າຂະບວນການ 4 ບຸກ, ຜ່ານບົດສະຫຼຸບວຽກງານ 4 ບຸກ ໄລຍະ 3 ປີ ແລະ ແຜນການຕໍ່ໜ້າ, ຜ່ານຂໍ້ຕົກລົງວ່າດ້ວຍການມອບຮັບທຸງໄຊນຳໜ້າ 4 ບຸກ, ຜ່ານຂໍ້ຕົກລົງໃບຢັ້ງຢືນ 4 ບຸກ ປະຈຳປີ 2022 ພ້ອມທັງມີການທາບທາມ ຄຊປປລ ຮາກຖານ ວຕປສ (ຮອບທີ I ແລະ ຮອບທີ II), ຜ່ານມາດຖານບຸກຄະລາກອນລົງສະໝັກເລືອກຕັ້ງ ແລະ ມີການຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການປ່ອນບັດ.

ສະຫາຍ ສາຄອນ ອຳຄາວົງ ໄດ້ກ່າວໃຫ້ຮູ້ວ່າ:  ຄຊປປລ ຮາກຖານ ວິທະຍາ​ໄລ ເຕັກນິກ ປາກປ່າສັກ ສາຍຕັ້ງຂຶ້ນກັບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວິທະຍາໄລອ້ອມຂ້າງກະຊວງ ສສກ ກໍຄື ຄະນະບໍລິຫານງານຊາວໜຸ່ມກະຊວງ ສສກ,  ສາຍຂວາງຂຶ້ນກັບຄະນະພັກຮາກຖານ ວິທະຍາໄລ ເຕັກນິກ ປາກປ່າສັກ ຊີ້ນຳ-ນຳພາທຸກວຽກງານໃນການຈັດຕັ້ງປະຕິບັດ ຄະນະຊາວໜຸ່ມປະກອບມີ 7 ສະຫາຍ ເປັນຍິງ 1 ສະຫາຍ, ມີ 3 ໜ່ວຍ, 8 ຈຸ ເຄື່ອນໄຫວ, ສະມາຊິກທັງໝົດ 2.566 ສະຫາຍ, ຍິງ 1.517 ສະຫາຍ, ​ມີພະນັກງານ 104 ສະຫາຍ, ຍິງ 41 ສະຫາຍ, ມີສະມາຊິກຊາວໜຸ່ມທີ່ເປັນສະມາຊິກພັກ 46 ສະຫາຍ, ຍິງ 15 ສະຫາຍ, ເປັນສະມາຊິກພັກສຳຮອງ 0 ສະຫາຍ ແລະ ເປັນມະຫາຊົນກ້າວໜ້າ 10 ສະຫາຍ, ຍິງ 4 ສະຫາຍ,​ ເຄື່ອນໄຫວຕົວຈິງ 102 ສະຫາຍ, ຍິງ 40 ສະຫາຍ, ໄປຮຽນຕໍ່ 2 ສະຫາຍ, ຍິງ 1 ສະຫາຍ.​

ອີງຕາມຜົນການປະເມີນສະເລ່ຍຂອງ 3 ປີຜ່ານມາ ຄືປີ 2020, 2021 ແລະ 2022 ຂອງຮາກຖານຊາວໜຸ່ມວິທະຍາໄລເຕັກນິກປາກປ່າສັກ, ຜົນຂອງການປະເມີນ ສຳລັບບຸກທາງດ້ານ​ແນວ​ຄິດ ຜົນຂອງ​ການ​ປະ​ເມີນ 94,9%, ບຸກທາງ​ດ້ານ​ການ​ຝຶກ​ຝົນ​ຮໍ່າຮຽນ ຜົນ​ຂອງ​ການ​ປະ​ເມີນ 94,6%, ບຸກທາງ​ດ້ານ​ການຈັດ​ຕັ້ງ ຜົນ​ຂອງ​ການ​ປະ​ເມີນ 94,7%, ບຸກທາງ​ດ້ານ​ວິຊາຊີບ ສ້າງ​ວຽກ​ເຮັດ​ງານ​ທຳ ຜົນ​ຂອງ​ການ​ປະ​ເມີນ 94,5%, ຜົນຄະ​ແນນ​ສະ​ເລ່ຍທັງ 4 ດ້ານ 94,7%.​

ຜົນການສະຫຼຸບສັງລວມການປະເມີນຂອງສະມາຊິກຊາວໜຸ່ມທີ່ເປັນນັກສຶກສາ ໂດຍອີງຕາມຜົນການປະເມີນສະເລ່ຍຂອງສະມາຊິກທັງໝົດ 200 ສະຫາຍ ຍິງ 127 ສະຫາຍ ບຸກທາງດ້ານ​ແນວ​ຄິດ ຜົນ​ຂອງ​ການ​ປະ​ເມີນ 86,15%, ບຸກທາງ​ດ້ານ​ການ​ຝຶກ​ຝົນ​ຮໍ່າຮຽນ ຜົນ​ຂອງ​ການ​ປະ​ເມີນ 86,41%, ບຸກທາງ​ດ້ານ​ການຈັດ​ຕັ້ງ ຜົນ​ຂອງ​ການ​ປະ​ເມີນ 86,05%, ບຸກທາງ​ດ້ານ​ວິຊາຊີບ ສ້າງ​ວຽກ​ເຮັດ​ງານ​ທຳ ຜົນ​ຂອງ​ການ​ປະ​ເມີນ 86,02%, ຜົນຄະ​ແນນ​ສະ​ເລ່ຍທັງ 4 ດ້ານ 86,16%, ອີງ​ໃສ່​ຜົນງານ​ການ​ເຄື່ອນ​ໄຫວ​ຕົວ​ຈິງ ສົມ​ທຽບ​ໃສ່​ມາດຖານ​ຂອງ​ການ​ແຂ່ງຂັນ​ຂອງ ສູນກາງ ຄຊປປລ ສາມາດ​ຈັດ​ປະ​ເພດ​ເປັນ​ ຄະນະ​ບໍລິຫານ​ງານຊາວ​ໜຸ່ມ​ຮາກຖານ ວິທະຍາໄລເຕັກນິກປາກປ່າສັກ 4 ບຸກ​ ທັງ 3 ປີ ແລະ ສາມາດສະເໜີຂໍທຸງໃຊ້ນຳໜ້າຂອງອົງການຈັດຕັ້ງຊາວໜຸ່ມໄດ້.

ສະຫາຍ ເລຂາ ຄຊປປລ ຮາກຖານ ວິທະຍາໄລ ເຕັກນິກ ປາກປ່າສັກ ກ່າວອີກວ່າ: ທິດ​ທາງ ​ແລະ ​ແຜນການ ຄາດໝາຍ​ສູ້​ຊົນ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ 4 ບຸກ ຈະສືບຕໍ່​ສຶກສາ​ອົບ​ທາງ​ດ້ານ​ການ​ເມືອງ​​ແນວ​ຄິດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ພະນັກງານ ​ແລະ ນັກຮຽນ-ນັກ​ສຶກສາ​ໃຫ້​ໄດ້ 95%, ຈັດ​ປາຖະກະຖາ​ເລົ່າຄືນ​ບັນດາ​ມູນ​ເຊື້ອ​ຕ່າງໆ​ທີ່​ສຳຄັນ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ພະນັກ​ງານ, ນັກຮຽນ-ນັກ​ສຶກສາ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ຕໍ່​ຄວາມ​ໝາຍ​ ແລະ ​ຄວາມ​ສຳຄັນ​ຂອງ​ມູນ​ເຊື້ອ​ດັ່ງກ່າວ, ສືບຕໍ່​ຊຸກ​ຍຸ້ສະມາຊິກ​ຊາວ​ໜຸ່ມໃຫ້ມີການພັດທະນາ​ທາງ​ດ້ານ​ວຽກ​ງານ​ວິຊາ​ສະ​ເພາະ​, ການ​ຈັດການ​ຮຽນການ​ສອນ, ຍົກ​ລະດັບ, ສົ່ງ​ເສິມ​ທາງ​ດ້ານ​ວຽກ​ງານ​, ການ​ປະກອບ​ອາຊີ​ບ ​ແລະ ອື່ນໆ​ໃຫ້​ໄດ້ 95%, ສືບຕໍ່​ວຽກ​ງານສ້າງ​ຂະ​ບວນການ​ເຄື່ອນ​ໄຫວ​ນອກ​ຫຼັກສູດ ​ເປັນ​ຕົ້ນແມ່ນ ​ຈັດການ​ແຂ່ງຂັນ​ກິລາ​ໃຫ້​ໄດ້ 1 ຄັ້ງ​ຕໍ່​ປີ, ຈັດ​ແຂງ​ຂັນ​ສິລະ​ປະ-​ວັນນະຄະດີ​ໃຫ້​ໄດ້ 1 ຄັ້ງ​ຕໍ່​ປີ, ຈັດການ​ອອກ​ແຮງ​ງານ​ລວມວັນ​ເສົາ​ແດງ​ໃຫ້​ໄດ້ 4 ຄັ້ງ​ຕໍ່​ປີ, ຈັດການ​ປ້ອງ​ກັນ​ເວນ​ຍາມ​ຂອບ​ເຂດ​ຕົນ​ເອງ​ຮັບຜິດຊອບ​ໃຫ້​ປອດ​ໄພ 100%, ສືບຕໍ່ປຸກລະດົມຂົນຂວາຍທາງດ້ານງົບປະມານ ແລະ ອຸປະກອນການຮຽນການສອນຈາກບັນດາສະມາຊິກຊາວໜຸ່ມທັງພາຍໃນ ແລະ ຫ່າງຮ້ານ, ບໍລິສັດພາຍນອກ ເພື່ອນຳໄປຊ່ວຍເຫຼືອໂຮງຮຽນຢູ່ເຂດນອກທີ່ຍັງທຸກຍາກຂາດເຂີນອຸປະກອນການຮຽນ ແລະ ເຄື່ອງນຸ່ງຮົ່ມ, ສືບຕໍ່ຊຸກຍູ້ຈັດຝຶກອົບຮົມໃຫ້ສະມາຊິກຊາວໜຸ່ມເຂົ້າໃຈເຖິງຂະບວນການຈັດຕັ້ງປະຕິບັດວຽກງານກວດ, ວຽກງານ 4 ບຸກໃຫ້ໄດ້ຢ່າງໜ້ອຍ 1 ຄັ້ງຕໍ່ປີ ແລະ ສືບຕໍ່ສົ່ງເສີມຊຸກຍູ້ສະມາຄົມຊາວໜຸ່ມນັກຮຽນ- ນັກສຶກສາພາຍໃນວິທະຍາໄລໃຫ້ມີຄວາມເຂັ້ມແຂງ ແລະ ສາມາດປະຕິບັດຕາມພາລະບົດບາດໜ້າທີ່ຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ໃຫ້ເປັນທີ່ຮັບຮູ້ຢ່າງທົ່ວເຖິງທັງພາຍໃນ ແລະ ພາຍນອກ.

 ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ