ບໍລິສັດ ນ້ຳເທີນ-ຫີນບູນ ອຸປະຖຳເກືອບ 1 ຕື້ກິີບ ຈັດງານກິລານັກຮຽນທົ່ວປະເທດ ຄັ້ງທີ 7 ທີ່ແຂວງສາລະວັນ ເປັນເຈົ້າພາບ
ພິທີລົງນາມມອບ-ຮັບເງິນຊ່ວຍເຫຼືອຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 2 ກຸມພາ 2024 ທີ່ພະແນກສຶກສາທິການ ແລະກິລາແຂວງສາລະວັນ, ເປັນກຽດມອບໂດຍ ທ່ານ ປອ ຈີ່ຊົງ ຈື່ຫວ່າໄຊກິ ຜູ້ອຳນວຍການໃຫຍ່ບໍລິສັດ ນ້ຳເທີນ-ຫີນບູນ ພາວເວີ ຈຳກັດ (THPC) ແລະ ຮັບໂດຍ ທ່ານ ສຸນີ ນາມມະບົວລີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ, ໂດຍມີ ທ່ານ ປອ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ແລະ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ, ຄູ-ອາຈານ ແລະ...








