Skip to main content

ສສກ ຫາລືວິຊາການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຄໍ້າປະກັນວັດສະດຸນິວເຄຣຍ

ກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມວິຊາການກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຄໍ້າປະກັນວັດສະດຸນິວເຄຣຍ ໃນລະຫວ່າງວັນທີ 15-18 ມັງກອນ 2024 ທີ່ໂຮງແຮມຄຣາວພຣາຊາ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຄະນະຜູ້ຕາງໜ້າຈາກສະຖານທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ, ຄະນະຊ່ຽວຊານຈາກກົມພະລັງງານ ສະຫະລັດອາເມຣິກາ, ຊ່ຽວຊານຈາກອົງການພະລັງງານປະລໍາມະນູສາກົນ, ກະຊວງອ້ອມຂ້າງ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ປອ ສຸລິອຸດົງ ສູນດາລາ...

Continue reading

ເອັນແອນເອັນ ຄອງແຊ໋ມເຕະບານ ຢູ-45 ລາວ-ໄທ 2024 ທີ່ແຂວງອຸດອນທານີ

ສະໂມສອນ ເອັນແອນເອັນ ເອັບຊີ ນຳໂດຍທ່ານ ບຸນມີ ໄຊຍະວົງ ປະທານສະໂມສອນ ເອັນແອນເອັນ ເອັບຊີ ທັງເປັນຮອງປະທານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ສະເພາະໃນຮອບ 4 ທີມ ສາມາດລົ້ມທີມຍັກໃຫຍ່ ສະໂມສອນ ປະສານໃຈ ເອັບຊີ ຈາກສປປ ລາວ ດ້ວຍກັນ 1-0 ປະຕູ ກ່ອນ ຈະປາບ ທີມລວມເພື່ອນລາດສະພັດ ຈາກໄທ ໃນຮອບຊີງຊະນະເລີດ 2-1 ແຈ້ງເກີດ ຄວ້າແຊ໋ມການແຂ່ງຂັນເຕະບານ 8 ຄົນ ຫຼື 7 ຮັບ 1 ລາຍການ ຢູ-45 ມິດຕະພາບ ລາວ-ໄທ ຊີງຂັນສະໜາມກິລາຊ້າງເຜືອກ ຊິຕີ ພ້ອມເງິນລາງວັນ 6 ລ້ານກີບ ຫຼື ສະກຸນເງິນບາດ 10.000 ບາດ ໄປຄອງ. ລາຍການດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 20 ມັງກອນ 2024...

Continue reading

ລັດຖະມົນຕີ ສສກ ຊຸກຍູ້ວຽກງານທີ່ແຂວງຫຼວງນໍ້າທາ

ທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໃນວັນທີ 18 ມັງກອນ 2024 ທີ່ສະໂມສອນ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂດຍຕາງໜ້າໃນການຕ້ອນຮັບຂອງທ່ານ ບຸນໂຮມ ຈິດດາລາ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 5 ເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ ແລະ ພະນັກງານຄູອາຈານເຂົ້າຮ່ວມ. ໃນໂອກາດຕ້ອນຮັບລັດຖະມົນຕີ ກະຊວງສຶກສາທິການ ແລະ...

Continue reading

ລາວ-ຫວຽດນາມ ສືບຕໍ່ຮ່ວມມືຂົງເຂດການສຶກສາ ກໍ່ສ້າງຊັບພະຍາກອນມະນຸດ 2024 ລວມ 500 ກວ່າທຶນ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ  ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ໄດ້ສືບຕໍ່ຮ່ວມມືໃນຂົງເຂດການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ໃນປີ 2024 ໃນນີ້ ຝ່າຍຫວຽດນາມ ຮັບພະນັກງານ, ນັກຮຽນ, ນັກສຶກສາລາວ ແລະ ລູກຫຼານຂອງຊາວຫວຽດນາມ ຕ່າງດ້າວທີ່ອາໄສຢູ່ ສປປ ລາວ ຈຳນວນ 464 ທຶນ ໄປຮຽນທີ່ ສສ ຫວຽດນາມ ໃນລະດັບມັດທະຍົມສຶກສາຕອນປາຍ, ປະລິນຍາຕີ, ຫຼັງປະລິນຍາຕີ ແລະ ບຳລຸງໄລຍະສັ້ນ ແລະ ຝ່າຍລາວ ໃຫ້ທຶນການສຶກສາແກ່ຝ່າຍຫວຽດນາມ ຈຳນວນ 60 ທຶນ ກໍ່ສ້າງລະດັບປະລິນຍາຕີ, ຫຼັງປະລິນຍາຕີ, ບຳລຸງໄລຍະສັ້ນ ແລະ ຮຽນພາສາລາວ 1 ສົກຮຽນ ລວມທັງໝົດ 524 ທຶນ. ໃນລະຫວ່າງວັນທີ 6-7 ມັງກອນ 2024 ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ...

Continue reading

ເອັດແອວ ຄອງແຊ໋ມເຕະບານຊາຍຊີງຂັນເຈົ້າແຂວງອຸດົມໄຊ 2024 ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ

ທີມສູນຝຶກ ເອັດແອວ ອາຄາເດມີ ເມືອງໄຊ ສາມາດເອົາຊະນະ ທີມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຫຼື ປກສ ແຂວງ ໄປໄດ້ 2-0 ປະຕູ ໃນໄລຍະຕໍ່ເວລາພິເສດ ຫຼັງໃນເວລາປົກກະຕິທັງສອງທີມບໍ່ສາມາດຍິງປະຕູຕັດສິນກັນໄດ້ສະເໝີ 0-0 ຄວ້າຂັນທ່ານເຈົ້າແຂວງອຸດົມໄຊ ປະຈຳປີ 2024 ໄປຄອງຢ່າງສົມສັກສີ ພ້ອມເງິນລາງວັນ ຈຳນວນ 10 ລ້ານກີບ ແລະ ປີ້ເຂົ້າຊົມຄອນເສີດ ຈຳນວນ 10 ບັດ ລວມມູນຄ່າ 5 ແສນກີບ. ພິທີປິດການແຂ່ງຂັນກິລາເຕະບານຊາຍ ຊີງຂັນທ່ານເຈົ້າແຂວງອຸດົມໄຊ ປະຈໍາປີ 2024 ໂດຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ, ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69...

Continue reading

ສກຂ ຫຼວງນ້ຳທາ ສຳເລັດການແຂ່ງຂັນກິລາເປຕັງ ສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງນ້ຳທາ ສຳເລັດການແຂ່ງຂັນກິລາເປຕັງປະເພດຄູ່ຍິງ-ຄູ່ຊາຍ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນເກີດທ່ານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ໃນຕອນແລງວັນທີ 17 ມັງກອນ 2024 ທີ່ເດີ່ນເປຕັງຮ້ານກິນດື່ມແຟນໃໝ່ ໂດຍເປັນກຽດເຂົ້າຮ່ວມ ແລະ ມອບຂັນລາງວັນຂອງ ທ່ານ ບຸນໂຮມ ຈິດດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງນ້ຳທາ ແລະ ທ່ານ ສົມພອນ ສຸວັນນະກາສີ ຄະນະສະຫະພັນກິລາເປຕັງແຂວງຫຼວງນ້ຳທາ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະຮັບຜິດຊອບຈັດການແຂ່ງຂັນ, ກຳມະການຕັດສິນ, ຄູຝຶກ, ນັກກິລາ...

Continue reading

ທົບທວນຄືນເງື່ອນໄຂການຄັດເລືອກປື້ມອ່ານສຳລັບເດັກໃຫ້ມີຄຸນນະພາບ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບໂຄງການຮຽນອ່ານ ອົງການຊ່ວຍເຫຼືອເດັກ, ແຜນງານສົ່ງເສີມການຮຽນຮູ້ໜັງສື, ອົງການຣູມທູຣີດ ປະຈຳຫ້ອງການໃຫຍ່ສາກົນ ແລະ ອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມເພື່ອທົບທວນຄືນເງື່ອນໄຂການຄັດເລືອກປື້ມອ່ານສຳລັບເດັກໃຫ້ມີຄຸນນະພາບ ແນໃສ່ຄັດເລືອກປະເພດປື້ມຕົວຈິງເພື່ອສ້າງແຄັດຕາລ໋ອກ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນໃນລະຫວ່າງວັນທີ 8-12 ມັງກອນ 2024 ທີ່ໂຮງແຮມລາວພລາຊາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ...

Continue reading

ການນຳຂັ້ນສູງ ສປ ຈີນ ຢ້ຽມຢາມສະຖາບັນຂົງຈື ມຊ

ການນຳຂັ້ນສູງ ສປ ຈີນ ນຳໂດຍທ່ານ ຫຼີຊູ່ເຫຼີຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກຄອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ສປປ ລາວ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ແລະ ຕາງໜ້າໃນການຕ້ອນຮັບໂດຍທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ຄະນະພັກກະຊວງສຶກສາທິການ ແລະ ກິລາ, ເລຂາອົງຄະນະພັກ, ອະທິການບໍດີ ມຊ, ມີທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມດ້ວຍຄະນະອະທິການບໍດີ ມຊ ແລະ ພະນັກງານຄູອາຈານເຂົ້າຮ່ວມ. ໃນໂອກາດຕ້ອນຮັບຄະນະຜູ້ແທນຂັ້ນສູງ ...

Continue reading