ການນຳຂັ້ນສູງ ສປ ຈີນ ຢ້ຽມຢາມສະຖາບັນຂົງຈື ມຊ

ການນຳຂັ້ນສູງ ສປ ຈີນ ນຳໂດຍທ່ານ ຫຼີຊູ່ເຫຼີຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກຄອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ສປປ ລາວ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ແລະ ຕາງໜ້າໃນການຕ້ອນຮັບໂດຍທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ຄະນະພັກກະຊວງສຶກສາທິການ ແລະ ກິລາ, ເລຂາອົງຄະນະພັກ, ອະທິການບໍດີ ມຊ, ມີທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມດ້ວຍຄະນະອະທິການບໍດີ ມຊ ແລະ ພະນັກງານຄູອາຈານເຂົ້າຮ່ວມ.
ໃນໂອກາດຕ້ອນຮັບຄະນະຜູ້ແທນຂັ້ນສູງ ສປ ຈີນ ຄັ້ງນີ້, ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະ ຜົນງານຂອງສະຖາບັນຂົງຈື ໃນ 13 ປີຜ່ານມາແລະ ທ່ານ ຫຼົວໝິງ (LUO Ming) ຜູ້ອໍານວຍການຝ່າຍຈີນ ໄດ້ກ່າວລາຍງານກ່ຽວກັບກິດຈະກໍາ ແລະ ສິ່ງປະດິດຂອງນັກສຶກສາລາວ ແລະ ການສະແດງການຊົງຊາ, ການດີດພິນຈີນ, ການຂຽນຕົວອັກສອນຈີນຂອງນັກສຶກສາລາວທີ່ຮຽນຢູ່ສະຖາບັນຂົງຈື. ນອກຈາກນັ້ນ, ຄະນະນໍາທັງສອງຝ່າຍ ລາວ-ຈີນ ໄດ້ລົງຕິດຕາມໃກ້ຊິດຕິດແທດຫ້ອງຮຽນພາສາຈີນຂອງນັກສຶກສາປີທີ 1 ແລະ ປີທີ 2 ຫຼັກສູດຄູພາສາຈີນ ຊຶ່ງນັກສຶກສາໄດ້ໃຊ້ພາສາຈີນ ແລະ ພາສາລາວໃນການແນະນໍາຕົນເອງ ພ້ອມທັງໄດ້ເວົ້າກ່ຽວກັບເປົ້າໝາຍການຮຽນພາສາຈີນໃຫ້ແກ່ຄະນະນໍາທັງສອງຝ່າຍໄດ້ຮັບຟັງ.
ທ່ານ ຫຼີຊູ່ເຫຼີຍ ໄດ້ຕີລາຄາສູງຕໍ່ຜົນງານຂອງສະຖາບັນຂົງຈືທີ່ໄດ້ສ້າງໃນ 13 ປີຜ່ານມາ ພ້ອມທັງຍ້ອງຍໍຊົມເຊີຍນ້ອງນັກສຶກສາສະຖາບັນທີ່ສາມາດໃຊ້ພາສາຈີນ-ລາວ ໃນການແນະນໍາຕົນເອງ ແລະ ສົນທະນາໄດ້ຢ່າງຄ່ອງແຄ້ວ. ນອກຈາກນີ້, ຍັງສາມາດເຂົ້າໃຈວັດທະນະທໍາຈີນເປັນຢ່າງດີ ແລະ ຂໍໃຫ້ປະກອບສ່ວນເຂົ້າໃນວຽກງານສ້າງສາຍພົວພັນມິດຕະພາບລາວ-ຈີນ. ນອກຈາກນີ້, ທ່ານໄດ້ກ່າວຕື່ມວ່າ: ຫວັງຢ່າງຍິ່ງວ່າ ພາຍໃຕ້ການນໍາພາຊີ້ນໍາຂອງຄະນະນໍາມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ (GUANGXI MINZU UNIVERSITY) ແລະ ການເອົາໃຈໃສ່ຂອງຄະນະນໍາ ແລະ ພະນັກງານທັງຝ່າຍ ລາວ-ຈີນ ຈະເຮັດໃຫ້ສະຖາບັນຂົງຈືກາຍເປັນສະຖາບັນຕົວແບບພາຍໃນພາກພື້ນ ແລະ ສາກົນ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ