Skip to main content

ທົບທວນຄືນເງື່ອນໄຂການຄັດເລືອກປື້ມອ່ານສຳລັບເດັກໃຫ້ມີຄຸນນະພາບ

17/01/2024

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບໂຄງການຮຽນອ່ານ ອົງການຊ່ວຍເຫຼືອເດັກ, ແຜນງານສົ່ງເສີມການຮຽນຮູ້ໜັງສື, ອົງການຣູມທູຣີດ ປະຈຳຫ້ອງການໃຫຍ່ສາກົນ ແລະ ອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມເພື່ອທົບທວນຄືນເງື່ອນໄຂການຄັດເລືອກປື້ມອ່ານສຳລັບເດັກໃຫ້ມີຄຸນນະພາບ ແນໃສ່ຄັດເລືອກປະເພດປື້ມຕົວຈິງເພື່ອສ້າງແຄັດຕາລ໋ອກ.

ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນໃນລະຫວ່າງວັນທີ 8-12 ມັງກອນ 2024 ທີ່ໂຮງແຮມລາວພລາຊາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຮສ.ປອ ນາງ ສີລິນທອນ ສັກລໍຄໍາ  ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄາມໍ ໂຮເຊັນ ຫົວໜ້າໂຄງການຮຽນອ່ານ, ອົງການຊ່ວຍເຫຼືອເດັກ, ທ່ານ ແພັດທຣິກ ເຄີຣີ  ຮອງອຳນວຍການແຜນງານສົ່ງເສີມການຮຽນຮູ້ໜັງສື, ອົງການຣູມທູຣີດ ປະຈຳຫ້ອງການໃຫຍ່ສາກົນ ແລະ ທ່ານ ຄູເລັນ ຮິວ ຮັກສາການຫົວໜ້າອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ, ມີຕາງໜ້າໂຄງການຮຽນອ່ານ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕະຫຼອດຮອດບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ໄດ້ສຳເລັດການກຳນົດເງື່ອນໄຂການຈັດລະດັບ ເພື່ອຄັດເລືອກປຶ້ມເຂົ້າໃນແຄັດຕາລ໋ອກປຶ້ມອ່ານທີ່ເໝາະສົມສຳລັບເດັກ, ໄດ້ຮຽນຮູ້ວິທີການຈັດປະເພດ ແລະ ຮູບແບບຂອງປຶ້ມທີ່ພວກເຮົາຈະນຳໃຊ້ໃນການຄັດເລືອກປຶ້ມເຂົ້າໃນແຄັດຕາລ໋ອກ. ນອກຈາກນັ້ນ, ຍັງໄດ້ຮຽນຮູ້ກ່ຽວກັບລາຍການກວດສອບເລື່ອງການມີສ່ວນຮ່ວມ ແລະ ການປົກປ້ອງເດັກໃນປຶ້ມນິທານ ເພື່ອຮັບປະກັນການມີສ່ວນຮ່ວມໃນທຸກຂັ້ນຕອນການຜະລິດ ແລະ ການຄັດເລືອກປຶ້ມທີ່ເໝາະສົມສຳລັບເດັກ, ຜູ້ແທນກອງປະຊຸມຍັງໄດ້ຮ່ວມກັນກວດແກ້ລາຍການກວດກາຄຸນນະພາບປຶ້ມອ່ານສຳລັບເດັກ ເພື່ອນຳໃຊ້ເປັນຄູ່ມື ຫຼື ມາດຕະຖານອ້າງອີງໃນການຄັດເລືອກ, ແຍກປະເພດ, ລະດັບ ແລະ ຮູບແບບຂອງປຶ້ມອ່ານສຳລັບເດັກເຂົ້າໃນແຄັດຕາລ໋ອກ, ໄດ້ຮຽນຮູ້ກ່ຽວກັບເຄື່ອງມືໃນການຊອກຫາຊ່ອງຫວ່າງຂອງຮູບແບບ ແລະ ປະເພດປຶ້ມທີ່ຕ້ອງການທີ່ຈະນຳໃຊ້ ເພື່ອຈຸດປະສົງການຮຽນຮູ້ໜັງສືຂອງເດັກ ທຽບກັບປຶ້ມທີ່ມີຢູ່ໃນທ້ອງຕະຫຼາດໃນປັດຈຸບັນ ແລະ ໄດ້ປຶກສາຫາລືກ່ຽວກັບຮູບແບບແຄັດຕາລ໋ອກທີ່ຕ້ອງການ ວ່າຮູບລັກສະນະ ແລະ ຂໍ້ມູນທີ່ຈະນຳເຂົ້າໃນແຄັດຕາລ໋ອກຄ້າວໆວ່າຈະເປັນແນວໃດ ລວມທັງໄດ້ຮັບຮູ້ຄວາມຄືບໜ້າຂອງການເຄື່ອນໄຫວວຽກງານຂອງກຸ່ມສຳນັກພິມໃນການສົ່ງເສີມການອ່ານ. ນອກຈາກນີ້, ທາງໜ່ວຍງານວິຊາການຈາກໂຄງການຮຽນອ່ານ, ກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຮ່ວມກັນສືບຕໍ່ການຄັດເລືອກປຶ້ມຕົວຈິງເຂົ້າໃນແຄັດຕາລ໋ອກ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ