ລັດຖະມົນຕີ ສສກ ຊຸກຍູ້ວຽກງານທີ່ແຂວງຫຼວງນໍ້າທາ

ທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໃນວັນທີ 18 ມັງກອນ 2024 ທີ່ສະໂມສອນ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂດຍຕາງໜ້າໃນການຕ້ອນຮັບຂອງທ່ານ ບຸນໂຮມ ຈິດດາລາ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 5 ເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ ແລະ ພະນັກງານຄູອາຈານເຂົ້າຮ່ວມ.
ໃນໂອກາດຕ້ອນຮັບລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄັ້ງນີ້, ທ່ານ ບຸນໂຮມ ຈິດດາລາ ໄດ້ລາຍງານສະພາບການພັດທະນາການສຶກສາ ແລະ ກິລາຂອງແຂວງຫຼວງນໍ້າທາໂດຍຫຍໍ້ ຊຶ່ງການສຶກສາໃນແຂວງຫຼວງນໍ້າທາ ແມ່ນໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຄູອາຈານ ສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງໜັກແໜ້ນ ມີຄວາມອຸ່ນອຽນທຸ່ນທ່ຽງ ເຮັດໃຫ້ສະພາບພາຍໃນຂະແໜງການສຶກສາມີຄວາມສະຫງົບໂດຍພື້ນຖານ; ໃນທົ່ວແຂວງມີລັດຖະກອນສຶກສາ 2.967 ຄົນ, ຍິງ 1.589 ຄົນ (ສະເພາະຄູສອນ 2.680 ຄົນ, ຍິງ 1.497 ຄົນ), ອາສາສະໝັກ 113 ຄົນ, ຍິງ 65 ຄົນ; ໄດ້ຈັດສົ່ງພະນັກງານໄປຝຶກອົບຮົມຢູ່ຕ່າງປະເທດ ລວມ 17 ຄົນ, ຍິງ 8 ຄົນ, ຝຶກອົບຮົມຫົວຂໍ້ຕ່າງໆໃຫ້ຄູອາຈານ ຈໍານວນ 5 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 870 ຄົນ, ຍິງ 278 ຄົນ, ຮຽນຕໍ່ພາຍໃນປະເທດ ລວມທັງໝົດ 430 ຄົນ, ຍິງ 254 ຄົນ, ຮຽນຕໍ່ຕ່າງປະເທດ ລວມທັງໝົດ 15 ຄົນ, ຍິງ 2 ຄົນ; ໃນທົ່ວແຂວງມີໂຮງຮຽນລ້ຽງເດັກ-ອະນຸບານ 193 ແຫ່ງ, ມີໂຮງຮຽນປະຖົມທັງໝົດ 343 ແຫ່ງ, ມີໂຮງຮຽນມັດທະຍົມຕອນຕົ້ນທັງໝົດ 36 ແຫ່ງ, ມີໂຮງຮຽນມັດທະຍົມສົມບຸນທັງໝົດ 24 ແຫ່ງ; ໃນການຈັດຕັ້ງປະຕິບັດ 12 ຄາດໝາຍຂອງຂະແໜງການສຶກສາທິການ ແລະ ກິລາ ທີ່ສະພາແຂວງຮັບຮອງ ແລະ ຢູ່ໃນຄວາມຮັບຜິດຊອບໂດຍກົງຂອງແຂວງ ສາມາດບັນລຸໄດ້ 9 ຄາດໜາຍ, ໃກ້ຈະບັນລຸ 1 ຄາດໝາຍ ແລະ ບໍ່ບັນລຸ 2 ຄາດໝາຍ.
ໃນຕອນທ້າຍ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ຕີລາຄາສູງຕໍ່ຜົນງານຂອງການສຶກສາທີ່ທາງແຂວງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຍ້ອງຍໍຊົມເຊີຍຜູ້ບໍລິຫານການສຶກສາທີ່ປຸກລະດົມຊັບຊ້ອນຄູອາຈານຢູ່ເມືອງຫຼວງນ້ຳທາ ໄປສອນຊ່ວຍຄູອາຈານຢູ່ເມືອງສິງ ແລະ ເມືອງລອງ ພ້ອມທັງຮຽກຮ້ອງໃຫ້ຄູອາຈານ, ຜູ້ບໍລິຫານການສຶກສາທຸກຂັ້ນຈົ່ງພ້ອມກັນສຶບຕໍ່ສູ້ຊົນປະຕິບັດແຜນການສຶກສາຂອງແຂວງໃຫ້ໄດ້ 12 ຄາດໝາຍ ແລະ ພ້ອມກັນຝຶກຝົນຫຼໍ່ຫຼອມພັດທະນາໂຕເອງໃຫ້ມີຄວາມຮູ້ຄວາມສາມາດຕະຫຼອດໄປ.
ໂດຍ ຕ່າຍອໍລະໄພ ໄຊຍະສິງ
ຂ່າວທີ່ກ່ຽວຂ້ອງ