ລາວ-ຫວຽດນາມ ສືບຕໍ່ຮ່ວມມືຂົງເຂດການສຶກສາ ກໍ່ສ້າງຊັບພະຍາກອນມະນຸດ 2024 ລວມ 500 ກວ່າທຶນ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ໄດ້ສືບຕໍ່ຮ່ວມມືໃນຂົງເຂດການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ໃນປີ 2024 ໃນນີ້ ຝ່າຍຫວຽດນາມ ຮັບພະນັກງານ, ນັກຮຽນ, ນັກສຶກສາລາວ ແລະ ລູກຫຼານຂອງຊາວຫວຽດນາມ ຕ່າງດ້າວທີ່ອາໄສຢູ່ ສປປ ລາວ ຈຳນວນ 464 ທຶນ ໄປຮຽນທີ່ ສສ ຫວຽດນາມ ໃນລະດັບມັດທະຍົມສຶກສາຕອນປາຍ, ປະລິນຍາຕີ, ຫຼັງປະລິນຍາຕີ ແລະ ບຳລຸງໄລຍະສັ້ນ ແລະ ຝ່າຍລາວ ໃຫ້ທຶນການສຶກສາແກ່ຝ່າຍຫວຽດນາມ ຈຳນວນ 60 ທຶນ ກໍ່ສ້າງລະດັບປະລິນຍາຕີ, ຫຼັງປະລິນຍາຕີ, ບຳລຸງໄລຍະສັ້ນ ແລະ ຮຽນພາສາລາວ 1 ສົກຮຽນ ລວມທັງໝົດ 524 ທຶນ.
ໃນລະຫວ່າງວັນທີ 6-7 ມັງກອນ 2024 ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ-ຫວຽດນາມ.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 6 ມັງກອນ 2024 ທີ່ສໍານັກງານປະທານປະເທດ ສສ ຫວຽດນາມ ຊຶ່ງພາຍຫຼັງສໍາເລັດການພົບປະ, ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມກັນ 4 ສະບັບ ຄື: 1. ອະນຸສັນຍາ ວ່າດ້ວຍ ການຮ່ວມມືຄຸ້ມຄອງ ປ້ອງກັນຊາຍແດນ ລະຫວ່າງ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, 2. ບົດບັນທຶກຊ່ວຍຈໍາການຮ່ວມມື ລະຫວ່າງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ລາວ ແລະ ຫ້ອງວ່າການລັດຖະບານ ຫວຽດນາມ ໄລຍະ 2024-2025, 3. ແຜນການຮ່ວມມືປະຈໍາປີ 2024 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ແລະ 4. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການພັດທະນາ ແລະ ເຊື່ອມໂຍງພື້ນຖານໂຄງລ່າງການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ.
ໃນແຜນການຮ່ວມມືປະຈໍາປີ 2024 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ຄັ້ງນີ້, ດ້ານການກໍ່ສ້າງຊັບພະຍາກອນມະນຸດ ຝ່າຍຫວຽດນາມ ໄດ້ຮັບພະນັກງານ, ນັກຮຽນ, ນັກສຶກສາລາວ ແລະ ລູກຫຼານຂອງຊາວຫວຽດນາມ ຕ່າງດ້າວທີ່ອາໄສຢູ່ ສປປ ລາວ ຈຳນວນ 464 ທຶນ ໄປຮຽນທີ່ ສສ ຫວຽດນາມ ໃນລະດັບມັດທະຍົມສຶກ ສາຕອນປາຍ, ປະລິນຍາຕີ, ຫຼັງປະລິນຍາຕີ ແລະ ບຳລຸງໄລຍະສັ້ນ ຕາມການຈັດສັນໃນສາລະບານເລກ 1 ຂອງຂໍ້ຕົກລົງ ວ່າດ້ວຍການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ປີ 2024 ໃນນີ້ ການສຶກສາໄລຍະຍາວ ຈໍານວນ 344 ທຶນ ລວມມີ ຂັ້ນປະລິນຍາເອກ 11 ທຶນ, ຂັ້ນປະລິນຍາໂທ 98 ທຶນ, ຂັ້ນປະລິນຍາຕີ ຈຳນວນ 195 ທຶນ ແລະ ຂັ້ນສາມັນ ຈໍານວນ 40 ທຶນ ແລະ ບຳລຸງໄລຍະສັ້ນ ມີຈຳນວນ 120 ທຶນ ປະກອບມີ ຝຶກອົບຮົມຍົກສູງຄວາມອາດສາມາດຂອງພະນັກງານ ແລະ ຄູອາຈານ ກ່ຽວກັບວິທີການສອນ ການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ຈຳນວນ 15 ທຶນ ໄລຍະ 3 ເດືອນ ທີ່ ສສ ຫວຽດນາມ, ຝຶກອົບຮົມຄູສອນວິຊາເຄມີສາດ ແລະ ຊີວະສາດ ຈຳນວນ 40 ທຶນ ໄລຍະ 3 ເດືອນ ທີ່ ສສ ຫວຽດນາມ, ຝຶກອົບຮົມຍົກສູງວິຊາສະເພາະໃຫ້ແກ່ພະນັກງານ ແລະ ຄູສອນ ກິລາລອຍນໍ້າ, ກິລາປັນຈັກຊີລັດ (Pancak Silat) ແລະ ກິລາຄາຣາເຕ (Karate) ຈຳນວນ 30 ທຶນ ໄລຍະ 3 ເດືອນ ທີ່ ສສ ຫວຽດນາມ, ນັກສຶກສາ ປີທີ 3 ພາກວິຊາພາສາຫວຽດ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ຈຳປາສັກ, ມະຫາວິທະຍາໄລ ສະຫວັນນະເຂດ ແລະ ມະຫາວິທະຍາໄລ ສຸພານຸວົງ ຈຳນວນ 35 ທຶນ ໄປຮຽນ 1 ສົກຮຽນ (ຕາມຫຼັກສຸດ 2+1+1) ທີ່ ສສ ຫວຽດນາມ. ສ່ວນຝ່າຍລາວ ໃຫ້ທຶນການສຶກສາແກ່ຝ່າຍຫວຽດນາມ ຈຳນວນ 60 ທຶນ ກໍ່ສ້າງລະດັບປະລິນຍາຕີ, ຫຼັງປະລິນຍາຕີ, ບຳລຸງໄລຍະສັ້ນ ແລະ ຮຽນພາສາລາວ 1 ສົກຮຽນ. ສໍາລັບສາຂາວິຊາຮຽນແມ່ນຕາມທີ່ຝ່າຍຫວຽດນາມສະເໜີ ແລະ ຝ່າຍລາວມີເງື່ອນໄຂ.
ພ້ອມກັນນີ້, ທັງ 2 ຝ່າຍ ຍັງໄດ້ສືບຕໍ່ໃນການແລກປ່ຽນຄະນະຜູ້ແທນ ໂດຍຝ່າຍຫວຽດນາມ ຮັບ 2 ຄະນະ ຄື: ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຈໍານວນ 7 ທ່ານ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ແລກປ່ຽນບົດຮຽນທາງດ້ານການຄຸ້ມຄອງ ແລະ ກວດກາສະພາບການຮໍ່າຮຽນຂອງນັກສຶກສາລາວຢູ່ ສສ ຫວຽດນາມ, ກຳນົດເວລາ 7 ວັນ ແລະ ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຈໍານວນ 7 ທ່ານ ໄປແລກປ່ຽນບົດຮຽນວຽກງານການຄຸ້ມຄອງ, ການຮຽນການສອນຢູ່ໂຮງຮຽນພອນສະຫວັນສາມັນ, ກຳນົດເວລາ 7 ວັນ. ສ່ວນຝ່າຍລາວຮັບ 2 ຄະນະ ຄື: ຄະນະຜູ້ແທນຈາກກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ຈໍານວນ 7 ທ່ານ ຮ່ວມຄົ້ນຄວ້າ, ສຳຫຼວດກ່ຽວກັບການຜັນຂະຫຍາຍວຽກງານປະກັນຄຸນນະພາບການສຶກສາ, ການນຳໃຊ້ຊັບພະຍາກອນມະນຸດພາຍຫຼັງກໍ່ສ້າງ ແລະ ພັດທະນາການສຶກສາສາກົນຢູ່ ສປປ ລາວ, ກຳນົດ 7 ວັນ ແລະ ຄະນະຜູ້ແທນຈາກກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ຈໍານວນ 7 ທ່ານ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ກວດກາສະພາບການຮຽນຂອງນັກສຶກສາ ສໍາຫຼວດສະພາບການຮຽນການສອນພາສາຫວຽດ, ຕິດຕາມການປະຕິບັດໜ້າທີ່ຂອງຄູຫວຽດນາມ ທີ່ມາປະຈຳການສອນພາສາຫວຽດຢູ່ ສປປ ລາວ, ກຳນົດ 7 ວັນ.
ພ້ອມກັນນີ້, ທັງສອງຝ່າຍຍັງຮ່ວມມື ແລະ ເຄື່ອນໄຫວແລກປ່ຽນດ້ານອື່ນໆ ເປັນຕົ້ນແມ່ນ ທັງສອງຝ່າຍເອກະພາບສືບຕໍ່ສົມທົບຜັນຂະຫຍາຍໂຄງການ “ນຳເອົາເນື້ອໃນບັນດາຜະລິດຕະພັນ ໂຄງການປະຫວັດສາດການພົວພັນພິເສດ ລາວ-ຫວຽດນາມ ໄລຍະປີ 1930-2017 ເຂົ້າໃນການສອນຢູ່ບັນດາໂຮງຮຽນຂອງສອງປະເທດ”, ສອງຝ່າຍ ເອກະພາບຜັນຂະຫຍາຍ “ກິດຈະກຳຜັນຂະຫຍາຍຄວາມອາດສາມາດຂອງສູນບໍລິການ ແລະ ການຄຸ້ມຄອງນັກສຶກສາລາວກ່ອນ ແລະ ຫຼັງການກໍ່ສ້າງຈາກ ສສ ຫວຽດນາມ”, ໂຄງການເພີ່ມທະວີຄວາມອາດສາມາດໃຫ້ແກ່ລະບົບຄຸ້ມຄອງຄຸນນະພາບການສຶກສາໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄລຍະປີ 2021-2030, ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ສືບຕໍ່ຮັກສາຄູສອນພາສາຫວຽດ ຈຳນວນ 35 ທ່ານ ເພື່ອມາສອນຢູ່ບັນດາກະຊວງ, ຂະແໜງການ, ສະຖາບັນ, ວິທະຍາໄລ, ມະຫາວິທະຍາໄລ, ໂຮງຮຽນຫວຽດກ່ຽວ ແລະ ບັນດາໂຮງຮຽນສາມັນ ທີ່ ສສ ຫວຽດນາມ ຊ່ວຍສ້າງ.
ສອງຝ່າຍ ສົມທົບຈັດຕັ້ງການຮຽນການສອນກຽມພາສາຫວຽດຂັ້ນພື້ນຖານ 4 ເດືອນຢູ່ ລາວ ໃຫ້ແກ່ນັກສຶກສາລາວ ກ່ອນທີ່ຈະໄປຮຽນຢູ່ ສສ ຫວຽດນາມ ໃນທຶນລັດຖະບານ. ສ່ວນທຶນນອກແຜນ ຖ້າມີຄວາມຕ້ອງການຈະໄປຮຽນຫວຽດນາມ ກໍສາມາດລົງທະບຽນຮຽນກຽມພາສາຫວຽດໄດ້ ແຕ່ຕ້ອງຈ່າຍຄ່າຮຽນດ້ວຍຕົນເອງຕາມລະບຽບການຂອງສະຖານການສຶກສາ; ສອງຝ່າຍ ສືບຕໍ່ປະສານສົມທົບຜັນຂະຫຍາຍວຽກງານການດັດແກ້ ແລະ ຮຽບຮຽງປຶ້ມສອນ ພາສາຫວຽດໃຫ້ນັກຮຽນລະດັບສາມັນຂອງລາວ ທີ່ກຳລັງຮຽນຢູ່ໂຮງຮຽນຫວຽດກ່ຽວ, ໂຮງຮຽນທີ່ຫວຽດນາມຊ່ວຍສ້າງ, ບາງໂຮງຮຽນທີ່ມີເງື່ອນໄຂ ແລະ ມີຄວາມຕ້ອງການໃນການຮຽນພາສາຫວຽດ; ສອງຝ່າຍ ສືບຕໍ່ສົມທົບກັນຜັນຂະຫຍາຍວຽກງານການສິດສອນສອງພາສາລາວ-ຫວຽດນາມ ຢູ່ໂຮງຮຽນສອງພາສາ ຫງວຽນຢູ່ ແລະ ໂຮງຮຽນທີ່ມີເງື່ອນໄຂ ແລະ ມີຄວາມຕ້ອງການ.
ນອກຈາກນີ້, ສອງຝ່າຍ ເປັນເອກະພາບ ສະເໜີຜັນຂະຫຍາຍບັນດາໂຄງການກໍ່ສ້າງໂຄງລ່າງພື້ນຖານ ໂດຍສະເພາະ ສ້ອມແປງໂຮງຮຽນພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ (ມະຫາວິທະຍາໄລແຫ່ງຊາດລາວ), ໂຄງການກໍ່ສ້າງ ແລະ ສະໜອງອຸປະກອນໃຫ້ແກ່ສະຖາບັນວິທະຍາສາດກິລາ-ກາຍະກຳລາວ; ສອງຝ່າຍ ຊຸກຍູ້ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາສະຖານການສຶກສາ, ບັນດາໜ່ວຍງານ, ຂະແໜງການຂອງສອງຝ່າຍທີ່ມີຄົບເງື່ອນໄຂໃຫ້ມີການຮ່ວມມື, ແລກປ່ຽນຖອດຖອນບົດຮຽນ ໃນການກໍ່ສ້າງລະດັບມະຫາວິທະຍາໄລ, ຫຼັງປະລີນຍາຕີ ແລະ ຊຸກຍູ້ໃຫ້ບັນດາແຂວງທີ່ມີເງື່ອນໄຂສືບຕໍ່ຮັບກໍ່ສ້າງ ນັກຮຽນຊັ້ນມັດທະຍົມຕອນປາຍຂອງລາວຢູ່ ສສ ຫວຽດນາມ; ສອງຝ່າຍ ເອກະພາບ, ສົມທົບຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວວຽກງານພົວພັນຕ່າງປະເທດ ໃນພາກພື້ນ ແລະ ສາກົນໃນຂົງເຂດການສຶກສາທີ່ສອງຝ່າຍໄດ້ເຂົ້າຮ່ວມອີກດ້ວຍ.
ສອງຝ່າຍເອກະພາບ ຊຸກຍູ້ ແລະ ຍົກສູງຄຸນນະພາບການສອນພາສາຫວຽດ ເປັນພາສາຕ່າງປະເທດທີ່ນໍາເຂົ້າສອນຢູ່ບາງໂຮງຮຽນສາມັນຂອງ ສປປ ລາວ ທີ່ມີຄວາມຕ້ອງການ ແລະ ເງື່ອນໄຂ; ຊຸກຍູ້ ແລະ ອໍານວຍຄວາມສະດວກໃນການກໍ່ສ້າງພະນັກງານ, ນັກຮຽນ, ນັກສຶກສາ ໄປຮຽນດ້ວຍທຶນຂອງທ້ອງຖິ່ນ, ສະຖານການສຶກສາ, ຈາກບໍລິສັດພາຍໃນ ແລະ ຕ່າງປະເທດ, ທຶນສ່ວນຕົວ ແຕ່ຕ້ອງຮັບປະກັນດ້ານຄຸນນະພາບ; ເຫັນດີສະໜັບສະໜູນບັນດາແຂວງຂອງຫວຽດນາມ ສົ່ງຄູມາສອນພາສາຫວຽດຢູ່ບັນດາສະຖານການສຶກສາຂອງລາວ ແລະ ສົ່ງຄູລາວໄປສອນພາສາລາວຢູ່ບັນດາສະຖານການສຶກສາຂອງຫວຽດນາມ; ສົ່ງເສີມການເຄື່ອນໄຫວ ແລກປ່ຽນວັດທະນະທຳ, ສຶກສາ, ກິລາ ລະຫວ່າງ ນັກຮຽນ, ນັກສຶກສາ, ຄູອາຈານຂອງແຕ່ລະທ້ອງຖິ່ນ, ແຂວງແຮກສ່ຽວ ແນໃສ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ.
ສໍາລັບໃນປີ 2023 ມີພະນັກງານ, ນັກຮຽນ ແລະ ນັກສຶກສາລາວ ໄປຮຽນທີ່ ສສ ຫວຽດນາມ ໃນລະດັບມັດທະຍົມສຶກສາຕອນປາຍ, ປະລິນຍາຕີ, ຫຼັງປະລິນຍາຕີ ແລະ ບຳລຸງໄລຍະສັ້ນ ຈໍານວນ 2.494 ຄົນ, ຍິງ 1.152 ຄົນ. ໃນນີ້, ເປັນພະນັກງານໄປຮຽນ 788 ຄົນ, ຍິງ 322 ຄົນ, ນັກສຶກສາໄປຮຽນ 1.706 ຄົນ, ຍິງ 830 ຄົນ, ລວມມີທຶນຂອງລັດຖະບານ ສສ ຫວຽດນາມ ຈໍານວນ 344 ທຶນ ແລະ ທຶນອື່ນໆ. ສ່ວນພະນັກງານ, ນັກຮຽນ ແລະ ນັກສຶກສາລາວ ໄດ້ສໍາເລັດໃນການໄປຮຽນທີ່ ສສ ຫວຽດນາມ ແລ້ວກັບຄືນມາ ສປປ ລາວ ມີຈໍານວນ 1.234 ຄົນ, ຍິງ 993 ຄົນ. ສະເພາະຂົງເຂດວິຊາຮຽນທີ່ພະນັກງານ, ນັກຮຽນ ແລະ ນັກສຶກສາລາວ ໄປຮຽນທີ່ ສສ ຫວຽດນາມ ແລະ ກັບຄືນປະເທດຫຼາຍກວ່າໝູ່ ປະກອບມີ ຂົງເຂດບໍລິຫານທຸລະກິດ, ກົດໝາຍ ແລະ ພົວພັນສາກົນ; ຂົງເຂດສາທາລະນະສຸກ ແລະ ຂົງເຂດວິສະວະກໍາສາດ.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ