ການແຂ່ງຂັນມວຍລາວ ຄັດເລືອກນັກກິລາດາວເດັ່ນຂອງສປປ ລາວ ຈະເປີດສາກລະເບີດຄວາມມັນ 20 ມັງກອນນີ້ ແຟນມວຍພັນແທ້ຫ້າມພາດ!
ສະຫະພັນມວຍລາວແຫ່ງຊາດ ຈະຈັດການແຂ່ງຂັນຊົກມວຍລາວລະດັບຊາດ 3 ຮຸ່ນ ເພື່ອເປັນການຄັດເລືອກເອົານັກກິລາມວຍດາວເດັ່ນໜຶ່ງດຽວຂອງ ສປປ ລາວ ໃນແຕ່ລະຮຸ່ນ ກຽມສົ່ງເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ ຈະເປີດສາກລະເບີດຄວາມມັນຢ່າງເປັນທາງການໃນວັນທີ 20 ມັງກອນນີ້ ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ. ຄຽງຄູ່ກັນນີ້ກໍເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ຕ້ອນຮັບປີທ່ອງທ່ຽວລາວ 2024 ໃຫ້ມີຂະບວນການຟົດຟື້ນ ແລະ ເບີກບານມ່ວນຊື່ນ.
ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງ...








