Skip to main content

ກິລາເພາະກາຍລາວ ຮ່ວມມືກັບ ໂຮງແຮມດອນຈັນພາເລດ ກຽມຈັດແຂ່ງຂັນຊີງແຊ໋ມອາຊຽນ 2024

ສະຫະພັນກິລາເພາະກາຍແຫ່ງຊາດລາວ ຫຼື ສພກລ ຈັບມືກັບ ໂຮງແຮມດອນຈັນ ພາເລດ ຮ່ວມກັນລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ເພື່ອກຽມຄວາມພ້ອມໃຫ້ແກ່ ສປປ ລາວ ເປັນເຈົ້າພາບ ຈະຈັດແຂ່ງຂັນກິລາເພາະກາຍຊີງແຊ໋ມອາຊຽນ ຄັ້ງທີ 18 ຊຶ່ງເປັນຄັ້ງປະຫວັດສາດຂອງວົງການກິລາເພາະກາຍລາວ ເພື່ອສ້າງຂະບວນການສະເຫຼີມສະຫຼອງກອງປະຊຸມຂອງລັດຖະບານໃນນາມເປັນປະທານ ອາຊຽນ ປີ 2024 ແນໃສ່ດຶງດູດການທ່ອງທ່ຽວ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ. ຄຽງຄູ່ກັນນັ້ນ, ກໍຍັງເປັນການກຽມຄວາມພ້ອມທັບນັກກິລາລາວກຽມຮ່ວມງານກິລາ ຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໃນປີ 2025 ລາຍການດັ່ງກ່າວຈະຈັດຂຶ້ນ ລະຫວ່າງວັນທີ 16-20 ພຶດສະພາ 2024 ຊຶ່ງຈະມີການຊີງໄຊເຖິງ 45 ຫຼຽນ ກໍຄື...

Continue reading

ເບເທີບີເຢບ ປະທະ ສະມິດ ການແຂ່ງຂັນຊົກມວຍຊີງແຊ໋ມໂລກ 3 ສະຖາບັນ ຈັດຂຶ້ນ 14 ມັງກອນນີ້

ການແຂ່ງຂັນມວຍສາກົນຊີງແຊ໋ມໂລກ ຈາກ 3 ສະຖາບັນ ຮຸ່ນໄລເຮບວີເວດ (WBC, IBF, WBO) ລະຫວ່າງ ອາເທີ ເບເທີບີເຢບ ຂຶ້ນສັງວຽນຊົກ ເພື່ອປ້ອງກັນສາຍແອວແຊ໋ມກັບ ຄັນລໍາ ສະມິດ ຈະມີຂຶ້ນໃນວັນທີ 14 ມັງກອນ 2024 ເວລາ 10:00 ໂມງ ຕາມເວລາໃນສປປ ລາວ ທີ່ສູນວິເດໂອຕຣອນ ເມືອງຄວິເບກ ປະເທດການາດາ. ຖືວ່າເປັນເວລາທີ່ເໝາະສົມ ແລະ ເລີກງາມຍາມດີແລ້ວສຳລັບທັງຄູ່ ຫຼັງການແຂ່ງຂັນຕ້ອງເລື່ອນມາເປັນເວລາດົນນານ ເນື່ອງຈາກການບາດເຈັບຂອງ ອາເທີ ເບເທີບີເຢບ ຍອດມວຍອັດສະລິຍະຜູ້ໜ້າເກງຂາມຈາກຣັດເຊຍ ທີ່ຖືກຍົກໃຫ້ເປັນອັນດັບໜຶ່ງຂອງຮຸ່ນໄລເຮບວີເວດ ໃນເວລານີ້ ເຈົ້າຂອງສາຍແອວແຊ໋ມໂລກ 3 ສະຖາບັນຫຼັກ (WBC, IBF, WBO) ດ້ວຍສະຖິຕິຊົກ 19 ນັດ, ຊະນະນັອກ 19 ນັດລວດ....

Continue reading

ງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ຈະຈັດຂຶ້ນທ້າຍປີນີ້

ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ຈະຈັດຂຶ້ນໃນເດືອນທັນວາ 2024 ຂະນະທີ່ເຈົ້າພາບ ປະກາດແຕ່ງຕັ້ງ 10 ກຳມະການ ແລະ 12 ສະຫະພັນກິລາ ເພື່ອຮັບໃຊ້ງານດັ່ງກ່າວ. ພິທີປະກາດຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ 10 ກຳມະການ ແລະ ຂໍ້ຕົກລົງ ວ່າດ້ວຍການສະຫະພັນກິລາ-ກາຍະກໍາ 12 ປະເພດ ຮັບໃຊ້ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ ໄດ້ມີຂຶ້ນໃນວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ,...

Continue reading

ວຕລຢ ຮ່ວມມືກັບ 5 ບໍລິສັດ ຍົກສູງຄຸນນະພາບອາຊີບສີມືແຮງງານລາວ ກ້າວທັນສາກົນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຫຼື ວຕລຢ ຮ່ວມມືກັບບໍລິສັດ ເສີດ ການໄຟຟ້າ ຈຳກັດ,  ບໍລິສັດ ເອເຊຍ ການໄຟຟ້າ ຈຳກັດ,  ບໍລິສັດ ບອສ໌ເທັກ ເອັນຈິເນຍຣິງ ຈຳກັດ,  ບໍລິສັດ 3S ການໄຟຟ້າ ແລະ ບໍລິສັດ ລາວທານີກົນຈັກໜັກ ຈໍາກັດ ເພື່ອສ້າງ ແລະ ພັດທະນາບຸກຄະລາກອນໃນສາຂາຊ່າງໄຟຟ້າ, ລົດຍົນ ແລະ ກົນຈັກໜັກໃຫ້ມີຄຸນນະພາບ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານລາວ ສາມາດກ້າວທັນກັບລະດັບພາກພື້ນ ແລະ ສາກົນ. ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ການຮ່ວມມືທາງດ້ານວິຊາການ ລະຫວ່າງ ທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ, ທ່ານ ສີປະເສີດ ສຸກກະເສີມ...

Continue reading

ໜ່ວຍພັກສູນຄົ້ນຄວ້າ-ປະເມີນຜົນການສຶກສາ ແລະ ສູນສົ່ງເສີມພາສາຕ່າງປະເທດ ສວສ ເລື່ອນສະມາຊິກພັກສໍາຮອງຂຶ້ນສົມບູນ

ໜ່ວຍພັກໜ່ວຍພັກສູນຄົ້ນຄວ້າ-ປະເມີນຜົນການສຶກສາ ສູນສົ່ງເສີມພາສາຕ່າງປະເທດ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສົມບູນ ຈໍານວນ 4 ສະຫາຍ ເມື່ອວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມ ສວສ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ອານຸລົມ ວິໄລພອນ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ມີຕາງໜ້າເລຂາໜ່ວຍພັກຈາກ 5 ໜ່ວຍ, ຫົວໜ້າ-ຮອງຫົວໜ້າຈຸ, 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ. ໃນພິທີ, ໄດ້ຜ່ານມະຕິຕົກລົງ...

Continue reading

ຈັດທຣຳ ແຊ໋ມເກົ່າ ແຊງຊະນະ ຄີແຣນ ວິວສັນ ຜ່ານເຂົ້າຮອບ 2 ສະນຸກເກີ ມາດເຕີ 2024

ການແຂ່ງຂັນກິລາສະນຸກເກີ ມາດເຕີ ປະຈຳປີ 2024 ຮອບທຳອິດ ຈັດທຣຳ ແຊ໋ມເກົ່າ ທັງເປັນມື 2 ຂອງໂລກ ຈາກເຈົ້າພາບ ອັງກິດ ແຊງຊະນະ ຄີແຣນ ວິວສັນ ມື 9 ຂອງໂລກ ເພື່ອນຮ່ວມຊາດ 6-5 ເຟຣມ ຕາມຫຼັງກ່ອນ 3 ເຟຣມ ເຮັດໃຫ້ຈັດທຣຳ ເຂົ້າສູ່ຮອບທີ 2 ຫຼື ຮອບ 8 ຄົນສຸດທ້າຍ ໄປພົບກັບ ອາລີ ຄາເຕີ ມື 11 ຂອງໂລກເພື່ອນຮ່ວມຊາດ ທີ່ເອົາຊະນະ ມາກ ວິນລຽມ ມື 8 ຂອງໂລກຈາກເວວ ຮອງແຊ໋ມປີຜ່ານມາ 6-4 ເຟຣມ. Photo: World Snooker Tour

Continue reading

ສາລະວັນ ເຈົ້າພາບ ກຳນົດເອົາ 12 ປະເພດກິລາ ບັນຈຸເຂົ້າໃນງານກິລານັກຮຽນທົ່ວປະເທດ ຄັ້ງທີ VII ປີ 2024

ແຂວງສາລະວັນ ເຈົ້າພາບ ໄດ້ກຳນົດເອົາ 12 ປະເພດກິລາ ປະກອບມີ ກິລາມວຍ, ບານເຕະ, ບານສົ່ງ, ດອກປີກໄກ່, ປິ່ງປ່ອງ, ບານບ້ວງ, ໝາກແລ້, ເປຕັງ, ກະຕໍ້, ໜ້າເກັກ, ໝາກເສິກ ແລະ ແລ່ນ-ລານ ບັນຈຸເຂົ້າແຂ່ງຂັນໃນງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024. ແຂວງສາລະວັນ ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍແຕ່ງຕັ້ງ 10 ກຳມະການ ຈັດງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ແລະ ຂໍ້ຕົກລົງ ວ່າດ້ວຍການສະຫະພັນກິລາ-ກາຍະກໍາ 12 ປະເພດ ຮັບໃຊ້ງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VII ປີ 2024 ທີ່ແຂວງສາລະວັນ ເປັນເຈົ້າພາບ ໃນວັນທີ 8 ມັງກອນ 2024 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະກິລາແຂວງສາລະວັນ...

Continue reading

ກຳມະບານ ສູນພັດທະນາສື່ການຮຽນການສອນ ແລະ ສູນຄົ້ນຄວ້າພາສາລາວ ສວສ ຕີລາຄາຄືນຜົນງານ 5 ປີ

ໜ່ວຍກຳມະບານສູນພັດທະນາສື່ການຮຽນການສອນ ແລະ ສູນຄົ້ນຄວ້າພາສາລາວ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອສະຫຼຸບ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີຜ່ານມາ ລະຫວ່າງ ປີ 2020-2024 ໂດຍສະເພາະແມ່ນວຽກງານຂະບວນການແຂ່ງຂັນ 5  ເປັນເຈົ້າຂອງສະຫະພັນກໍາມະບານລາວ ກໍຄື ວຽກງານພັດທະນາສື່ການຮຽນການສອນ ແລະ ຄົ້ນຄວ້າພາສາລາວ ໄດ້ມີຜົນສຳເລັດເປັນກ້າວໆ. ກອງປະຊຸມດັ່ງກ່າວ, ຈັດຂຶ້ນເມື່ອວັນທີ 5 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມ...

Continue reading