ຊາວໜຸ່ມ ສວສ ຮັບທຸງໄຊນາມມະຍົດ 4 ບຸກ ພ້ອມທັງທາບທາມຄະນະຊຸດໃໝ່
ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິບັດລາວ (ຄຊປປລ) ຮາກຖານ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ກິລາ ຫຼື ສວສ ໄດ້ຮັບທຸງໄຊນາມມະຍົດ 4 ບຸກ ພ້ອມທັງຈັດພິທີຍ້ອງຍໍສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ ປະຈໍາປີ 2022 ແລະ ໄດ້ມີການປ່ອນບັດຄັດເລືອກເອົາຄະນະບໍລິຫານງານຮອບເປີດກວ້າງຄັ້ງປະຖົມມະເລີກ ເພື່ອທາບທາມບຸກຄະລາກອນລົງສະມັກເປັນຄະນະຊາວໜຸ່ມຮາກຖານ ສວສ ຊຸດໃໝ່.
ພິທີມອບ-ຮັບ ທຸງໄຊນໍາໜ້ານາມມະຍົດ 4 ບຸກຂອງ ຄຊປປລ ຮາກຖານ ສວສ ດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 5 ມັງກອນ ຜ່ານມາ ທີ່ຫ້ອງປະຊຸມ ສວສ ພາຍໃຕ້ການເປັນປະທານຂອງສະຫາຍ ປອ ຈັນທະວົງ ປັນຍາສິຣິ ຮອງເລຂາ ຄຊປປລ...








