ວພສ ຈັດແຂ່ງຂັນເຕະບານ ຄູອາຈານ-ນັກສຶກສາ ຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ
ວິທະຍາໄລພະລະສຶກສາ ຫຼື ວພສ ຮ່ວມມືກັບ ສະໂມສອນ ຊຸງຊານ ເອັບຊີ (Sung San FC) ຈາກ ສ. ເກົາຫຼີ ປະຈຳນະຄອນຫຼວງວຽງຈັນ ຈັດການແຂ່ງຂັນກິລາເຕະບານລະດັບນັກສຶກສາ ຮ່ວມກັບ ພະນັກງານ, ຄູອາຈານ ພາຍໃນ ວພສ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະພັກຮາກຖານ ວພສ ແນໃສ່ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 48 ປີ ໃຫ້ເປັນຂະບວນການຟົດຟື້ນ.
ກິດຈະກຳແຂ່ງຂັນກິລາເຕະບານ ພາຍໃນວິທະຍາໄລດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 28 ພະຈິກ 2023...








