ຮອງອຳນວຍການ ສວສ ຕິດຕາມການອົບຮົມຄູສອນ ນຳໃຊ້ປຶ້ມຄູ່ມືຄູ ມ.4 ແລະ ມ.7 ສູນທີ 1
ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ລົງຕິດຕາມ ແລະ ໃຫ້ທິດຊີ້ນຳໃຫ້ແກ່ບັນດາຄູຝຶກ ແລະ ຄູສອນ ທີ່ມາຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງໃນ 4 ແຂວງພາກເໜືອ (ແຂວງຫຼວງພະບາງ, ຫົວພັນ, ຫຼວງນໍ້າທາ ແລະ ອຸດົມໄຊ) ໃນການຝຶກອົບຮົມການນຳໃຊ້ປຶ້ມຄູ່ມືຄູ ຂັ້ນ ມ.4 ແລະ ມ.7 ສະບັບໃໝ່ ສໍາລັບສູນທີ 1 ທີ່ວິທະຍາໄລຄູ ຫຼວງພະບາງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນວັນທີ 20-24 ພະຈິກ 2023.
ໃນໂອກາດດັ່ງກ່າວ, ທ່ານ ອຸທິິດ ທິບມະນີ ໄດ້ໃຫ້ທິດຊີ້ນຳແກ່ຄູຝຶກທີ່ມາຈາກສູນກາງ ແລະ ຄູສອນທີ່ມາຈາກໂຮງຮຽນທົດລອງຂອງໂຄງການ 6 ເມືອງ...








