Skip to main content

ໂຮງຮຽນປະຖົມນ້ຳແລ ໄດ້ຮັບອຸປະກອນການສຶກສາ-ກິລາ ມູນຄ່າ 10 ລ້ານກວ່າກີບ

ທ່ານ ສຸບັນ ສຸວິເສດ ເຈົ້າຂອງຮ້ານໂບນັດໄອທີ ແລະ ທ່ານ ກົງໄຊ ດາລາພອນ ພ້ອມຄະນະທີມງານ ເຮັດເພື່ອນ້ອງໃຫ້ມີຮອຍຍິ້ມ ໄດ້ນຳເອົາອຸປະກອນການສຶກສາ ແລະ ກິລາ ແລະ ເຄື່ອງໃຊ້ຫ້ອງການ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ ໄປມອບໃຫ້ກັບຄູອາຈານ ແລະ ນ້ອງນັກຮຽນ ໂຮງຮຽນປະຖົມສົມບູນນ້ຳແລ ກຸ່ມບ້ານປາກງາວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອໃຫ້ເຂົາເຈົ້າໄດ້ມີອຸປະການການຮຽນ ແລະ ອຸປະກອນກິລາ ເຂົ້າໃນການຝຶກທັກສະດ້ານການຫຼິ້ນກິລາໃຫ້ຫຼາຍ ເພື່ອພັດທະນາທາງດ້ານສຸຂະພາບຮ່າງກາຍໃຫ້ມີຄວາມແຂງແຮງ ມີຈິດໃຈເບີກບານມ່ວນຊື່ນ ຫ້າວຫັນ ແລະ ຕັ້ງໃຈຄົ້ນຄວ້າຮໍ່າຮຽນ ໃຫ້ກາຍເປັນນັກຮຽນທີ່ຮຽນດີ ຮຽນເກັ່ງໃນຕໍ່ໜ້າ. ພິທີມອບ-ຮັບເຄື່ອງດັ່ງກ່າວ ໄດ້ມີຂຶ້ນເມື່ອອາທິດ ຜ່ານມາ...

Continue reading

ສສຊ ເຂດ 9 ສະເໝີໃຫ້ແພດໝໍ ແກ້ໄຂຂອດບໍລິການ-ບົ່ງມະຕິພະຍາດ ຫຼຸດຜ່ອນຫາງສຽງຈາກສັງຄົມ

ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ສະເໜີໃຫ້ແພດໝໍ ປັບປຸງ ແກ້ໄຂໃນຂອດການບໍລິການ ໃນສະຖານບໍລິການສາທາລະນະສຸກ ເປັນຕົ້ນແມ່ນ ການບໍລິການບໍ່ດີເທົ່າທີ່ຄວນ, ສະຖານບໍລິການບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈ ແລະ ການບົ່ງມະຕິບາງພະຍາດ ຍັງມີລັກສະນະບໍ່ຊັດເຈນ ແລະ ບໍ່ແໝ້ນຢຳ ລວມເຖິງຈັນຍາບັນ, ຈັນຍາທຳຂອງແພດໝໍ ເພື່ອຫຼຸດຜ່ອນຫາງສຽງຈາກສັງຄົມ. ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ຄຳແສນ ສີສະວົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະກອບຄຳຄິດຄຳເຫັນໃສ່ກົດໝາຍ ວ່າດ້ວຍການປິ່ນປົວ ສະບັບປັງປຸງ...

Continue reading

ຫຼາຍພາກສ່ວນຂຶ້ນກັບ ສສກ ເຊື່ອມຊຶມຜົນກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງພັກ ສະໄໝ XI

ພະນັກງານ-ສະມາຊິກພັກຈາກ 6 ພາກສ່ວນ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ (ສສກ) ປະກອບມີ ກົມອາຊີວະສຶກສາ, ສະຖາບັນພັດທະນາອາຊີວະສຶກສາ ຫຼື ສພອ, ວິທະຍາໄລເຕັກນິກສັບພະວິຊາ, ວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລເຕັກນິກ ກະສິກຳ ດົງຄຳຊ້າງ ຈຳນວນ 250 ສະຫາຍ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI. ກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 10 ພະຈິກ ຜ່ານມາ ທີ່ສະໂມສອນ ວິທະຍາໄລເຕັກນິກສັບພະວິຊາ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ຮສ.ປອ ບຸນເສັງ ຄຳມຸນຕີ ຄະນະພັກກະຊວງ, ເລຂາຄະນະພັກຮາກຖານ, ຜູ້ອຳນວຍການ...

Continue reading

ສສກ ຮັບຮອງມາດຕະຖານການສອນຊັ້ນປະຖົມສຶກສາ ສະບັບປັບປຸງ

ພາຍຫຼັງການປະຕິຮູບຫຼັກສູດການຮຽນການສອນຊັ້ນປະຖົມສຶກສາ ແລະ ການທົບທວນປັບປຸງຫຼັກສູດຊັ້ນປະຖົມສຶກສາສຳເລັດນັບແຕ່ຂັ້ນ ປ.1-ປ.5, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ສາຫະລັດອາເມຣິການ (USAID) ໂດຍຜ່ານແຜນງານບີຄວາ. ອີງຕາມການລາຍງານຂອງແຜນງານບີຄວາ ເມື່ອວັນທີ 15 ພະຈິກ 2023 ໃຫ້ຮູ້ວ່າ: ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ຮັບການອະນຸມັດໂດຍຄະນະລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເມື່ອວັນທີ 3 ພະຈິກ ຜ່ານມາ ຊຶ່ງປັດຈຸບັນ ກົມ​ສ້າງ​ຄູ ກຳລັງ​ກະກຽມວາງ​ແຜນ​ຈັດ​ກອງ​ປະຊຸມເຜີຍແຜ່ມາດຕະຖານດັ່ງກ່າວ​ ໂດຍຄາດວ່າ ຈະຈັດຂຶ້ນໃນເດືອນມັງກອນ 2024...

Continue reading

ເປີດໂຄງການອົບຮົມຄູລາວ 1 ພັນຄົນ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ

ພິທີເປີດຊຸດຝຶກອົບຮົມຄູ ແລະ ຜູ້ບໍລິຫານໂຮງຮຽນ ທີ່ຢູ່ຊົນນະບົດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ຈໍານວນ 1.000 ຄົນ ຢູ່ ສປປ ລາວ ພາຍໃຕ້ທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນ ເມື່ອວັນທີ 13 ພະຈິກ ຜ່ານມາ ທີ່ສະຖາບັນຜູ້ບໍລິຫານການສຶກສາ (ຫຼັກ 8) ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຈ້າວ ເວີນຢູ ທີ່ປຶກສາດ້ານເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ນາງ ກູ້ ສຽວຈິ່ງ ເລຂາຄະນະພັກ ຮອງຫົວໜ້າບັນນາທິການ ບໍລິສັດ ສໍານັກພິມຈໍາໜ່າຍດ້ານການສຶກສາ ນະຄອນຊຽງໄຮ້ ຈໍາກັດ ແລະ ທ່ານ ນາງ ພັນຈິນດາ...

Continue reading

ມຊ ຈັດງານບຸນວິທະຍາສາດ ສະຫຼອງວັນສ້າງຕັ້ງ ຄົບຮອບ 27 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານບຸນວິທະຍາສາດ, ສະເຫຼີມສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 27 ປີ ໃນວັນທີ 10 ພະຈິກ 2023  ທີ່ສະໂມສອນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ມີທ່ານ ຮສ.ປອ ອຸດົມ ພອນຄຳເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ຊາດ, ພ້ອມດ້ວຍອະທິການບໍດີ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ, ອະທິການບໍດີ ມະຫາວິທະຍາໄລ ມະຫິດົນ ຣາຊະອານາຈັກໄທ, ຕະຫຼອດຮອດບັນດາພະນັກງານການນຳ, ຄູອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ...

Continue reading

ສປປ ລາວ ມີນັກລົງທຶນຈາກ ສປ ຈີນ ມາລົງທຶນຫຼາຍກວ່າ 900 ໂຄງການ

ສປປ ລາວ ໄດ້ມີນັກລົງທຶນຈາກ ສປ ຈີນ ມາລົງທຶນໃນທຸກຂະແໜງການ ຈຳນວນຫຼາຍກວ່າ 900 ໂຄງການ ລວມມູນຄ່າຫຼາຍກວ່າ 13 ຕື້ໂດລາສະຫະລັດ. ຂະນະທີ່, ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ. ເມື່ອວັນທີ 14 ພະຈິກ 2023 ທີ່ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII ໂດຍການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈໍາ ສປປ...

Continue reading

ສະພາການສຶກສາຊັ້ນສູງແຫ່ງຊາດ ພິຈາລະນາ ຮັບຮອງຕຳແໜ່ງວິຊາການຄູຂັ້ນ ສຈ ແລະ ຮສ

ສະພາການສຶກສາຊັ້ນສູງແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 1 ປະຈຳປີ 2023 ເພື່ອເປັນການປຶກສາຫາລືພິຈາລະນາ ແລະ ຮັບຮອງຕຳແໜ່ງວິຊາການຄູຂັ້ນສາດສະດາຈານ (ສຈ) ແລະ ຮອງສາດສະດາຈານ (ຮສ) ຂອງສະຖານການສຶກສາຊັ້ນສູງ ພ້ອມທັງສະຫຼຸບສະພາບລວມທີ່ພົ້ນເດັ່ນຂອງວຽກງານໃນປັດຈຸບັນ ແລະ ແຜນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນໄປຕາມແຜນການ ແລະ ໄດ້ຮັບໝາກຜົນທີ່ດີຂຶ້ນ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 14 ພະຈິກ 2023 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ...

Continue reading