Skip to main content

ສປປ ລາວ ມີນັກລົງທຶນຈາກ ສປ ຈີນ ມາລົງທຶນຫຼາຍກວ່າ 900 ໂຄງການ

15/11/2023

ສປປ ລາວ ໄດ້ມີນັກລົງທຶນຈາກ ສປ ຈີນ ມາລົງທຶນໃນທຸກຂະແໜງການ ຈຳນວນຫຼາຍກວ່າ 900 ໂຄງການ ລວມມູນຄ່າຫຼາຍກວ່າ 13 ຕື້ໂດລາສະຫະລັດ. ຂະນະທີ່, ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ.

ເມື່ອວັນທີ 14 ພະຈິກ 2023 ທີ່ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມພົບປະແລກປ່ຽນ ລະຫວ່າງ ລັດຖະບານລາວ ແລະ ນັກທຸລະກິດຈີນ ຄັ້ງທີ VII ໂດຍການເປັນປະທານຂອງທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວາງ ຊ້າງ ອຸປະທູດຊົ່ວຄາວ ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີ, ຜູ້ຕາງໜ້າສະພາການຄ້າຈີນ, ຕາງໜ້າຫົວໜ່ວຍວິສາຫະກິດ ສປ ຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຄຳເຈນ ວົງໂພສີ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຂອງບັນດາວິສາຫະກິດຈີນ ທີ່ກໍາລັງດໍາເນີນທຸລະກິດຢູ່ ສປປ ລາວ ທັງເປັນໂອກາດອັນດີໃຫ້ສອງຝ່າຍໄດ້ພົບປະ ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຊອກຫາວິທີທາງການແກ້ໄຂຮ່ວມກັນ ເພື່ອເປົ້າໝາຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດທີ່ສະດວກ ແລະ ດີຂຶ້ນ ແນ່ໃສ່ການຂະຫຍາຍການລົງທຶນຂອງນັກລົງທຶນຈີນທີ່ມີຢູ່ ແລະ ດຶງດູດການລົງທຶນໃໝ່ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງ ສປປ ລາວ.

ປັດຈຸບັນ ສປ ຈີນ ເປັນຈຸດໝາຍປາຍທາງອັນດັບ 1 ທີ່ ສປປ ລາວ ສົ່ງອອກ ພ້ອມດຽວກັນນັ້ນ ນັກລົງທຶນຈາກ ສປ ຈີນ ທີ່ໄດ້ມາລົງທຶນ ພາຍໃນ ສປປ ລາວ ໃນທຸກຂະແໜງການ ມີຈຳນວນຫຼາຍກວ່າ 900 ໂຄງການ ລວມມູນຄ່າຫຼາຍກວ່າ 13 ຕື້ໂດລາສະຫະລັດ ຊຶ່ງເປັນປະເທດທີ່ມີມູນຄ່າການລົງທຶນສູງທີ່ສຸດໃນ ສປປ ລາວ. ສໍາລັບປີ 2022 ມີການລົງທຶນຈາກ ສປ ຈີນ ທີ່ໄດ້ລົງທຶນໃນກິດຈະການຄວບຄຸມ ແລະ ສໍາປະທານ ທັງໝົດ 30 ບໍລິສັດ ລວມມູນຄ່າການລົງທຶນທັງໝົດ 339 ລ້ານໂດລາສະຫະລັດ ໃນນັ້ນ ລົງທຶນໃນຂະແໜງບໍ່ແຮ່ ຈໍານວນ 18 ໂຄງການ, ພະລັງງານ 1 ໂຄງການ, ຂະແໜງບໍລິການທີ່ປຶກສາ 3 ໂຄງການ, ອຸດສາຫະກໍາ ແລະ ຫັດຖະກໍາ 6 ໂຄງການ, ສາທາລະນະສຸກ 1 ໂຄງການ ແລະ ຂະແໜງອື່ນໆ 2 ໂຄງການ.

ໂດຍ ວຽງຈັນໃໝ່

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ