ສະພາການສຶກສາຊັ້ນສູງແຫ່ງຊາດ ພິຈາລະນາ ຮັບຮອງຕຳແໜ່ງວິຊາການຄູຂັ້ນ ສຈ ແລະ ຮສ

ສະພາການສຶກສາຊັ້ນສູງແຫ່ງຊາດ ໄດ້ຈັດກອງປະຊຸມສະໄໝສາມັນເທື່ອທີ 1 ປະຈຳປີ 2023 ເພື່ອເປັນການປຶກສາຫາລືພິຈາລະນາ ແລະ ຮັບຮອງຕຳແໜ່ງວິຊາການຄູຂັ້ນສາດສະດາຈານ (ສຈ) ແລະ ຮອງສາດສະດາຈານ (ຮສ) ຂອງສະຖານການສຶກສາຊັ້ນສູງ ພ້ອມທັງສະຫຼຸບສະພາບລວມທີ່ພົ້ນເດັ່ນຂອງວຽກງານໃນປັດຈຸບັນ ແລະ ແຜນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນໄປຕາມແຜນການ ແລະ ໄດ້ຮັບໝາກຜົນທີ່ດີຂຶ້ນ.
ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 14 ພະຈິກ 2023 ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາການສຶກສາຊັ້ນສູງແຫ່ງຊາດ, ມີທ່ານ ຮສ.ປອ ກອງສີ ແສງມະນີ ຮອງປະທານສະພາການສຶກສາຊັ້ນສູງແຫ່ງຊາດ, ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຄະນະກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ແມ່ນເປັນກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາການສຶກສາຊັ້ນສູງແຫ່ງຊາດ ປະຈຳປີ 2023 ເພື່ອປຶກສາຫາລື ພິຈາລະນາ ແລະ ຮັບຮອງຕຳແໜ່ງວິຊາການຄູ ໃນຂັ້ນສາດສະດາຈານ ແລະ ຮອງສາດສະດາຈານຂອງສະຖານການສຶກສາຊັ້ນສູງ ແລະ ຫາລືວຽກງານອື່ນໆທີ່ຈຳເປັນ ແລະ ກ່ຽວຂ້ອງກັບວຽກງານສະພາການສຶກສາຊັ້ນສູງແຫ່ງຊາດ ພ້ອມທັງສະຫຼຸບລາຍງານສະພາບລວມທີ່ພົ້ນເດັ່ນຂອງວຽກງານພັດທະນາການສຶກສາຊັ້ນສູງໃນປັດຈຸບັນ ດ້ານດີ, ດ້ານອ່ອນ, ສິ່ງທ້າທາຍ ແລະ ທິດທາງແກ້ໄຂປັບປຸງໃນຕໍ່ໜ້າ ແລະ ແຜນດຳເນີນການຕໍ່ໜ້າຂອງວຽກງານດັ່ງກ່າວນີ້ໃຫ້ນັບມື້ພັດທະນາ ແລະ ກ້າວໜ້າຂຶ້ນເລື້ອຍໆ.
ສຳລັບກອງປະຊຸມໃນຄັ້ງນີ້, ແມ່ນໄດ້ຜ່ານຜົນງານຂອງຜູ້ຂໍຕຳແໜ່ງວິຊາການຄູສອນຂັ້ນຮອງສາດສະດາຈານ ຂອງມະຫາວິທະຍາໄລແຫ່ງຊາດ, ຜົນງານຂອງຜູ້ຂໍຕຳແໜ່ງວິຊາການຄູສອນຂັ້ນສາດສະດາຈານກຽດຕິຄຸນ ແລະ ຮອງສາດສະດາຈານຂອງກະຊວງປ້ອງກັນປະເທດ, ຜ່ານຜົນງານຂອງຜູ້ຂໍຕຳແໜ່ງວິຊາການຄູສອນຂັ້ນສາດສະດາຈານ ແລະ ຮອງສາດສະດາຈານຂອງມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ຜ່ານບົດສະຫຼຸບລາຍງານສະພາບລວມຂອງວຽກງານພັດທະນາການສຶກສາຊັ້ນສູງໃນປັດຈຸບັນ ແລະ ແຜນດຳເນີນການຕໍ່ໜ້າຂອງວຽກງານ. ພ້ອມກັນນີ້, ບັນດາຄະນະກຳມະການ ແລະ ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ແນໃສ່ໃຫ້ໄດ້ເນື້ອໃນທີ່ຄົບຖ້ວນສົມບູນ ແລະ ຖືກຕ້ອງກັບສະພາບວຽກງານຕົວຈິງ. ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການຢາຍບັດຢັ້ງຢືນ ການລົງຄະແນນສຽງຂອງຄະນະກຳມະການສະພາການສຶກສາຊັ້ນສູງແຫ່ງຊາດ ເພື່ອພິຈານລະນາຮັບຕຳແໜ່ງຕາມທີ່ກ່າວມາອີກດ້ວຍ.
ໂດຍ ບົວລະພາ
ຂ່າວທີ່ກ່ຽວຂ້ອງ