ທີມງານໜັງສືພິມສຶກສາ ແລະ ກິລາ ພົບປະແລກປ່ຽນບົດຮຽນການບໍລິຫານຄຸ້ມຄອງສື່ອອນລາຍ-ເວັບໄຊ ກັບໜັງສືພິມປະຊາຊົນ ແລະ ຂປລ
ທີມງານໜັງສືພິມສຶກສາ ແລະ ກິລາ ລາຍວັນ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍ ທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການບໍລິຫານ-ຄຸ້ມຄອງສື່ສັງຄົມອອນລາຍ ແລະ ເວັບໄຊ ກັບໜັງສືພິມປະຊາຊົນ ທີ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ແລະ ສໍານັກຂ່າວສານປະເທດລາວ (ຂປລ) ທີ່ສໍານັກຂ່າວສານປະເທດລາວ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2023 ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ນາງ ປານີ ປັນຍາທິບ ຮອງຫົວໜ້າບັນນາທິການ ໜັງສືພິມປະຊາຊົນ ແລະ ທ່ານ ນາງ ສີວັນໄຊ ສີພັນຄໍາ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ,...








