Skip to main content

ຄຊພຊ ທົບທວນຄືນການພັດທະນາຊັບພະຍາກອນມະນຸດ ປີ 2022 ພ້ອມວາງແຜນຕໍ່ໜ້າ

13/11/2023

ກອງປະຊຸມ ຄັ້ງທີ XI ຂອງຄະນະກໍາມະທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ (ຄຊພຊ) ເພື່ອທົບທວນຄືນການພັດທະນາຊັບພະຍາກອນມະນຸດ ປະຈຳປີ 2022 ແລະ ວາງການຈັດຕັ້ງປະຕິບັດ ປີ 2023 ໄດ້ໄຂຂຶ້ນເມື່ອວັນທີ 7 ພະຈິກ ຜ່ານມາ ທີ່ສະຖາບັນຂົງຈື້ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອພັດທະນາຊັບພະຍາກອນມະນຸດ, ມີຄະນະປະທານ, ບັນດາ​ກໍາມະການຂອງ​ ຄຊພຊ ຂັ້ນສູນກາງ ແລະ ຂັ້ນແຂວງ/ນະຄອນຫຼວງ ແລະ ກອງເລຂາ ຄະນະກໍາມາທິການແຫ່ງຊາດ ກໍຄື ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ:  ກອງ​ປະ​ຊຸມ​ຄະນະກຳມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ຄັ້ງທີ X ປະຈໍາປີ 2023 ໄດ້​ດຳ​ເນີນດ້ວຍຜົນສໍາເລັດຕາມ​ເນື້ອ​, ຈຸດປະສົງ​ ແລະ ຄາດໝາຍທີ່​ວາງ​ໄວ້ທຸກປະການ ດັ່ງທີ່ໄດ້ສະແດງອອກຢູ່ໃນມະຕິຂອງກອງປະຊຸມທີ່ໄດ້ຖືກຮັບຮອງໄປ ແລະ ຂໍຕີລາຄາສູງ ຕໍ່ຄໍາຄິດຄໍາເຫັນຂອງບັນດາທ່ານ ແລະ ຂໍເປັນເອກະພາບຕໍ່ການ​ຄົ້ນ​ຄວ້າ​ປະ​ກອບ​ຄຳ​ເຫັນດັ່ງກ່າວ ແລະ ສະ​ແດງ​ຄວາມຊົມເຊີຍຢ່າງ​ສູງຕໍ່ກອງປະຊຸມພວກເຮົາ ທີ່ໄດ້ດຳເນີນຄົບຕາມວາລະ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ​ທັງ​ນີ້, ກໍ​ຍ້ອນຄວາມ​ເອົາ​ໃຈ​ໃສ່ ແລະ ໃຫ້​ຄວາມ​ສຳ​ຄັນຂອງ​ບັນ​ດາ​ທ່ານ ຕໍ່​ວຽກ​ງານ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ​ຊາດໃຫ້ມີຄຸນນະພາບສູງຂຶ້ນ ແລະ ຄວາມເອົາໃຈໃສ່ຫ້າງຫາກະກຽມຂອງຄະນະຮັບຜິດຊອບກອງປະຊຸມ ພ້ອມດ້ວຍຊ່ຽວຊານ, ຄະນະກໍາມະການພັດທະນາຊັບພະຍາກອນມະນຸດຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການປະກອບຂໍ້ມູນທີ່ເປັນປະໂຫຍດຕໍ່ການປະເມີນກາງສະໄໝ ແລະ ການວາງແຜນຕໍ່ໜ້າ.

ທ່ານ ລັດຖະມົນຕີ ສສກ ກ່າວອີກວ່າ: ການຈັດຕັ້ງປະຕິບັດແຜນພັດທະນາຊັບພະຍາກອນມະນຸດທີ່ພວກເຮົາເປັນເອກະພາບຮ່ວມກັນນີ້ ຈະມີປະສິດທິພາບ ແລະ ເປັນຮູບປະທໍາໄດ້ ແມ່ນຕ້ອງໄດ້ອີງໃສ່ຄວາມເອົາໃຈໃສ່ຂອງຄະນະກໍາມະການພັດທະນາຊັບພະຍາກອນມະນຸດທຸກຂັ້ນ. ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາຊັບພະຍາກອນມະນຸດໃນຊຸມປີຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ເປັນຮູບປະທຳຫຼາຍຂຶ້ນ, ຂ້າພະເຈົ້າຂໍຮຽກຮ້ອງໃຫ້ຄະນະກໍາມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດໃຫ້​ເອົາ​ໃຈ​ໃສ່ຊີ້ນໍາ-ນໍາພາ, ຊຸກຍູ້, ຕິດຕາມ, ກວດກາວຽກງານການພັດທະນາຊັບພະຍາກອນມະນຸດ ແລະ ເພີ່ມທະວີ​ຄວາມ​ເປັນ​ເຈົ້າ​ການໃນການສຶກ​ສາ​, ຄົ້ນ​ຄວ້າ ວິ​ໄຈຄວາມ​ຕ້ອງ​ການກໍ່​ສ້າງ​ ແລະ ພັດ​ທະ​ນາຊັບ​ພະ​ຍາ​ກອນ​ມະ​ນຸດຂອງຂະແໜງການ ແລະ ທ້ອງຖິ່ນຂອງຕົນ ພ້ອມ​ທັງປຸກ​ລະ​ດົມ​ການ​ມີ​ສ່ວນ​ຮ່ວມ​ຂອງ​ສັງ​ຄົມ ແລະ ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອຕ່າງໆ ແລະ ​ເອົາ​ໃຈ​ໃສ່​ໃນ​ການ​ຄົ້ນ​ຄວ້າລົງເລິກເຖິງການວາງແຜນຈັດຕັ້ງປະຕິບັດ ແລະ ເຊື່ອມສານໜ້າວຽກເຂົ້າໃນແຜນວຽກປົກກະຕິຂອງຂັ້ນຕົນໃຫ້ເປັນແຜນງານ, ໂຄງການ ແລະ ແຜນການທີ່​ສາ​ມາດຈັດຕັ້ງປະຕິບັດໄດ້ແທ້, ເພີ່ມຄວາມເອົາໃຈໃສ່ປັບປຸງຂອດຂັ້ນຂອງການປະສານງານກັນ ລະຫວ່າງ ຄະນະກຳມະການພັດທະນາຊັບພະຍາກອນມະນຸດດ້ວຍກັນ ແລະ ກອງເລຂາ ຄຊພຊ ໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ວຽກງານນີ້ ເດີນໜ້າຕໍ່ໄປ ແລະ ມີຄຸນນະພາບ.

ໃນກອງປະຊຸມດັ່ງກ່າວ, ໄດ້ມີການສະຫຼຸບ ແລະ ຕີລາຄາຄືນຜົນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມສະໄໝສາມັນຄົບຄະນະ ຄັ້ງທີ X ຂອງ ຄຊພຊ ປະຈຳປີ 2022 ແລະ ວາງການຈັດຕັ້ງປະຕິບັດ ປີ 2023, ຜ່ານບົດປະເມີນກາງສະໄໝ ການຈັດຕັ້ງປະຕິບັດຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໄລຍະ 2021-2023 ແລະ ແຜນປະຕິບັດງານ ໄລຍະ 2023-2025, ຜ່ານບົດສະເໜີການທົບທວນຄືນພາລະບົດບາດ, ໜ້າວຽກ ແລະ ບຸກຄະລາກອນຂອງຫ້ອງການພັດທະນາສັບພະຍາກອນມະນຸດ, ກອງເລຂາ  ຄຊພຊ, ນຳສະເໜີໂຄງການຮ່າງແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໄລຍະປີ 2026-2035, ນໍາສະເໜີການພັດທະນາຊັບພະຍາກອນມະນຸດຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການຄາດຄະເນການປ່ຽນແປງຂອງຂະແໜງເສດຖະກິດ, ອາຊີບ ແລະ ທັກສະໃນອະນາຄົດ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ