Skip to main content

ທີມງານໜັງສືພິມສຶກສາ ແລະ ກິລາ ພົບປະແລກປ່ຽນບົດຮຽນການບໍລິຫານຄຸ້ມຄອງສື່ອອນລາຍ-ເວັບໄຊ ກັບໜັງສືພິມປະຊາຊົນ ແລະ ຂປລ

14/11/2023

ທີມງານໜັງສືພິມສຶກສາ ແລະ ກິລາ ລາຍວັນ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ນໍາໂດຍ ທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບການບໍລິຫານ-ຄຸ້ມຄອງສື່ສັງຄົມອອນລາຍ ແລະ ເວັບໄຊ ກັບໜັງສືພິມປະຊາຊົນ ທີ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ແລະ ສໍານັກຂ່າວສານປະເທດລາວ (ຂປລ) ທີ່ສໍານັກຂ່າວສານປະເທດລາວ ນະຄອນຫຼວງວຽງຈັນ ໃນວັນທີ 10 ພະຈິກ 2023 ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ນາງ ປານີ ປັນຍາທິບ ຮອງຫົວໜ້າບັນນາທິການ ໜັງສືພິມປະຊາຊົນ ແລະ ທ່ານ ນາງ ສີວັນໄຊ ສີພັນຄໍາ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ, ມີບັນດາຄະນະນໍາທັງສາມພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດພົບປະແລກປ່ຽນບົດຮຽນນຳສອງພາກສ່ວນດັ່ງກ່າວ, ທ່ານ ສຸກສາຄອນ ສີປະເສີດ ໄດ້ກ່າວວ່າ: ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ປະກອບມີ 3 ຂະແໜງການ ເປັນຕົ້ນແມ່ນ ວາລະສານ ແລະ ໜັງສືພິມ, ໂທລະພາບ ແລະ ວິທະຍຸ. ສໍາລັບໜັງສືພິມສຶກສາ ແລະ ກິລາ ລາຍວັນ ໄດ້ຫັນຈາກລະບົບອັອບລາຍມາເປັນອອນລາຍ ຊຶ່ງເມື່ອກ່ອນພວກເຮົາມີພຽງແຕ່ເຟດບຸກ (facebook) ໜັງສືພິມສຶກສາ-ກິລາລາຍວັນ ແຕ່ປັດຈຸບັນ ພວກເຮົາໄດ້ມີການຮ່ວມມື ແລະ ຮັບການສະໜັບສະໜູນຈາກແຜນງານບີຄວາ ພັດທະນາ ເວັບໄຊ ໜັງສືພິມສຶກສາ ແລະ ກິລາ: https://educationnews.la ໄດ້ປະມານ 2 ເດືອນກວ່າ. ການແລກປ່ຽນ ແລະ ຖອດຖອນບົດຮຽນກັບສອງພາກສ່ວນໃນຄັ້ງນີ້ ແມ່ນເພື່ອຈະໄດ້ນໍາເອົາບົດຮຽນດັ່ງກ່າວມາໝູນໃຊ້ເຂົ້າໃນການບໍລິການ-ຄຸ້ມຄອງໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ແລະ ເວັບໄຊ ຂອງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.

ໂອກາດດັ່ງກ່າວ, ທ່ານ ນາງ ປານີ ປັນຍາທິບ ຮອງຫົວໜ້າບັນນາທິການ ໜັງສືພິມປະຊາຊົນ ໄດ້ສະເໜີໃຫ້ຮູ້ກ່ຽວກັບສະພາບລວມ, ຈຸດພິເສດ, ສິ່ງທີ່ພົ້ນເດັ່ນ, ທ່າແຮງ, ບັນຫາ ແລະ ສິ່ງທີ່ທ້າທາຍຂອງການບໍລິຫານ-ຄຸ້ມຄອງ ໜັງສືພິມປະຊາຊົນ ອອນລາຍ ແລະ ເວັບໄຊ. ນອກຈາກນີ້, ຍັງໄດ້ສະເໜີໃຫ້ຮູ້ກ່ຽວກັບລະບົບ ແລະ ຂັ້ນຕອນໃນການຈັດສັນວຽກງານ ເພື່ອເປັນແນວທາງໃຫ້ແກ່ທີມງານໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ລາຍວັນ ນໍາໄປປັບປຸງ ຜັນຂະຫຍາຍເຂົ້າໃນໜ້າວຽກຕົວຈິງໃຫ້ແທດເໝາະ ແລະ ໄດ້ຮັບຄຸນນະພາບທີ່ສູງຂຶ້ນ.

ໂອກາດນີ້, ທ່ານ ນາງ ສີວັນໄຊ ສີພັນຄຳ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ກ່າວໃຫ້ຮູ້ກ່ຽວກັບປະຫວັດຄວາມເປັນມາຂອງການສ້າງຕັ້ງສຳນັກຂ່າວສານປະເທດລາວ ທີ່ໄດ້ເລີ່ມສ້າງຕັ້ງ ແລະ ຈັດພິມໜັງສືພິມປະເທດລາວລາຍວັນ (ພາສາລາວ) ສະບັບທຳອິດ ປີ 2001 ເປັນສີຂາວດໍາ ແລະ ຕໍ່ມາໄດ້ມີການພັດທະນາຂຶ້ນມາເລື້ອຍໆ ຈົນມາຮອດປີ 2015 ສໍານັກຂ່າວສານປະເທດລາວ ໄດ້ມີການນໍາສະເໜີຂ່າວ ແລະ ຮູບພາບຢູ່ໃນສື່ສັງຄົມອອນລາຍ (ເຟດບຸກ) ຕື່ມອີກ.

ສຳລັບການພັດທະນາວຽກງານເຕັກນິກ-ເວບໄຊ ແລະ ຮູບພາບຂອງສໍານັກຂ່າວສານປະເທດລາວນັ້ນ, ເນື່ອງຈາກໃນໄລຍະຕົ້ນປີ 2000 ເປັນໄລຍະທີ່ມີການນຳໃຊ້ລະບົບເຕັກນິກການສື່ສານທາງອິນເຕີເນັດຍັງບໍ່ທັນສະໄໝປານໃດ, ການກະຈາຍຂ່າວຜ່ານເວັບໄຊ ຍັງຢູ່ໃນໄລຍະທົດລອງນຳໃຊ້, ພະນັກງານລັດຖະກອນຍັງບໍ່ທັນເຂົ້າເຖິງການນຳໃຊ້ລະບົບຄອມພິວເຕີຫຼາຍປານໃດ, ການຮັບ-ສົ່ງຂ່າວ ລະຫວ່າງສູນກາງ ແລະ ແຂວງຕ່າງໆກໍຍັງນໍາໃຊ້ລະບົບວິທະຍຸຄື້ນສັນ ແລະ ອື່ນໆ, ແຕ່ດ້ວຍຄວາມພະຍາຍາມຂອງຄະນະນຳສຳນັກຂ່າວສານປະເທດລາວ ຈຶ່ງໄດ້ຕັດສິນໃຈຍົກລະດັບ ແລະ ພັດທະນາລະບົບເຕັກນິກການສື່ສານອິນເຕີເນັດໃຫ້ສາມາດເຊື່ອມຕໍ່ກັບໂລກໄດ້ດ້ວຍການຂະຫຍາຍລະບົບອິນເຕີເນັດ ແລະ ມີເວັບໄຊ ສໍາລັບການກະຈາຍຂໍ້ມູນຂ່າວສານຕ່າງໆ ຜ່ານ www.kplnet.net ໃນຊຸມປີ 2000 ຜ່ານມາ  ແລະ ປັບປຸງປ່ຽນຊື່ເປັນ www.kpl.net.la ໃນປີ 2010 ແລະ www.kpl.gov.la ໃນປີ 2014 ຕາມລຳດັບ ຊຶ່ງມີລະບົບຄວບຄຸມ ທີ່ເອີ້ນວ່າ  SERVER ເປັນຂອງຕົນເອງ, ຄວບຄຸມ ແລະ ຄຸ້ມຄອງດ້ວຍຕົນເອງ ເພື່ອເກັບມ້ຽນຜະລິດຕະພັນຕ່າງໆຂອງສຳນັກໄວ້ໃນສາງເກັບຮັກສາແບບຈຸດດຽວ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ