Skip to main content

ຄະນະນຳ ວລ ເຕັກນິກ ສັບພະວິຊາ-ບີເອັມແຊັດ ຫາລືສືບຕໍ່ການຮ່ວມມືສ້າງບຸກຄະລາກອນ

14/11/2023

ຄະນະນໍາ ວິທະຍາໄລ (ວລ) ເຕັກນິກ ສັບພະວິຊາ ແລະ ກະຊວງຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ຫຼື ບີເອັມແຊັດ (BMZ) ຈາກປະເທດເຢຍລະມັນ ໄດ້ພົບປະຫາລື ແລະ ຕິດຕາມບັນດາໂຄງການທີ່ໃຫ້ການສະໜັບສະໜູນຈາກໂຄງການ ຈີໄອແຊັດ ໂດຍສະເພາະການຊ່ວຍເຫຼືອວຽກງານການປັບປຸງຫຼັກສູດ ປະລິນຍາຕີ ທາງດ້ານທີ່ດິນ ທີ່ກຳລັງຈັດຕັ້ງປະຕິບັດໃນປັດຈຸບັນ, ຝຶກອົບຮົມໂປຣແກຣມຄອມພິວເຕີ, ຝຶກອົບຮົມການນຳໃຊ້ໂດຣນ ແລະ ອື່ນໆ.

ພິທີພົບປະຫາລືລະຫວ່າງ 2 ຝ່າຍດັ່ງກ່າວ, ໄດ້ມີເມື່ອວັນທີ 8 ພະຈິກ ຜ່ານມາ ທີ່ວິທະຍາໄລ ເຕັກນິກ ສັບພະວິຊາ ນໍາໂດຍທ່ານ ວິໄລພອນ ພົມມະຫາໄຊ ຜູ້ອຳນວຍການວິທະຍາໄລເຕັກນິກສັບພະວິຊາ ແລະ ທ່ານ ນາງ ມີຊາເອລາ ເຮັນນິງ ຮອງຫົວໜ້າພະແນກອາຊີຕາເວັນອອກສ່ຽງໃຕ້ ກະຊວງຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ, ມີບັນດາຄະນະ ແລະ ພະນັກງານຄູອາຈານ ຕະຫຼອດຮອດນັກສຶກສາເຂົ້າຮ່ວມ.

ໂອກາດນີ້, ທ່ານ ວິໄລພອນ ພົມມະຫາໄຊ ໄດ້ກ່າວວ່າ: ຕະຫຼອດໄລຍະການໃຫ້ຄວາມຊ່ວຍເຫຼືອຂອງລັດຖະບານເຢຍລະມັນ ພາຍໃຕ້ໂຄງການ ຈີໄອແຊັດ ສາມາດຕີລາຄາໄດ້ສູງຕໍ່ການສ້າງບຸກຄະລາກອນ ກໍຄື ນັກສຶກສາ ມີຄວາມເຂົ້າໃຈສູງຂຶ້ນຫຼາຍ ແລະ ຍັງໄດ້ສົ່ງເສີມຄວາມຮູ້ຄວາມສາມາດໃຫ້ຄູໄດ້ໄປຝຶກການນຳໃຊ້ໃນແຜນງານຂອງທີ່ດິນໄດ້ເປັນຢ່າງດີ ສະນັ້ນ ໃນມື້ນີ້ ໄດ້ມີໂອກາດຕ້ອນຮັບບັນດາຄະນະນຳຂອງກະຊວງຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ ທີ່ໄດ້ມາຮອດມາເຖິງວິທະຍາໄລເຕັກນິກສັບພະວິຊາ ຊຶ່ງພວກເຮົາມີຄວາມຮູ້ສຶກດີໃຈຫຼາຍ ແລະ ຫວັງຢ່າງຍິ່ງວ່າໃນໂອກາດຕໍ່ໄປຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ  ເພື່ອເຮັດແນວໃດໃຫ້ສິ່ງທີ່ມີແລ້ວນີ້ ໄດ້ຮັບການຕໍ່ຍອດ ເພື່ອຮັບການພັດທະນາແຕ່ລະໄລຍະໃນການພັດທະນາເຕັກໂນໂລຊີທີ່ທັນສະໄໝກວ່າເກົ່າ.​

ໂອກາດດຽວກັນ, ທ່ານ ນາງ ມີຊາເອລາ ເຮັນນິງ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງທີ່ໄດ້ຮັບການຕອບຮັບເປັນຢ່າງດີໃນຄັ້ງນີ້ ສຳລັບການສະໜັບສະໜູນພາຍໃຕ້ໂຄງການ ຈີໄອແຊັດ ແມ່ນໄດ້ດຳເນີນເປັນເວລາຍາວນານ. ເຖິງຢ່າງໃດກໍດີ, ປັດຈຸບັນພວກເຮົາພະຍາຍາມໃຫ້ການສະໜັບສະໜູນວິທະຍາໄລຕ່າງໆ ເພື່ອພັດທະນາຫຼັກສູດ ໂດຍສະເພາະແມ່ນເລື່ອງຂອງການເຊື່ອມສານແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນຈັດສັນທີ່ດິນ ແລະ ມື້ນີ້ ກໍມີຄວາມຮູ້ສຶກຕື່ນເຕັ້ນຫຼາຍທີ່ພວກເຮົາຈະໄດ້ຮ່ວມມືສົນທະນາກັນ ເພື່ອສືບຕໍ່ເຮັດໃຫ້ໂຄງການທີ່ສະໜັບສະໜູນດຳເນີນໄປດ້ວຍດີ.​

ສໍາລັບໂຄງການ ຈີໄອແຊັດ ແມ່ນຢູ່ພາຍໃຕ້ການຄຸ້ມຂອງ ບີເອັມແຊັດ ໃນໄລຍະຜ່ານມາ ວິທະຍາໄລເຕັກນິກສັບພະວິຊາ ໄດ້ຮັບການສະໜັບສະໜູນຈາກໂຄງການດັ່ງກ່າວຫຼາຍດ້ານ ພາຍໃຕ້ແຜນງານພັດທະນາທີ່ດິນ ແລະ ການຮ່ວມມືລະຫວ່າງວິທະຍາໄລເຕັກນິກສັບພະວິຊາ ແລະ ກົມທີ່ດິນ ເປັນຕົ້ນໄດ້ຮັບການຊ່ວຍເຫຼືອທາງດ້ານງົບປະມານຮັບໃຊ້ເຂົ້າໃນການປັບປຸູງຫຼັກສູດ ປະລິນຍາຕີ ທາງທີ່ດິນ ລວມມູນຄ່າ 199 ລ້ານກວ່າກີບ ແລະ ໄດ້ຮັບການຊ່ວຍເຫຼືອທາງດ້ານອຸປະກອນຮັບໃຊ້ການຮຽນການການສອນ 2 ຊຸດ, ໄດ້ເຂົ້າຮ່ວມກິດຈະກຳຕ່າງໆຈາກໂຄງການ ຈີໄອແຊັດ ເຊັ່ນ: ເຂົ້າຮ່ວມຝຶກອົບຮົມໂປຣແກຣມຄອມພິວເຕີ, ຝຶກອົບຮົມການນຳໃຊ້ໂດຼນ, ກອງປະຊຸມຕ່າງໆຮ່ວມກັບກົມທີ່ດິນ, ເຂົ້າຮ່ວມທັດສະນະສຶກສາທີ່ ສສ ຫວຽດນາມ ແລະ ອື່ນໆ ຈົນໄດ້ຮັບໃບຍ້ອງຍໍການເປັນຄູ່ຮ່ວມມືທີ່ດີຈາກໂຄງການ ຈີໄອແຊັດ.

ໂດຍ ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ