ຮ້ານດີພີ ສະປອດ ມອບເຄື່ອງກິລາ 29 ຊຸດ ໃຫ້ ສກຂ ຈຳປາສັກ
ຮ້ານດີພີ ສະປອດ ໄດ້ນຳເອົາເຄື່ອງກິລາ ຈຳນວນ 20 ຊຸດ ໄປມອບໃຫ້ແກ່ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ໃນວັນທີ 25 ກັນຍາ 2023 ທີ່ພະແນກດັ່ງກ່າວ ກ່າວມອບໂດຍ ທ່ານ ໂອດານ ສະທ້ານຟ້າ ເຈົ້າຂອງຮ້ານຂາຍເຄື່ອງດີພີ ສະປອດ ແລະ ກ່າວຮອບໂດຍ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ໂອດານ ສະທ້ານຟ້າ ກ່າວວ່າ: ສຳລັບການນຳເອົາເຄື່ອງກິລາ ຈຳນວນ 29 ຊຸດ ມູນຄ່າ 2.900.000 ກີບມາມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ຄັ້ງນີ້ ກໍເພື່ອຊຸກຍູ້ສົ່ງເສີມວຽກງານການກິລາ-ກາຍະກຳ...




