ເຮືອທະນາຄານພັດທະນາລາວ ຄອງແຊ໋ມ ຊ່ວງເຮືອທ່າວັດຈັນ 2023
ການຈັດແຂ່ງຂັນຊ່ວງເຮືອປະເພນີ ປະຈຳປີ 2023 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 30 ຕຸລາ 2023 ໂດຍການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາແຂກທີ່ຖືກເຊີນ ແລະ ພາກສ່ວມທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ໄດ້ກ່າວວ່າ: ໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ 2023 ມີເຮືອປະເພນີ 55 ສີພາຍເຂົ້າຮ່ວມມ ຈຳນວນ 9 ລຳ ໃນນີ້ເຮືອປະເພນີຍິງ 3 ລຳ (ປີນີ້ ບໍ່ມີເຮືອ 12 ສີ ພາຍ ແລະ ເຮືອສູດ) ນອກຈາກນັ້ນ ຍັງໄດ້ຈັດກິດຈະກຳວາງສະແດງ, ໂຄສະນາຂາຍສິນຄ້າ ແລະ ເຄື່ອງຫຼິ້ນຕ່າງໆ ຊຶ່ງມີຮ້ານຂາຍເຄື່ອງທັງໝົດ 501 ຮ້ານ, ໃນນີ້ຮ້ານໂຄສະນາ...








