Skip to main content

ຢູ-14 ເຈົ້າພາບ ຄອງແຊ໋ມ ມັດສະດາ ຢູດລີກ 2023 ຂະນະທີ່ ແຊ໋ມ ຢູ-10 ແລະ ຢູ-12 ເປັນຂອງ ດັບເບິນຢູໄອຈີ ນາຄາ

ທີມນັກກິລາເຕະບານເຈົ້າພາບ ສະໂມສອນ ມັດສະດາ ລາວ ຈີບີ ເອັບຊີ ຄອງແຊ໋ມຮຸ່ນອາຍຸບໍ່ເກີນ 14 ປີ ຫຼື ຢູ-14 ຂະນະທີ່ ຮຸ່ນອາຍຸບໍ່ເກີນ 12 ປີ ແລະ ຮຸ່ນອາຍຸບໍ່ເກີນ 10 ປີ ຕົກເປັນຂອງສະໂມສອນ ດັບເບິນຢູໄອຈີ ນາຄາ ທັງສອງລາຍການ ໃນການແຂ່ງຂັນເຕະບານ ເຍົາວະຊົນ 7 ຄົນ 3 ຮຸ່ນ ຄື: ຢູ-14, ຢູ-12 ແລະ ຢູ-10 ມັດສະດາ ຢູດລີກ ປະຈຳປີ 2023 ຫຼື ລາຍການ Mazda youth league 2023. ການແຂ່ງຂັນເຕະບານ ມັດສະດາ ຢູດລີກ ປະຈຳປີ 2023 ນັດສຸດທ້າຍຂອງ ຢູ-12 ແລະ ຢູ-14 ປີ ໄດ້ຈັດຂຶ້ນ ເມື່ອວັນທີ 22 ຕຸລາ 2023 ຊຶ່ງມີການແຂ່ງຂັນ 5 ສະໜາມ ກໍຄື ສະໜາມ ລ້ານຊ້າງ (ເຂດໜອງໄຮ) ເມືອງຫາດຊາຍຟອງ,...

Continue reading

ສສກ-ສກຂ ຊຽງຂວາງ ແຂ່ງຂັນກິລາມິດຕະພາບ ໂອກາດຮ່ວມແລກປ່ຽນບົດຮຽນການບໍລິຫານຄຸ້ມຄອງວຽກງານສຶກສາ-ກິລາ

ຄະນະນຳກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຊຽງຂວາງ ຈັດກິດຈະກຳແຂ່ງຂັນກິລາມິດຕະພາບ ເນື່ອງໃນໂອກາດທີ່ທີມງານ ສກຂ ຊຽງຂວາງ ເດີນທາງມາທັດສະນະສຶກສາແລກປ່ຽນບົດຮຽນໃນການບໍລິຫານຄຸ້ມຄອງວຽກງານສຶກສາ, ວິທະຍາສາດ ແລະ ກິລາ ນຳຂັ້ນສູນກາງ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄະນະນຳ ແລະ ພະນັກງານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະໜິດສະໜົມ ແລະ ໃກ້ຊິດຕິດແທດກັນຫຼາຍຂຶ້ນ ແນໃສເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນກວ່າເກົ່າ. ກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ ໄດ້ມີຂຶ້ນໃນຕອນບ່າຍວັນທີ 20...

Continue reading

ລາວ-ອຸຍນີເຊບ ສັນລະເສີນຜົນງານຄູ ໂອກາດສະຫຼອງການຮ່ວມມືສອງຝ່າຍ ຄົບຮອບ 50 ປີ

ສປປ ລາວ  ແລະ ອົງການອຸຍນີເຊບ ໄດ້ຈັດພິທີສັນລະເສີນຜົນງານຄູ ເນື່ອງໃນໂອກາດສະເຫຼີມສະຫຼອງການຮ່ວມມືລະຫວ່າງສອງຝ່າຍ ຄົບຮອບ 50 ປີ ເມື່ອວັນທີ 21 ຕຸລາ 2023 ທີ່ສູນການຄ້າ ພາກຊັນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ດຣ ເພຍ ເຣເບວໂລ ບຣິດໂຕ ຜູ້ຕາງໜ້າ ອົງການອຸຍນິເຊັບ ປະຈໍາ ສປປ ລາວ, ພ້ອມດ້ວຍບັນດາຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາສາກົນ ປະຈໍາ ສປປ ລາວ, ສະຫະພາບເອີຣົບ, USAID, JICA, KOICA ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງພ້ອມພຽງ. ງານສັບປະດາສິລະປະລາວ ແມ່ນຈັດໂດຍສູນສິລະປະ XYZ ຊຶ່ງລວມມີການວາງສະເເດງວຽກງານສິລະປະຂອງບັນດານັກຮຽນຈາກທົ່ວປະເທດ...

Continue reading

ສຳມະນາ 8 ເສົາຫຼັກຍຸດທະສາດ ສົ່ງເສີມການພັດທະນາເຕະບານຍິງແບບຍືນຍົງ ຮອດປີ 2027

ຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດລາວ ຫຼື ສຕລ, ຄະນະບໍລິຫານງານສະຫະພັນບານເຕະ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ແລະ ບັນດາສະໂມສອນຕ່າງໆ ຕະຫຼອດຮອດບັນດາສື່ມວນຊົນຮ່ວມສຳມະນາການພັດທະນາກິລາເຕະບານຍິງແບບຍືນຍົງ ໃນໄລຍະ 5 ປີ ຕໍ່ໜ້າ ກໍຄື ແຕ່ນີ້ຮອດປີ 2027 (LFF WOMEN’S FOOTBALL DEVELOPMENT WORKSHOP 2023). ສຕລ ໄດ້ຈັດກອງປະຊຸມສຳມະນາ ການພັດທະນາກິລາເຕະບານຍິງແບບຍືນຍົງ ແຕ່ນີ້ຮອດປີ 2027 ຢູ່ທີ່ຫ້ອງປະຊຸມໂຮງແຮມ ແລນມາກ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ມີີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກສະຫະພັນບານເຕະສາກົນ ຫຼື ຟີຟາ,...

Continue reading

“ແມັກໄກວ” ແລະ “ໂອນານາ” ກາຍເປັນຮີໂຣ ພາ ແມນຢູ ເປີດບ້ານບຽດຊະນະ ໂຄເປນເຮເກນ ຫວຸດຫວິດ 1-0 ເກັບ 3 ແຕ້ມທຳອິດສຳເລັດ

ແຮຣີ ແມັກໄກວ ຮຽກຟອມເກັ່ງກັບມາໄດ້ດີຕໍ່ເນື່ອງ ຫຼ້າສຸດກາຍເປັນຮີໂຣໂໝ່ງປະຕູໄຊໃຫ້ກັບ ແມນເຊັດເຕີ ຢູໄນເຕັດ ເຊັ່ນດຽວກັບ ອັງເດຣ ໂອນານາ ທີ່ຊ່ວຍເຊັບລູດຈຸດໂທດໃນໄລຍະທົດເວລາບາດເຈັບ ພາທີມເປີດບ້ານເອົາຊະນະ ເອັບຊີ ໂຄເປນເຮເກນ ໄປໄດ້ແບບຫືດຂຶ້ນຄໍ 1-0 ປະຕູ ເກັບ 3 ຄະແນນທຳອິດໄດ້ສຳເລັດ ໃນການແຂ່ງຂັນເຕະບານ ຢູຟາ ແຊ໋ມແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ. ການແຂ່ງຂັນເຕະບານ ຢູຟາ ແຊ໋ມແຊ໋ມປ້ຽນລີກ ລະດູການ 2023-2024 ຮອບແບ່ງກຸ່ມ ນັດທີ 3 ເມື່ອຄືນວັນທີ 24 ຕຸລາ 2023 ມີການລົງສະໜາມແຂ່ງຂັນຫຼາຍຄູ່ໃນຫຼາຍກຸ່ມ ແຕ່ຄູ່ທີ່ໜ້າສົນໃຈ ເປັນການລົງສະໜາມຂອງກຸ່ມ ເອ ສະໂມສອນ ແມນເຊັດເຕີ ຢູໄນເຕັດ ຈາກອັງກິດ ເປີດສະໜາມໂອນແທຣບຟອດ ຕ້ອນຮັບການມາຢາມຂອງ...

Continue reading

ຊາວໜຸ່ມ ຮາກຖານ ວຕສ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຮາກຖານ ວິທະຍາໄລເຕັກນິກສັບພະວິຊາ ຫຼື ວຕສ ສາມາດຮັກສາມູນເຊື້ອໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໄດ້ເປັນຢ່າງດີ ແລະ ໄດ້ຮັບນາມຍົດຊາວໜຸ່ມ 4 ບຸກດີເດັ່ນ 3 ປີຊ້ອນ ໄດ້ຮັບທຸງໄຊນໍາໜ້ານາມມະຍົດ 4 ບຸກຂອງກະຊວງສຶກສາທິການ ແລະ ກິລາ (ສສກ) ຢ່າງສົມກຽດ. ພິທີຮັບທຸງໄຊນຳໜ້ານາມມະຍົດ 4 ບຸກດັ່ງກ່າວ, ໄດ້ມີຂຶ້ນ ເມື່ອວັນທີ 18 ຕຸລາ ຜ່ານມາ ທີ່ສະໂມສອນວິທະຍາໄລເຕັກນິກສັບພະວິຊາ ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ວິໄລພອນ ພົມມະຫາໄຊ ເລຂາພັກຮາກຖານ ທັງເປັນຜູ້ອໍານວຍການວິທະຍາໄລເຕັກນິກສັບພະວິຊາ, ສະຫາຍ ໄພວັນ ບັນດາສັກ ຮອງຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາ ແລະ ກິລາ ທັງເປັນເລຂາຊາວໜຸ່ມ ວິທະຍາໄລອ້ອມຂ້າງ ສສກ...

Continue reading

ນັກຄົ້ນຄວ້າວິທະຍາສາດ 4 ມະຫາວິທະຍາໄລ ເຜີຍແຜ່ຜົນການຄົ້ນຄວ້າ ພາຍໃຕ້ການສະໜັບສະໜູນຂອງໂຄງການ SSHEP

ນັກຄົ້ນຄວ້າວິທະຍາສາດ ຈຳນວນ 140 ທ່ານ ຈາກ 4 ມະຫາວິທະຍາໄລ ທີ່ໄດ້ຮັບທຶນການຄົ້ນຄວ້າ CRF ພາຍໃຕ້ການສະໜັບສະໜູນຂອງໂຄງການ SSHEP ໄດ້ເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດຫຼາຍຫົວຂໍ້ ເພື່ອ ໃຫ້ແກ່ສັງຄົມ ກໍຄືພາກສ່ວນກ່ຽວຂ້ອງຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ ເພື່ອນຳໄປຜັນຂະຫຍາຍ ຫຼື ຕໍ່ຍອດຜົນການຄົ້ນຄວ້າດັ່ງກ່າວ. ກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ໂຄງການ SSHEP ຈັດກອງປະຊຸມ ເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຂອງນັກຄົ້ນຄວ້າວິທະຍາສາດ ຈາກ 4 ມະຫາວິທະຍາໄລ ທີ່ໄດ້ຮັບທຶນການຄົ້ນຄວ້າ CRF ພາຍໃຕ້ການສະໜັບສະໜູນຂອງໂຄງການ SSHEP ເມື່ອວັນທີ 19 ຕຸລາ...

Continue reading

ງານມະຫະກຳກິລາເອຊຽນພາຣາເກມ ຄັ້ງທີ 4 ທີ່ ສປ ຈີນ ເປີດສາກຢ່າງເປັນທາງການ

ງານມະຫະກຳກິລາເອຊຽນພາຣາເກມ ຫຼື ກິລາຄົນພິການອາຊີ ຄັ້ງທີ 4 ທີ່ນະຄອນຫາງໂຈ ສປ ຈີນ ເປີດສາກຢ່າງເປັນທາງການໃນວັນທີ 22 ຕຸລາ 2023 ທີ່ສະໜາມ Hangzhou Sports Park ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ Ding Xuexiang ຮອງນາຍົກລັດຖະມົນຕີແຫ່ງ ສປ ຈີນ, ທ່ານ Andrew Parsons ປະທານຄະນະກຳມະ ການພາຣາແລມປິກສາກົນ (IPC) ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳທີ່ເປັນ ຕົວແທນຈາກບັນ ດາຊາດໃນອາຊີ, ຄູຝຶກ, ນັກກິລາ, ອາສາສະໝັກ ແລະ ມວນຊົນ ຢ່າງເປັນຂະບວນຟົດຟື້ນ. ງານກິລາເອຊຽນພາຣາເກມຄັ້ງນີ້...

Continue reading