ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 ທີ່ສປ ຈີນ
ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມຄະນະ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 (The 2026 World Vocational and Technical Education Development Conference) ລະຫວ່າງວັນທີ 15-17 ຕຸລາ 2026 ທີ່ນະຄອນທຽນຈິນ, ສປ ຈີນ ຊຶ່ງກອງປະຊຸມດັ່ງກ່າວ ຖືເປັນເວທີສາກົນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການເປີດໂອກາດໃຫ້ ບັນດາປະເທດໃນທະວີບຕ່າງໆ ໂດຍສະເພາະ ສປປ ລາວ ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ເພີ່ມພູນຄວາມຮູ້ໃນແນວທາງການພັດທະນາອາຊີວະສຶກສາ ແນໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ການຝຶກອົບຮົມວິຊາຊີບຂອງລາວ...








