ສະຫວັນນະເຂດ ກຽມຈັດງານຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ
ແຂວງສະຫວັນນະເຂດ ກຽມຈັດງານຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ກໍຄືແຂວງສະຫວັນນະເຂດ-ແຂວງມຸກດາຫານ ເພື່ອເປີດປະຕູສູ່ສະຫວັນນະເຂດ ກ້າວເຂົ້າສູ່ປີສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ທັງເປັນການສ້າງບັນຍາກາດ ແລະ ມອບຄວາມສຸກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ໂພສີສ້ອຍ ກຸທິລາດ
ໃນວັນທີ 13 ຕຸລາ 2023, ທ່ານ ໂພສີສ້ອຍ ກຸທິລາດ ຫົວຫນ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ທັງເປັນຮອງປະທານຈັດງານຄາຣາວານລົດຖີບ 2 ຝັ່ງຂອງ ເຊື່ອມໂຍງການທ່ອງທ່ຽວ ລາວ-ໄທ ກໍຄື ສະຫວັນນະເຂດ-ມຸກດາຫານ...








