ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ມີບົດບາດສຳຄັນໃນການສົ່ງເສີມການຮ່ວມມືດ້ານການພັດທະນາຢ່າງມີປະສິດທິຜົນ

ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ມີບົດບາດສໍາຄັນໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ສົ່ງເສີມກົນໄກການຮ່ວມມືຫຼາຍຝ່າຍໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ. ຂະນະທີ່ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວຢ່າງເປັນຮູບປະທໍາ ເປັນຕົ້ນແມ່ນ ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ, ໂຄງການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ.
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນລະຫວ່າງວັນທີ 17-18 ຕຸລາ 2023 ພາຍໃຕ້ຫົວຂໍ້: “ການຮ່ວມມືທີ່ມີຄຸນນະພາບສູງ ຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ປະທານປະເທດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມດັ່ງກ່າວ ໃນພາກເວທີປຶກສາຫາລືລະດັບສູງ ພາຍໃຕ້ຫົວຂໍ້: “ການເຊື່ອມຈອດໃນເສດຖະກິດໂລກແບບເປີດກວ້າງ” ໂດຍໄດ້ເນັ້ນໃສ່ຄວາມສໍາຄັນ ແລະ ຜົນສໍາເລັດຂອງການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໃນໄລຍະ 10 ປີຜ່ານມາ ຊຶ່ງເຫັນວ່າ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໄດ້ມີບົດບາດສຳຄັນໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ສົ່ງເສີມກົນໄກການຮ່ວມມືຫຼາຍຝ່າຍໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ; ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາໃນຫຼາຍດ້ານ ອັນພົ້ນເດັ່ນແມ່ນການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງ-ເຊື່ອມຈອດໃຫ້ເຫັນຢ່າງເປັນຮູບປະທຳ ທີ່ປະເທດກຳລັງພັດທະນາ ລວມທັງ ສປປ ລາວ ໂດຍສະເພາະ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວຢ່າງເປັນຮູບປະທໍາ ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ, ໂຄງການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ ຊຶ່ງເຫັນວ່າ ເປັນການຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຕະຫຼອດຮອດການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ, ການແລກປ່ຽນວັດທະນະທຳ-ສັງຄົມ ກໍຄື ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ, ອັນເປັນການສົ່ງເສີມອຸດສາຫະກຳທ່ອງທ່ຽວ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃຫ້ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. ສປປ ລາວ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ໃນການເພີ່ມທະວີການເຊື່ອມຈອດ ລວມທັງ 8 ແຜນປະຕິບັດງານ ທີ່ປະທານ ສີ ຈິ້ນຜິງ ໄດ້ປະກາດໃນພິທີເປີດດັ່ງກ່າວ. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບປະເທດເພື່ອນມິດ ໃນການປະຕິບັດໂຄງການຕ່າງໆຕາມຄວາມສາມາດຂອງຕົນ.
ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ແມ່ນຖືກນໍາສະເໜີຂຶ້ນໃນປີ 2013 ໂດຍທ່ານ ປະທານ ສີ ຈິ້ນຜິງ ດ້ວຍວິໄສທັດໃນການສານຕໍ່ເນື້ອໃນຈິດໃຈຂອງເສັ້ນທາງສາຍໄໝບູຮານ ໂດຍກໍານົດເອົາການເສີມຂະຫຍາຍການເຊື່ອມຈອດໃຫ້ເປັນຫົວຂໍ້ຂອງຂໍ້ລິເລີ່ມດັ່ງກ່າວ. ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ມີເປົ້າໝາຍແນ່ໃສ່ຊຸກຍູ້ສົ່ງເສີມການເຊື່ອມຈອດລະຫວ່າງບັນດາປະເທດໃນດ້ານນະໂຍບາຍ, ພື້ນຖານໂຄງລ່າງ, ການຄ້າ, ການເງິນ ແລະ ການແລກປ່ຽນລະຫວ່າງຄົນກັບຄົນໃຫ້ດີຂຶ້ນກວ່າເກົ່າ. ຂໍ້ລິເລີ່ມດັ່ງກ່າວ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຮ່ວມກັນຂອງບັນດາປະເທດຄູ່ຮ່ວມມືເພື່ອສ້າງພື້ນຖານໃໝ່ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ, ເພີ່ມກຳລັງແຮງໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງໂລກ.
ໂດຍ: ກຕທ
ຂ່າວທີ່ກ່ຽວຂ້ອງ














