ກອງປະຊຸມບັນດາອະນຸກໍາມະການຕຳຫຼວດອາຊຽນ ຄັ້ງທີ 41 ຫາລືຮ່ວມມືແກ້ໄຂໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງພາກພື້ນ ແລະ ສາກົນ
ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງກັບກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີກອງປະຊຸມອະນຸກໍາມະການ ກໍ, ອະນຸກຳມະການ ຂໍ ແລະ ອະນຸກຳມະການ ຄໍ ເພື່ອຄົ້ນຄວ້າ, ປຶກສາຫາລື ກ່ຽວກັບບັນດາວຽກງານວິຊາສະເພາະຂອງກຳລັງຕຳຫຼວດບັນດາປະເທດອາຊຽນ ເປັນຕົ້ນແມ່ນການຮ່ວມມືໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ, ການລັກລອບຄ້າ-ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າ-ຂາຍອາວຸດ, ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າ ແລະ ການປອມແປງບັດເຄຣດິດ, ການສໍ້ໂກງຂ້າມຊາດ, ການປອມແປງເອກະສານເດີນທາງ, ອາຊະຍາກໍາທາງຄອມພິວເຕີ ແລະ ອາຊະຍາກໍາອື່ນໆ...








