Skip to main content

ຜູ້ນຳ ສປປ ລາວ ແລະ ສ.ຣັດເຊຍ ຫາລືຮ່ວມມືໃນຫຼາຍຂົງເຂດວຽກງານ

18/10/2023

ໃນໂອກາດການເຂົ້າຮ່ວມກອງປະຊຸມເວທີສົນທະນາ ລະດັບສູງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ນະຄອນຫຼວງປັກກິງ ສປ ຈີນ ໃນວັນທີ 17 ຕຸລາ 2023, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະຫາລືກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະ.

ໃນໂອກາດນີ້, ຜູ້ນໍາທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ 2 ປະເທດ ທີ່ສືບຕໍ່ມີບາດກ້າວຂະຫຍາຍຕົວຢ່າງໜັກແໜ້ນ ໂດຍສະເພາະໃນດ້ານການເມືອງ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມດຽວກັນນັ້ນ, 2 ຝ່າຍ ຍັງໄດ້ປຶກສາຫາລືລົງເລິກກ່ຽວກັບການຮ່ວມມືດ້ານການຄ້າ, ການລົງທຶນ, ການເງິນ, ພະລັງງານ, ການສຶກສາ ແລະ ວຽກງານຄວາມໝັ້ນຄົງ ຮ່ວມກັນ ແລະ ຢືນຢັນສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ ແລະ ຊຸກຍູ້ໃຫ້ມີການສົ່ງເສີມການຮ່ວມມືໃນຂົງເຂດທີ່ສອງຝ່າຍມີທ່າແຮງໃຫ້ກວ້າງຂວາງ ແລະ ເຂົ້າສູ່ລວງເລິກຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ 2 ຊາດ ລາວ-ຣັດເຊຍ.

ໃນໂອກາດນີ້, ທ່ານ ປະທານປະເທດ ແຫ່ງ ສປປ ລາວ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ທີ່ຈັດຂຶ້ນຢູ່ ສ.ຣັດເຊຍ ໃນເດືອນກັນຍາຜ່ານມາ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ກໍຄືປະຊາຊົນຣັດເຊຍ ທີ່ໃຫ້ການຊ່ວຍເຫຼືອສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງຖືໂອກາດນີ້ ແຈ້ງປະທານາທິບໍ ສ.ຣັດເຊຍ ກ່ຽວກັບ ສປປ ລາວ ຈະໄດ້ຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2024 ແລະ ເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ສະດວກ.

ຂ່າວ-ພາບ: ກະຊວງການຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ