Skip to main content

ກອງປະຊຸມບັນດາອະນຸກໍາມະການຕຳຫຼວດອາຊຽນ ຄັ້ງທີ 41 ຫາລືຮ່ວມມືແກ້ໄຂໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງພາກພື້ນ ແລະ ສາກົນ

18/10/2023

ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງກັບກອງປະຊຸມຫົວໜ້າຕຳຫຼວດອາຊຽນ ຄັ້ງທີ 41 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-18 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຊຶ່ງປະກອບມີກອງປະຊຸມອະນຸກໍາມະການ ກໍ, ອະນຸກຳມະການ ຂໍ ແລະ ອະນຸກຳມະການ ຄໍ ເພື່ອຄົ້ນຄວ້າ, ປຶກສາຫາລື ກ່ຽວກັບບັນດາວຽກງານວິຊາສະເພາະຂອງກຳລັງຕຳຫຼວດບັນດາປະເທດອາຊຽນ ເປັນຕົ້ນແມ່ນການຮ່ວມມືໃນການແກ້ໄຂບັນຫາອາຊະຍາກໍາຂ້າມຊາດ, ການລັກລອບຄ້າ-ຂາຍຢາເສບຕິດ, ການກໍ່ການຮ້າຍ, ການຄ້າມະນຸດ, ການຄ້າ-ຂາຍອາວຸດ, ການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ, ອາຊະຍາກໍາທາງທະເລ, ອາຊະຍາກໍາທາງດ້ານການຄ້າ ແລະ ການປອມແປງບັດເຄຣດິດ, ການສໍ້ໂກງຂ້າມຊາດ, ການປອມແປງເອກະສານເດີນທາງ, ອາຊະຍາກໍາທາງຄອມພິວເຕີ ແລະ ອາຊະຍາກໍາອື່ນໆ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງທາງດ້ານເສດຖະກິດ ແລະ ການພັດທະນາທາງດ້ານວັດທະນະທໍາ-ສັງຄົມ ຂອງພາກພື້ນ ແລະ ສາກົນ, ພ້ອມທັງເປັນການເພີ່ມທະວີການຮ່ວມມືທັງໃນລະດັບພາກພື້ນ ແລະ ສາກົນ ໃນການຕອບຕ້ານຄືນບັນຫາອາຊະຍາກໍາຕ່າງໆ ແນໃສ່ເຮັດໃຫ້ພາກພື້ນ ກໍຄື ປະຊາຄົມໂລກ ມີສັນຕິພາບ, ຄວາມສະຫງົບ ແລະ ໝັ້ນຄົງ.

ໃນນີ້, ກອງປະຊຸມຂອງອະນຸກຳມະການ ກໍ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພັທ ພຸດສະຫວາດ ສູນທະລາ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ມີຄະນະຜູ້ແທນຈາກບັນດາປະເທດສະມາຊິກຕໍາຫຼວດອາຊຽນເຂົ້າຮ່ວມ ຊຶ່ງໃນກອງປະຊຸມ ໄດ້ມີການແຕ່ງຕັ້ງຜູ້ແທນຈາກກຳລັງຕຳຫຼວດມຽນມາ ເປັນຮອງປະທານ ແລະ ແຕ່ງຕັ້ງຜູ້ແທນຈາກກຳລັງຕຳຫຼວດລາວ ເປັນເລຂາກອງປະຊຸມ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ຮ່ວມກັນຕົກລົງ ຮັບຮອງເອົາວາລະກອງປະຊຸມອະນຸກໍາມະການ ກໍ, ພ້ອມທັງໄດ້ຜ່ານບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫຼງການຮ່ວມຂອງກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 40 ແລະ ພິຈາລະນາກ່ຽວກັບຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຄ້າຂາຍຢາເສບຕິດທີ່ຜິດກົດໝາຍ, ການກໍ່ການຮ້າຍ, ການລັກລອບອາວຸດເສິກ, ການຄ້າມະນຸດ, ອາຊະຍາກໍາສັດປ່າ ແລະ ບັນຫາທີ່ກ່ຽວຂ້ອງອື່ນໆ.

ສ່ວນກອງປະຊຸມຂອງອະນຸກຳມະການ ຂໍ ພາຍໃຕ້ການເປັນປະທານຂອງທ່ານ ພັອ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ມີຄະນະຜູ້ແທນຈາກບັນດາປະເທດສະມາຊິກຕໍາຫຼວດອາຊຽນເຂົ້າຮ່ວມ ຊຶ່ງໃນກອງປະຊຸມໄດ້ມີການແຕ່ງຕັ້ງຜູ້ແທນຈາກກຳລັງຕຳຫຼວດມຽນມາ ເປັນຮອງປະທານ ແລະ ແຕ່ງຕັ້ງຜູ້ແທນຈາກກຳລັງຕຳຫຼວດລາວ ເປັນເລຂາກອງປະຊຸມ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ຮ່ວມກັນຕົກລົງ ຮັບຮອງເອົາວາລະກອງປະຊຸມອະນຸກໍາມະການ ຂໍ, ພ້ອມທັງໄດ້ຜ່ານບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫຼງການຮ່ວມຂອງກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 40 ແລະ ພິຈາລະນາກ່ຽວກັບຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການສໍ້ໂກງທາງທະເລ, ອາຊະຍາກໍາທາງດ້ານການຄ້າ, ການກະທໍາຜິດທາງທະນາຄານ ແລະ ການສໍ້ໂກງບັດຊໍາລະເງິນ, ອາຊະຍາກໍາທາງຄອມພິວເຕີ, ເອກະສານເດີນທາງທີ່ຖືກປອມແປງ, ການສໍ້ໂກງອາຊະຍາກໍາຂ້າມຊາດ ແລະ ບັນຫາຕ່າງໆທີ່ກ່ຽວຂ້ອງ.

ສໍາລັບກອງປະຊຸມຂອງອະນຸກຳມະການ ຄໍ ພາຍໃຕ້ການເປັນປະທານຂອງທ່ານ ພັອ ກີ້ ຈັນທະວົງສາ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ (ປກສ), ມີຄະນະຜູ້ແທນຈາກບັນດາປະເທດສະມາຊິກຕໍາຫຼວດອາຊຽນເຂົ້າຮ່ວມ ຊຶ່ງໃນກອງປະຊຸມ ໄດ້ມີການແຕ່ງຕັ້ງຜູ້ແທນຈາກກຳລັງຕຳຫຼວດມຽນມາເປັນຮອງປະທານ ແລະ ແຕ່ງຕັ້ງຜູ້ແທນຈາກກຳລັງຕຳຫຼວດລາວ ເປັນເລຂາກອງປະຊຸມ. ຫຼັງຈາກນັ້ນ, ຜູ້ແທນກອງປະຊຸມໄດ້ຮ່ວມກັນຕົກລົງ ຮັບຮອງເອົາວາລະກອງປະຊຸມອະນຸກໍາມະການ ຄໍ, ພ້ອມທັງໄດ້ຜ່ານບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຖະແຫຼງການຮ່ວມຂອງກອງປະຊຸມຫົວໜ້າຕໍາຫຼວດອາຊຽນ ຄັ້ງທີ 40 ແລະ ພິຈາລະນາກ່ຽວກັບຫົວຂໍ້ທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ລະບົບຖານຂໍ້ມູນຕໍາຫຼວດອາຊຽນ 2.0, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກ່ຽວກັບບັນຫາອາຊະຍາກໍາ, ການແລກປ່ຽນບຸກຄະລາກອນ ແລະ ໂຄງການຝຶກອົບຮົມລະຫວ່າງກໍາລັງຕໍາຫຼວດອາຊຽນ, ເຄືອຂ່າຍຕໍາຫຼວດນິຕິວິທະຍາອາຊຽນ ແລະ ບັນຫາຕ່າງໆທີ່ກ່ຽວຂ້ອງ.

ຂ່າວ-ພາບ: ຍຸພິນທອງ-ບຸນຕອມ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ