ກຳມະບານ ປກຊ ອວຍພອນຄະນະກຳມະບານ ສສກ ໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ
ກຳມະບານ ກະຊວງປ້ອງກັນປະເທດ (ປກຊ) ໄດ້ເຂົ້າອວຍພອນສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ (ສສກ) ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994-7 ຕຸລາ 2023) ເພື່ອເປັນການຮັດແໜ້ນຄວາມສາມັກຄີ ມິດຕະພາບ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານໃນຂະແໜງການສຶກສາ ແລະ ກິລາ.
ພິທີພົບປະອວຍພອນດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 13 ຕຸລາ 2023 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ໂດຍໃຫ້ກຽດນຳພາອວຍພອນຂອງສະຫາຍ ພັອ ບຸນຄ່ອງ ອຸດທະຈັນດີ ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ຫົວໜ້າຫ້ອງການກຳມະບານ ກະຊວງປ້ອງກັນປະເທດ ແລະ ໃຫ້ການຕ້ອນຮັບໂດຍສະຫາຍ...






