Skip to main content

ກົມກວດກາ ສສກ ເຄື່ອນໄຫວເຜີຍແຜ່ເອກະສານທີ່ສຳຄັນ ທີ່ແຂວງຊຽງຂວາງ

16/10/2023

ກົມກວດກາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ລົງເຄື່ອນໄຫວເຜີຍແຜ່ເອກະສານທີ່ສຳຄັນຈຳນວນໜຶ່ງທີ່ກ່ຽວຂ້ອງໃນຂະແໜງການສຶກສາ ແລະ ກິລາ ທີ່ແຂວງຊຽງຂວາງ ໃນລະຫວ່າງວັນທີ 10-13 ຕຸລາ ຜ່ານມາ ນໍາໂດຍທ່ານ ນາງ ບຸນໂຮມ ຈັນທະສັກ ຮອງຫົວໜ້າກົມກວດກາ ກະຊວງ ສສກ, ມີທ່ານ ອ່ອນສີ ແກ້ວພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ຊຽງຂວາງ, ພ້ອມດ້ວຍຄະນະນຳຈາກກົມກວດກາ, ຫົວໜ້າຂະແໜງ ແລະ ວິຊາການຈາກຂະແໜງທີ່ກ່ຽວຂ້ອງຂອງພະແນກເຂົ້າຮ່ວມ.

ໂອກາດນີ້, ຄະນະທີມງານໄດ້ລົງເຄື່ອນໄຫວວຽກຢູ່ 4 ຈຸດເປົ້າໝາຍຂອງແຂວງ ຄື: ພະແນກ ສກຂ, ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ແປກ, ວິທະຍາໄລຄູຄັງໄຂ, ວິທະຍາໄລເຕັກນິກ-ວິຊາຊີບ ແບບປະສົມແຂວງ. ຈຸດປະສົງ ນອກຈາກຈະໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວໂດຍຫຍໍ້ ກ່ຽວກັບວຽກສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ-ກິລາຂອງແຂວງໃນໄລຍະຜ່ານມາແລ້ວ, ບັນດາແຂກເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ແລະ ຄຳສັ່ງແນະນຳ ສະບັບເລກທີ 1073/ສສກ ຂອງລັດຖະມົນຕີ ກະຊວງ ສສກ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂະແໜງການສຶກສາ ແລະ ກິລາ. ຫຼັງຈາກນັ້ນ, ທ່ານ ບຸນຂົງ ຈັກວົງສາ ຫົວໜ້າພະແນກສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ກົມກວດກາ ກະຊວງ ສສກ ໄດ້ສະເໜີເອກະສານ ການສະກັດກັ້ນ ແລະ ແກ້ໄຂບັນຫາສິ່ງເສບຕິດ, ການປະລະການຮຽນການສອນ, ການສໍ້ລາດບັງຫຼວງ, ການແກ້ໄຂບັນຫາການຈັດກຸ່ມແກ້ງອັນຕະພານ, ການຕ້ານການຄ້າມະນຸດ, ການແກ້ໄຂບັນຫາອຸປະຕິເຫດຕາມທ້ອງຖະໜົນ, ການມົ້ວສຸມໄພສັງຄົມ ແລະ ການພະນັນທຸກປະເພດ, ການແກ້ໄຂປະກົດການຫຍໍ້ທໍ້ ວຽກງານກິລາ-ກາຍະກຳ, ການແກ້ໄຂປະກົດການຫຍໍ້ທໍ້ການເຂົ້າສະຖານທີ່ຮ້ານບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ, ຮ້ານສະນຸກເກີ ແລະ ຮ້ານເກມ, ການປອມແປງປະກາສະນີຍະບັດ, ເອກະສານການຢັ້ງຢືນການສຶກສາ ແລະ ການຂຽນບົດຈົບຊັ້ນໃຫ້ນັກຮຽນ, ນັກສຶກສາ ຫຼື ນັກກິລາ. ນອກຈາກນັ້ນີ້, ສຳມະນາກອນຍັງໄດ້ຮັບຟັງການຜ່ານຮ່າງຂໍ້ຕົກລົງແຕ່ລະຂັ້ນ, ຮ່າງເກັບກຳຂໍ້ມູນ, ຮ່າງບົດບັນທຶກ, ຮ່າງບົດສະຫຼຸບ, ຮ່າງບົດລາຍງານ ແລະ ເອກະສານອື່ນໆທີ່ສຳຄັນອີກຈຳນວນໜຶ່ງ. ທັ້ງນີ້, ເພື່ອແນໃສ່ເຮັດໃຫ້ວຽກງານສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນແຕ່ລະຂັ້ນມີຄວາມເຂັ້ມແຂງ ແລະ ໄດ້ຮັບຄຸນນະພາບ.

ພ້ອມກັນນັ້ນ, ທ່ານ ນາງ ບຸນໂຮມ ຈັນທະສັກ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນຈົ່ງຮີບຮ້ອນນຳເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ລົງເຜີຍແຜ່ໃຫ້ບັນດາເມືອງ ກໍຄືພາກສ່ວນທີ່ກ່ຽວຂ້ອງໃຫ້ຮັບຮູ້ຢ່າງທົ່ວເຖິງ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງຕໍ່ວຽກງານດັ່ງກ່າວໃຫ້ສຳເລັດ, ພ້ອມກັນລົງປະເມີນ, ຕິດຕາມທຸກປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດວຽກງານສຶກສາ ແລະ ກິລາ ພ້ອມທັງຊອກຫາວິທີທາງແກ້ໄຂໂດຍໄວ ແລະ ລາຍງານຜົນໄດ້ຮັບໃຫ້ຂັ້ນກະຊວງຮັບຊາບເປັນປົກກະຕິ.

 

ຂ່າວໂດຍ: ຄານສີສະຫວັນ

ພາບໂດຍ: ອູໄທ ທຸມມະຄຳ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ