Skip to main content

ເປີດນໍາໃຊ້ຢ່າງເປັນທາງການ ວລ ເຕັກນິກ-ວິຊາຊີບການລົດໄຟ ແຫ່ງທຳອິດໃນ ສປປ ລາວ

16/10/2023

ເປີດນໍາໃຊ້ໂຄງການກໍ່ສ້າງວິທະຍາໄລ (ວລ) ເຕັກນິກ-ວິຊາຊີບການລົດໄຟລາວ ຊຶ່ງເປັນສະຖານການສຶກສາແຫ່ງທຳອິດຂອງ ສປປ ລາວ ເລີ່ມກໍ່ສ້າງວັນທີ 20 ກັນຍາ 2021 ໂດຍກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນແຂວງຢຸນນານ ຈໍາກັດ ເປັນຜູ້ຮັບເໝົາ ແລະ ກຸ່ມບໍລິສັດ ສະຖາບັນອອກແບບແຂວງຢຸນນານ ຈໍາກັດ, ບໍລິສັດ ວິສະວະກໍາກໍ່ສ້າງຢຸນນານ ຈໍາກັດ ເປັນທີ່ປຶກສາຄຸ້ມຄອງໂຄງການ.

ພິທີມອບ-ຮັບ ແລະ ເປີດນໍາໃຊ້ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ໄດ້ຈັດຂຶ້ນ ເມື່ອວັນທີ 12 ຕຸລາ 2023 ທີ່ໂຮງຮຽນດັ່ງກ່າວ ບ້ານໂພນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມລັ່ນຄ່ອງ 9 ບາດ ເພື່ອເປັນສີຣິມຸງຄຸນໂດຍພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ສປປ ລາວ, ທ່ານ ທອງສະລິດ ມັງໜໍ່ເມກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ຫວັງ ຊັ່ງ ອຸປະທູດຊົ່ວຄາວ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ທ່ານ ຫຼີ ເສິງ ຢາງ ຫົວໜ້າພະແນກ ການຄ້າແຂວງຢຸນນານ, ທ່ານ ຢາງ ກົວ ເວິນ ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນແຂວງຢຸນນານ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຢ່າງຫຼວງຫຼາຍ.

ໃນພິທີ, ທ່ານ ຮສ.ປອ ພຸດ ສິມມາລາວົງ ກ່າວວ່າ: ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ແມ່ນໂຄງການທີ່ມີຄວາມໝາຍສໍາຄັນໃນການສ້າງຊັບພະຍາກອນມະນຸດ ໂດຍສະເພາະການສ້າງ ແລະ ຝຶກອົບຮົມພະນັກງານວິຊາການຮັບໃຊ້ວຽກງານການລົດໄຟຂອງ ສປປ ລາວ ການນໍາຂັ້ນສູງຂອງລັດຖະບານ ສປປ ລາວ ແລະ ສປ ຈີນ ຈຶ່ງໄດ້ເຫັນດີກໍານົດເອົາແຜນການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ເປັນຍຸດທະສາດສໍາຄັນເພື່ອປະກອບສ່ວນພັດທະນາຊັບພະຍາກອນມະນຸດແບບຄົບຊຸດໃຫ້ໂຄງການລົດໄຟ ລາວ-ຈີນ ທັງເປັນການປະກອບສ່ວນຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ ຈີນ-ລາວ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຍິ່ງຂຶ້ນ.

ໂຄງການກໍ່ສ້າງວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ໄດ້ຮັບການຊ່ວຍເຫຼືອລ້າຈາກ ສປ ຈີນ ເລີ່ມກໍ່ສ້າງວັນທີ 20 ກັນຍາ 2021 ໂດຍກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນແຂວງຢຸນນານ ຈໍາກັດ ເປັນຜູ້ຮັບເໝົາ ແລະ ກຸ່ມບໍລິສັດ ສະຖາບັນອອກແບບແຂວງຢຸນນານ ຈໍາກັດ, ບໍລິສັດ ວິສະວະກໍາກໍ່ສ້າງຢຸນນານ ຈໍາກັດ ເປັນທີ່ປຶກສາຄຸ້ມຄອງໂຄງການ ຕັ້ງຢູ່ບ້ານໂພນຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີເນື້ອທີ່ 14,5 ເຮັກຕາ ໃນນີ້ ເນື້ອທີ່ປຸກສ້າງ 33.485 ຕາແມັດ

ປະກອບມີອາຄານຮຽນທິດສະດີ, ອາຄານພາກປະຕິບັດ, ອາຄານບໍລິຫານ, ຫໍສະໝຸດ, ຫໍພັກພະນັກງານຄູອາຈານ, ຫໍພັກນັກສຶກສາ, ຫ້ອງອາຫານ, ຫ້ອງປະຊຸມ, ເດີ່ນກິລາໃນຮົ່ມ, ສິ່ງອໍານວຍຄວາມສະດວກ ແລະ ອຸປະກອນເຕັກນິກເຂົ້າໃນ 6 ສາຂາວິຊາຮຽນ ແລະ ຍົກລະດັບຄວາມສາມາດດ້ານການສຶກສາໃຫ້ພະນັກງານຄູອາຈານ ໃນໄລຍະ 5 ປີ. ປັດຈຸບັນວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ໄດ້ສໍາເລັດການກໍ່ສ້າງພື້ນຖານໂຄງລ່າງ, ການປະກອບອຸປະກອນເຕັກນິກການຝຶກອົບ ຮົມຄູສອນ 100% ແລະ ຈະຈັດການຮຽນການສອນ 6 ສາຂາວິຊາ ຄື: ເຕັກນິກຫົວລົດໄຟ, ເຕັກນິກຕູ້ລົດໄຟ, ສັນຍານທາງລົດໄຟ, ວິສະວະກໍາທາງລົດໄຟ, ຄຸ້ມຄອງການຂົນສົ່ງທາງລົດໄຟ, ການສະໜອງໄຟຟ້າທາງລົດໄຟ ໂດຍຮັບນັກສຶກສາເຂົ້າຮຽນລະດັບວິຊາຊີບຊັ້ນສູງ 350 ຄົນຕໍ່ປີ.

ໂດຍ ສົງການ ພັນແພງດີ

 

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ