Skip to main content

ເຊເນການ ແຊ໋ມເກົ່າ ຮ່ວມກຸ່ມ ກາເມີຣູນ ເຕະບານ ອາຟຣິກາ ຄັບ ອັອບ ເນຊັນ 2023 ຮອບສຸດທ້າຍ

ການແຂ່ງຂັນເຕະບານຊາຍ ຊີງແຊ໋ມທະວີບອາຟຣິກາ ຫຼື “Africa Cup of Nations 2023” ຮອບສຸດທ້າຍ ທີ່ປະເທດກົດດີວົວ (ໄອໂວຣີໂຄ໊ດ) ເປັນເຈົ້າພາບ ໄດ້ມີພິທີຈັບສະຫຼາກຮອບແບ່ງກຸ່ມເປັນທີ່ຮຽບຮ້ອຍ ໂດຍແຊ໋ມເກົ່າ ທີມຊາດເຊເນການ ຢູ່ກຸ່ມ C ຮ່ວມກັບ ກາເມີຣູນ ແຊ໋ມ 5 ສະໄໝ ອັນດັບສາມຄັ້ງຜ່ານມາ ລວມທັງ ສາທາລະນະລັດກີນີ ແລະ ກຳບີ (ແກມເບຍ). ຂະນະທີ່ ເຈົ້າພາບ ກົດດີວົວ (ໄອໂວຣີໂຄ໊ດ) ຢູ່ກຸ່ມ A ຮ່ວມກັບ ໄນຈີເຣຍ (ນີເຊຣີ) ແຊ໋ມ 3 ສະໄໝ, ເອກົວໂທຣຽວ ກີນີ ແລະ ກີນີ ບິດເຊົາ. ສ່ວນ ທີມຊາດເອຢິບ ແຊ໋ມສູງສຸດ 7 ສະໄໝ ຮອງແຊ໋ມຄັ້ງຜ່ານມາ ຢູ່ກຸ່ມ B ຮ່ວມກັບ ການາ ແຊ໋ມ 4 ສະໄໝ, ແຄັບເວີດ (ກັບແວ)...

Continue reading

ປກສ ນວ ກຳນົດແລ້ວ ເສັ້ນທາງສັນຈອນ ແລະ ບ່ອນຈອດລົດ ງານບຸນຊ່ວງເຮືອທ່າວັດຈັນ 2023

ງານບຸນອອກພັນສາປະວໍຣະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ ພສ 2566 (ຄສ 2023) ກອງບັນຊາການປ້ອງກັນຄວາມສະຫງົບ ຫຼື ປກສ ນະຄອນຫຼວງວຽງຈັນ ອອກແຈ້ງການ ການກໍານົດເສັ້ນທາງສັນຈອນ ແລະ ບ່ອນຈອດລົດປະເພດຕ່າງໆ (ບັນດາລົດທີ່ມາແຕ່ລະທິດ) ໃຫ້ປະຕິບັດຄືດັ່ງນີ້: 1. ມາຈາກທິດເໜືອ ມີຈຸດປະສົງມາທ່ຽວງານບຸນຊ່ວງເຮືອ ແມ່ນອະນຸຍາດໃຫ້ເຂົ້າຈອດສະຖານທີ່ຈອດລົດ ທີ່ອະນຸກໍາມະການອະນຸຍາດ ຫຼື ຈອດຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດໄພ ແລະ ບໍ່ເປັນການກີດຂວາງການສັນຈອນຂອງຍານພາຫະນະອື່ນ; 2. ມາຈາກທິດໃຕ້ ອະນຸຍາດໃຫ້ຈອດລົດຢູ່ສະຖານທີ່ຈອດລົດຂອງພະແນກໂຍທາທິການ ແລະ ຂົນສົ່ງ...

Continue reading

ສະຫຼຸບຜົນສຳເລັດການເປັນເຈົ້າພາບ ຈັດງານແຂ່ງຂັນກິລາປ່ອງປ່ອງເຍົາວະຊົນໂລກ 2023

ສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ຈັດພິທີສະຫຼຸບຜົນສຳເລັດການຈັດງານແຂ່ງຂັນກິລາປິ່ງປ່ອງເຍົາວະຊົນໂລກ ປະຈຳປີ 2023 (WTT Youth Contender) ທີ່ສປປ ລາວເຮົາ ຮັບກຽດເປັນເຈົ້າພາບ ຊຶ່ງງານຄັ້ງນີ້ ຜົນປະກົດວ່າທັບນັກກິລາປິ່ງປ່ອງ ຈາກໄຕ້ຫວັນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້ລາງວັນຊະນະເລີດເຖິງ 8 ລາຍການ, ຮອງຊະນະເລີດ 9 ລາຍການ ແລະ ອັນດັບທີ 3 ຮ່ວມອີກ 6 ລາຍການ. ຂະນະທີ່ຜົນງານນັກກິລາປິ່ງປ່ອງລາວເຮົາ ຍາດໄດ້ລາງວັນຮອງຊະນະເລີດ 2 ລາຍການ ແລະ ອັນດັບທີ 3 ຮ່ວມອີກ 2...

Continue reading

ເຕະບານ ມິດຕະພາບນັດພິເສດ ເພື່ອຊົມເຊີຍວັນຄູແຫ່ງຊາດ ລະຫວ່າງ ວີໄອພີສຳນັກກະຊວງ ແລະ ກພສ

ເມື່ອບໍ່ດົນມານີ້, ທີມບານເຕະວີໄອພີ ສຳນັກກະຊວງສຶກສາທິການ ແລະ ກິລາ ແລະ ທີມບານເຕະ ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ (ກພສ), ວິທະຍາໄລສິລະປະສຶກສາ ແລະ ວິທະຍາໄລພະລະສຶກສາ ພ້ອມກັນຈັດບັນດາກິດຈະກຳແຂ່ງຂັນກິລາເຕະບານ ນັດພິເສດ ມິດຕະພາບ ເພື່ອສ້າງຂະບວນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ປີ 2023 ຕິດພັນກັບວາລະແຫ່ງຊາດ ແລະ ແນໃສ່ສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ໃຫ້ຄວາມໝາຍເລິກເຊິ່ງ ແລະ ເປັນຂະບວນການຟົດຟື້ນ. ໃຫ້ກຽດເຂົ້າຮ່ວມໃນກິດຈະກຳຄັ້ງນີ້ ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ, ບັນດາຮອງຫົວໜ້າກົມ,...

Continue reading

ຟີຟາ ເດ: ທີມຊາດໄທ ຖືກ ຈໍເຈຍ ຖະຫຼົ່ມ 8-0

ທີມຊາດໄທ ເຊິ່ງເປັນທີມແຖວໜ້າຂອງອາຊຽນ ຍົກທີມໄປຢາມຢູໂຣບ ຖືກ ທີມຊາດ ຈໍເຈຍ ຖະຫຼົ່ມແບບຂາດຮອຍ 8-0 ໃນເກມມິດຕະພາບ ອຸ່ນເຄື່ອງ ຟີຟາເດ ຄືນວັນພະຫັດທີ່ຜ່ານມາ.   ທີມຊາດ ຈໍເຈຍ, ອັນດັບ 79 ຂອງໂລກ ເປີດບ້ານພົບ ທີມຊາດໄທ ອັນດັບ 112 ຂອງໂລກ ໂດຍພຽງເຄິ່ງເວລາທຳອິດ ຈໍເຈຍ ກໍຖະຫຼົ່ມໃສ່ທີມຊາດໄທແບບບໍ່ເກງໃຈ ເຖິງ 6 ປະຕູຕໍ່ 0. ແລະ ໃນເຄິ່ງເວລາຫຼັງ ກໍມາຍິງໄດ້ອີກ 2 ປະຕູ ຂະນະທີ່ ທີມຊາດໄທ ທັບໄຂ່ບໍ່ແຕກແມ່ນແຕ່ໜ່ວຍດຽວ. ຜົນຂອງເກມນັດນີ້ ຍັງເປັນການທຸບສະຖິຕິໃໝ່ຂອງທີມຊາດ ຈໍເຈຍ ທີ່ຊະນະຄູ່ຕໍ່ສູ້ໄດ້ຫຼາຍປະຕູທີ່ສຸດເປັນຄັ້ງທຳອິດຂອງຕົນ. *ນອກຈາກນີ້ ຍັງມີຜົນຄູ່ອື່ນໆໃນຫຼາຍພາກພື້ນອີກດັ່ງນີ້: – ຢູເອອີ – ຄູເວດ 1-0; – ບາເຣນ...

Continue reading

ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຢ້ຽມຊົມສະໜາມກິລາເຈົ້າອານຸວົງ ແລະ ສູນກິລາບູໂດ

ທ່ານ ນາງ ຄາມິກາວະ ໂຢໂກະ  ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ  ພ້ອມດ້ວຍຄະນະ  ໄດ້ຢ້ຽມຊົມສະໜາມກິລາເຈົ້າອານຸວົງ ແລະ ສູນບູໂດ ເຊັນເຕີ້ ໃນຕອນເຊົ້າວັນທີ 12 ຕຸລາ 2023 ໂດຍໄດ້ຮັບການຕ້ອນຮັບ ແລະ ນຳພາຢ້ຽມຊົມຈາກ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສົມພູ ພົງສາ ຮອງປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ. ເປັນກຽດເຂົ້າຮ່ວມຕິດຕາມຄະນະຍັງມີ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ອິໂຕ ໂນຣິຢູກິ...

Continue reading

ສພນ ຮັບການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 5 ປີ ສະຫຼອງວັນຄູແຫ່ງຊາດ

ສູນພັດທະນາການສຶກສານອກໂຮງຮຽນ (ສພນ) ໄດ້ຮັບການຍ້ອງຍໍຈາກຄະນະນຳ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຢ່າງສົມກຽດ ພາຍຫຼັງມີຜົນງານທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດຂະບວນການຮັກຊາດ ແລະ ພັດທະນາ 5 ປີ 2016-2020 ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ (7 ຕຸລາ 1994 ຫາ 7 ຕຸລາ 2023). ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ (7 ຕຸລາ) ຄົບຮອບ 29 ປີ ແລະ ການຍ້ອງຍໍຂະບວນການຮັກຊາດ ແລະ ພັດທະນາ 5 ປີ (2016-2020) ດັ່ງກ່າວ, ໄດ້ຈັດຂຶ້ນ ເມື່ອວັນທີ 5 ຕຸລາ ຜ່ານມາ ທີ່ສູນພັດທະນາການສຶກສານອກໂຮງຮຽນ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ສີຊະນະ ບຸບຜາ...

Continue reading