5 ຕຸລາ ວັນຄູສາກົນ
ວັນທີ 5 ຕຸລາຂອງທຸກໆປີ ເປັນວັນຄູສາກົນ ເພື່ອເຊີດຊູຄວາມສຳຄັນຂອງອາຊີບ “ຄູ” ທົ່ວໂລກ
“ຄູ” ເປັນໜຶ່ງອາຊີບທີ່ສຳຄັນທີ່ຢູ່ເບື້ອງຫຼັງເພື່ອຊຸກຍູ້ໃຫ້ເດັກນ້ອຍ ກ້າວເດີນໄປໃນເສັ້ນທາງທີ່ຖືກຕ້ອງ ພ້ອມກັບໃຫ້ຄຳແນະນຳໃຫ້ຄວາມຮູ້ ແລະ ຍັງເຮັດໜ້າທີ່ປຽບເໝືອນພໍ່ແມ່ຜູ້ທີສອງທີ່ໃຫ້ການຊຸກຍູ້ເດັກໃຫ້ໄປເຖິງຝັ່ງຝັນຢ່າງສົມບູນ.
ອົງການ UNESCO ໄດ້ມີການກຳນົດວັນຄູສາກົນ (World Teachers’ Day) ເພື່ອເຊີດຊູ “ຄູ” ຊຶ່ງເປັນບຸກຄົນສຳຄັນຕໍ່ການສ້າງຊີວິດ ແລະ ສັງຄົມ ໂດຍມີເປົ້າໝາຍເຮັດໃຫ້ພົນລະເມືອງໂລກ...


