ສປປ ລາວ ພ້ອມສົ່ງທັບນັກກິລາ ເກືອບ 200 ຄົນ ຮ່ວມ ເອຊຽນ ເກມ ແລະ ເອຊຽນ ພາຣາເກມ 2023 ເອັບບີທີ ຊຸກຍູ້ 587 ລ້ານກີບ
ສປປ ລາວ ພ້ອມສົ່ງທັບນັກກິລາລາວ ຈຳນວນ 193 ຄົນ. ໃນນັ້ນ, ນັກກິລາທີມຊາດລາວ ທີ່ເປັນຄົນປົກກະຕິ ຈຳນວນ 152 ຄົນ ຈາກ 16 ປະເພດກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາ ເອຊຽນເກມ ຄັ້ງທີ 19 ລະຫວ່າງວັນທີ 23 ກັນຍາ ຫາ 8 ຕຸລາ 2023 ແລະ ນັກກິລາຄົນພິການທີມຊາດລາວ 41 ຄົນ ຈາກ 5 ປະເພດກິລາ ເຂົ້າຮ່ວມງານກິລາເອຊຽນ ພາຣາເກມ ຄັ້ງທີ 4 ລະຫວ່າງວັນທີ 22-28 ຕຸລາ 2023 ທີ່ນະຄອນຫາງໂຈ ສປ ຈີນ. ຂະນະທີ່ຫຼາຍພາກສ່ວນ ໂດຍສະເພາະບໍລິສັດ ຟຸດບອນ ໄທ ເຟັກຕໍຣີ ສະປອດຕິ້ງ ກູດ ຈຳກັດຜູ້ດຽວ ຫຼື ເອັບບີທີ ສືບຕໍ່ໃຫ້ການສະໜັບສະໜູນອຸປະກອບກິລາ ລວມມູນຄ່າ 587 ລ້ານກີບ....




