Skip to main content

ລາວ-ຫວຽດນາມ ລົງນາມຮ່ວມມືດ້ານການສຶກສາ ໄລຍະປີ 2026 – 2029

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາໄລຍະປີ 2026 – 2029 ຕາງໜ້າລົງນາມໂດຍ ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫງວຽນ ຖິ ເຕິນ ຜູ້ອໍານວຍການໃຫຍ່ບໍລິສັດ ສະຕາ ໂທລະຄົມ ຈໍາກັດ ແລະ ທ່ານ ຮສ.ປອ ຫງວຽນ ເຕິນ ເຈິ່ນ ມິງຄາງ ຜູ້ອໍານວຍການມະຫາວິທະຍາໄລເຕັກໂນໂລຊີຂໍ້ມູນຂ່າວສານ ສສ ຫວຽດນາມ, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ອຳນວຍການ, ຮອງອຳນວຍການ, ຄະນະນໍາ, ພະນັກງານພາຍໃນບໍລິສັດ ສະຕາ ໂທລະຄົມ (ຢູນິເທວ) , ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ. ...

Continue reading

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ເປີດສອບເສັງຄັດເລືອກນັກສຶກສາໃໝ່ ເຂົ້າຮຽນ 2 ສາຂາ ສົກຮຽນ 2026-2027

ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ຈັດພິທີເປີດການສອບເສັງຄັດເລືອກນັກສຶກສາໃໝ່ ໃນວັນທີ 26 ສິງຫາ 2026 ທີ່ວິທະຍາໄລດັ່ງກ່າວ (ເຂດຫຼັກ3) ເພື່ອຮັບເຂົ້າຮຽນໃນ 2 ສະຂາວິຊາ ຄື: ສະຂາກົນຈັກໜັກ ແລະ ສາຂາເຕັກໂນໂລຊີລົດຍົນ, ເຊິ່ງໄດ້ເປີດຮັບສະໝັກມາຕັ້ງແຕ່ວັນທີ 22 ກໍລະກົດ 2026 ຜ່ານມາ. ທ່ານ ສຸລິຍາ ປ່າໄຊ ຜູ້ອຳນວຍການວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໃຫ້ຮູ້ວ່າ: ການສອບເສັງໃນ 2 ສາຂາວິຊານີ້ ມີນັກຮຽນໃຫ້ຄວາມສົນໃຈລົງທະບຽນ ແລະ ເຂົ້າຮ່ວມສອບເສັງທັງໝົດ 500 ກວ່າຄົນ, ໂດຍວິທະຍາໄລມີທ່າແຮງສາມາດຮັບນັກສຶກສາໄດ້ທັງໝົດພຽງ 300 ຄົນ ໃນ 2 ສາຂາດັ່ງກ່າວ,...

Continue reading

ການແຂ່ງຂັນກິລາ ພູ 9 ລູກ ຊີງຂັນປະທານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຄັ້ງທີ I ມີນັກກິລາສີມືດີ 64 ຄົນ ຈາກ 12 ສະໂມສອນ ຮ່ວມຊີງໄຊ

ໃນຕອນບ່າຍຂອງວັນທີ 26 ສິງຫາ 2026 ທີ່ສະໂມສອນ ວຽງຈັນ ບີລຽດເລົາ (VBL), ສູນການຄ້າ ວຽງຈັນ ເຊັນເຕີ, ນະຄອນຫຼວງວຽງຈັນ, ໄດ້ມີພິທີຖະແຫຼງຂ່າວການຈັດການແຂ່ງຂັນກິລາບີລຽດ ປະເພດອາເມຣິກັນ ພູ 9 ລູກ ຊີງຂັນປະທານສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ຄັ້ງທີ I ປະຈຳປີ 2026 ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ລິຄິດ ອິນທະວົງ ຮັກສາການປະທານ ສະຫະພັນກິລາບີລຽດ-ສະນຸກເກີແຫ່ງຊາດລາວ ແລະ ທ່ານ ໄຊໂກສົນ ຊານຸບານ ປະທານສະໂມສອນ ວຽງຈັນ ບີລຽດເລົາ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ແຂກຖືກເຊີນ,...

Continue reading

ເປີດນຳໃຊ້ຫ້ອງຄອມພິວເຕີ ຫ້ອງທີ 2 ເພື່ອອຳນວຍຄວາມສະດວກໃຫ້ແກ່ສູນຝຶກອົບຮົມພາສາຫວຽດນາມ

ພິທີເປີດນໍາໃຊ້ຫ້ອງຄອມພິວເຕີ ຫ້ອງທີ 2 ສູນຝຶກອົບຮົມພາສາຫວຽດນາມ ໄດ້ມີຂຶ້ນໃນວັນທີ 25 ສິງຫາ 2026 ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍໃຫ້ກຽດເຂົ້າຮ່ວມຝ່າຍລາວ ມີທ່ານ ປອ ນາງ ສີສຸກ ວົງວິຈິດ, ທ່ານ ປອ ສຳລານ ພັນຄະວົງ ອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ວົງເພັດ ອຸດົມລິດ ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ຝ່າຍຫວຽດນາມ ມີທ່ານ ຮສ.ປອ ເລືອງມິງກື ຜູ້ອຳນວຍການ ມະຫາວິທະຍາໄລ ກິວລອງ, ທ່ານ ກີມ ຣຶງ ຮອງປະທານສະພາປະຊາຊົນແຂວງວິງລອງ, ທ່ານ ຫວຽນ ແທັງ ຕ້ວນ ຮອງຫົວໜ້າພະແນກສຶກສາ ແລະ ກໍ່ສ້າງແຂວງວິງລອງ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການກະຊວງ, ກົມທີ່ກ່ຽວຂ້ອງ,ສະຖາບັນ, ພະນັກງານ ອາຈານ,...

Continue reading

ເປີດກວ້າງການຮ່ວມມືດ້ານການສຶກສາຊັ້ນສູງ ລາວ-ຫວຽດນາມ ສົ່ງເສີມໂຄງການສ້າງຕັ້ງມະຫາວິທະຍາໄລມິດຕະພາບ ໃຫ້ປະກົດຜົນເປັນຮູບປະທຳ

ກອງປະຊຸມປຶກສາຫາລືການຮ່ວມມືດ້ານການສຶກສາຊັ້ນສູງ ແລະ ການເປີດກວ້າງຫຼັກສູດການຮຽນແບບເຊື່ອມຕໍ່ ເພື່ອນຳໃຊ້ເຂົ້າໃນໂຄງການ “ສ້າງຕັ້ງມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ” ໄດ້ຈັດຂຶ້ນໃນວັນທີ 25 ສິງຫາ 2026 ທີ່ສະຖານທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມໃນກອງປະຊຸມໂດຍ ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ, ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ສສກ, ທ່ານ ຫງວຽນ ຫາຍ ແທັງ ຮອງຫົວໜ້າກົມຮ່ວມມືສາກົນ ກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມ...

Continue reading

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວນະຄອນຫຼວງວຽງຈັນ ສົກຮຽນ 2025-2026 ເນັ້ນຍົກສູງຄຸນນະພາບການສຶກສາ ແລະ ກຽມຄວາມພ້ອມຮອງຮັບການປະຕິຮູບຫຼັກສູດແຫ່ງຊາດ

ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເປີດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວນະຄອນຫຼວງວຽງຈັນ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໃນວັນທີ 26 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ-ການປົກຄອງ ນະຄອນຫຼວງວຽງຈັນ (ໜອງບົວທອງ), ໂດຍການເປັນປະທານຂອງ ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ. ມີບັນດາທ່ານຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ຄະນະພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ແຂກຖືກເຊີນ, ຫົວໜ້າ-ຮອງຫົວໜ້າຂະແໜງ, ຕາງໜ້າຈາກອົງການປົກຄອງເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງ 9 ເມືອງ ພ້ອມດ້ວຍຜູ້ບໍລິຫານການສຶກສາ ແລະ ກິລາ ທັງພາກລັດ ແລະ ເອກະຊົນ...

Continue reading

ຄຳມ່ວນ ຈັດກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025-2026

ກອງປະຊຸມ ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ສົກຮຽນ 2025-2026 ແຂວງຄໍາມ່ວນ ໄດ້ໄຂຂຶ້ນໃນວັນທີ 25 ສິງຫາ 2026 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ມີບັນດາພະແນກການ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຕະຫຼອດເຖິງ ຄະນະບໍລິຫານວຽກງານການສຶກສຶກຂັ້ນແຂວງ, ຂັ້ນເມືອງ, ຂັ້ນຕາແສງເຂົ້າຮ່ວມ. ...

Continue reading

ເປີດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2025-2026 ພ້ອມວາງແຜນການ ສົກ 2026-2027

ເປີດຂຶ້ນຢ່າງເປັນທາງການ ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈໍາສົກຮຽນ 2025-2026 ພ້ອມທັງວາງທິດທາງແຜນການ ປະຈໍາສົກຮຽນ 2026-2027 ໃນວັນທີ 24 ສິງຫາ 2026 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການປົກຄອງເມືອງເຟືອງ ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມປະສົງ ສຸວົງຄໍາຈັນ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກຄອງແຂວງ, ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມແຂວງ, ທ່ານ ສີສະໄຫວ ແກ້ວດາລາວິນ ກໍາມະການພັກແຂວງ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ແລະ ທ່ານ ປອ ຄໍາ ຂັນທະວີວອນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກ, ປະທານ/ຮອງປະທານຄະນະກໍາມະການປົກຄອງເມືອງ,...

Continue reading