“ຈິດຕິໄຊ ພົມມະແສງ” ແສງສະຫວ່າງຈາກແນວຫຼັງ ກັບພາລະກິດສ້າງໂຮງຮຽນໃຫ້ເດັກນ້ອຍເຂດຊົນນະບົດ ຈົນໄດ້ຮັບການຍ້ອງຍໍຈາກກະຊວງສຶກສາທິການ ແລະ ກິລາ
ການພັດທະນາຊັບພະຍາກອນມະນຸດ ຖືເປັນຮາກຖານ ແລະ ເປັນກຸນແຈສຳຄັນທີ່ສຸດໃນການຂັບເຄື່ອນເສດຖະກິດ-ສັງຄົມ ຂອງ ສປປ ລາວເຮົາ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຍືນຍົງ. ເຖິງຢ່າງໃດກໍຕາມ, ໃນເຂດຫ່າງຊົນນະບົດໄກສອກຫຼີກ, ໂອກາດດ້ານການສຶກສາ ແລະ ການເຂົ້າເຖິງອຸປະກອນການຮຽນ-ການສອນ ແລະ ອາຄານຮຽນທີ່ມີຄວາມສວຍງາມຂອງເດັກນ້ອຍ ຍັງເປັນສິ່ງທີ່ທ້າທາຍ. ດ້ວຍຄວາມມຸ່ງໝັ້ນທີ່ຢາກເຫັນຄວາມເທົ່າທຽມ ແລະ ຫຼຸດຜ່ອນຄວາມແຕກໂຕນດ້ານການສຶກສາ ລະຫວ່າງໃນເມືອງ ແລະ ເຂດຊົນນະບົດ, ທ່ານ ຈິດຕິໄຊ ພົມມະແສງ (ໄຊ) ໄດ້ລິເລີ່ມ “ໂຄງການ ຄົນລາວບໍ່ຖິ້ມກັນ” ເຊິ່ງໄດ້ເຕີບໃຫຍ່ກາຍເປັນຂະບວນການທາງສັງຄົມທີ່ສ້າງການປ່ຽນແປງຢ່າງມີພະລັງ. ບົດຄວາມນີ້ຈະພາທ່ານໄປເຈາະລຶກເຖິງແຮງບັນດານໃຈ, ອຸປະສັກ,...








