ພຽງມື້ທຳອິດ ນັກກິລາຈູຈິດຊູລາວ ຍາດມາໄດ້ແລ້ວ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລາຍການຊີງແຊ້ມອາຊຽນ 2026 ທີ່ປະເທດກຳປູເຈຍ
ທັບນັກກິລາຈູຈິດຊູທີມຊາດລາວ ປະເດີມສະໜາມລົງສະໜາມແຂ່ງຂັນໃນມື້ທຳອິດ 21 ສິງຫາ 2026 ສາມາດຍາດໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ໃນການແຂ່ງຂັນກິລາ ຈູຈິດຊູ ຊີງແຊ້ມອາຊຽນ ປະຈຳປີ 2026 ຈັດຂຶ້ນ ລະຫວ່າງວັນທີ 21-23 ສິງຫາ 2026 ທີ່ປະເທດກຳປູເຈຍ ຮັບກຽດເປັນເຈົ້າພາບ.
ການແຂ່ງຂັນກິລາ ຈູຈິດຊູ ຊີງແຊ້ມອາຊຽນ ປະຈຳຈປີ 2026 ມີນັກກິລາໃນຂົງເຂດອາຊຽນເຂົ້າຮ່ວມຊີງໄຊ 8 ຊາດ ບໍ່ມີ 3 ຊາດ ຄື ໄທ, ບຣູໄນ ແລະ ຕີມໍ ເລດເຕ້ ເຂົ້າຮ່ວມແຂ່ງຂັນ ການແຂ່ງຂັນດຳເນີນໃນໄລຍະ 3 ວັນ ມີການຊີງໄຊທັງໝົດ 223 ລາຍການ, ໃນນັ້ນ ທັບນັກກິລາຈູຈິດຊູທີມຊາດລາວ ສົ່ງທັບນັກກິລາເຂົ້າຮ່ວມ 5 ຄົນ ຈາກ 8...








